spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 2 ທັນວາ ຫຼືມື້ວາງຈຳໜ່າຍເກມ Breath of Fire II

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 2 ທັນວາ ຫຼືມື້ວາງຈຳໜ່າຍເກມ Breath of Fire II

Published on

ວັນທີ 2 ທັນວາ ປີ 1994 ຫຼືມື້ນີ້ເມື່ອ 22 ປີທີ່ແລ້ວ ເປັນມື້ວາງຈຳໜ່າຍຂອງເກມ Breath of Fire II ເທິງເຄື່ອງ Super Famicom ທີ່ປະເທດຍີ່ປຸ່ນ. ໂດຍເກມນີ້ເປັນອີກ 1 ໃນຊີຣີເກມ RPG ທີ່ພັດທະນາໂດຍ Capcom ເຊິ່ງໃນປັດຈຸບັນຍັງຄົງມີການເຮັດຕໍ່ອອກມາຢູ່ ແຕ່ວ່າໄດ້ຍ້າຍໄປເຮັດລົງສະມາດໂຟນແທນນັ້ນກໍຄືພາກ 6 ນັ້ນເອງ ຫຼັງຈາກທີ່ໂຕເກມເລີ່ມເສື່ອມຄວາມນິຍົມຢ່າງໜັກຕັ້ງແຕ່ພາກ 5 ເປັນຕົ້ນມາ.  

ພລ໋ອດເລື່ອງຂອງເກມນີ້ຈະເປັນເຫດການ 500 ປີຕໍ່ມາຈາກເລື່ອງພາກທຳອິດ ໂດຍຈະເປີດເນື້ອຫາມາທີ່ ຣິວ ເດັກນ້ອຍອາຍຸ 6 ປີທີ່ອາໄສຢູ່ກັບພໍ່ແລະເອື້ອຍ, ເຊິ່ງເມື່ອ 1 ປີກ່ອນໜ້ານັ້ນແມ່ຂອງຣິວໄດ້ເສຍຊີວິດດ້ວຍຝີມືຂອງຜີສາດທີ່ບຸກຖະຫຼົ່ມໝູ່ຍ້ານ ແລະສຸດທ້າຍກໍມີມັງກອນໂຕໜຶ່ງຍອມເສຍສະຫຼະໂຕເອງເພື່ອຂວາງປາກທາງເທິງພູເຂົາບໍ່ໃຫ້ຜີສາດລອດຜ່ານມາຮຸກຮານໝູ່ບ້ານໄດ້ອີກ ແລະໝູ່ບ້ານຈຶ່ງພົບຄວາມສະຫງົບສຸກນັບແຕ່ນັ້ນມາ. ແຕ່ມາມື້ໜຶ່ງຫຼັງຈາກທີ່ຣິວໄດ້ໄປຢ້ຽມມັງກອນໂຕດັ່ງກ່າວ ພໍກັບມາທີ່ໝູ່ບ້ານກໍພົບວ່າຄອບຄົວຂອງຕົນຫາຍສາບສູນໄປໝົດ ແລະຄົນໃນໝູ່ບ້ານພັດຈື່ບໍ່ໄດ້ວ່າຣິວແມ່ນໃຜ, ຣິວເລີຍໜີອອກມາພ້ອມກັບໂບວເດັກກຳພ້າອີກຄົນໜຶ່ງທີ່ພະຍາຍາມຊັກຊວນໃຫ້ໜີໄປຢູ່ເມືອງໃຫຍ່ນຳກັນ ແຕ່ວ່າລະຫວ່າງທີ່ໜີອອກຈາກໝູ່ບ້ານ ຣິວກັບໂບວກໍພົບກັບຜີສາດນາມວ່າ: ບາຣູບາຣີ້ (Barubary) ທີ່ບອກກັບຣິວວ່າຣິວນັ້ນແມ່ນ “ເດັກຜູ້ຖືກລິຂິດຊະຕາໄວ້ແລ້ວ” ຈາກນັ້ນການປະຈົນໄພເພື່ອຄົ້ນຫາຊາດກຳເນີດທີ່ແທ້ຈິງຂອງຣິວກໍເລີ່ມຕົ້ນຂຶ້ນ. 

ລັກສະນະການປະຈົນໄພຂອງເກມ Breath of Fire II ຈະອີງຮູບແບບຂອງເກມ RPG ໃນຍຸກສະໄໝນັ້ນ ຄື: ເປັນກຣາບຟິກແບບ 2D ຜ່ານມຸມກ້ອງແບບ Bird-eye View. ສ່ວນລະບົບການຕໍ່ສູ້ຈະເປັນສະຕາຍແບບເທິຣ໌ນເບສທີ່ຜູ້ຫຼິ້ນຕ້ອງຄອຍປ້ອນຄຳສັ່ງເພື່ອໃຫ້ໂຕລະຄອນອອກແອັກຊັ່ນຕ່າງໆ ເຊິ່ງຄວາມໄວໃນການມາຂອງຊຸດຄຳສັ່ງຈະຂຶ້ນຢູ່ກັບຄ່າຄວາມໄວຂອງໂຕລະຄອນນັ້ນໆ ພ້ອມກັນນີ້ຍັງສາມາດເຊັດຮູບແບບການຢືນຂອງໂຕລະຄອນແຕ່ລະໂຕເພື່ອໃຫ້ເໝາະສົມກັບຕລະຄອນທີ່ມີຢູ່ໃນປາຣ໌ຕີ້ ເຊັ່ນ: ສາຍໂຈມຕີປົກກະຕິຢືນແຖວໜ້າ, ສາຍເວດທີ່ມີພະລັງປ້ອງກັນຕ່ຳໃຫ້ຢືນຢູ່ຫຼັງເປັນຕົ້ນ. ຍິ່ງໄປກວ່ານັ້ນ ລະຫວ່າງທີ່ປະຈົນໄພຫຼືເດີນທາງໄປຈຸດສຳຄັນຕ່າງໆກໍຈະມີມິນິເກມໃຫ້ຜູ້ຫຼິ້ນໄດ້ເພີດເພີນແລະຍັງມີຄວາມລັບຫຼາກຫຼາຍເຊື່ອງຢູ່ທີ່ຖ້າໃຫ້ຜູ້ຫຼິ້ນໄປຟາຣ໌ມໄດ້ເລື້ອຍໆນຳ.  

Fact ເລັກນ້ອຍກ່ຽວກັບເກມ Breath of Fire II

  • ຫາກຜູ້ຫຼິ້ນເດີນທາງໄປທີ່ເກາະ Giant ໃຫ້ລອງໄປທີ່ທິດເໜືອຂອງເກາະ (ເໜືອຈາກປະຕູເມືອງໄປອີກ) ຈະພົບກັບ Bo ແລະ Karn ສອງໂຕລະຄອນຈາກພາກທຳອິດຢູ່ຫັ້ນ ເຊິ່ງຜູ້ຫຼິ້ນສາມາດເຂົ້າໄປລົມກັບທັງຄູ່ໄດ້ດ້ວຍການໃຊ້ປາວາບຫຼືນົກໃນການເຂົ້າໄປຫາ. 

  • ສຳລັບເວີຊັ່ນ Super Famicom ຂອງເກມນີິໄດ້ຮັບຄະແນນວິຈານຢູ່ໃນເກນທີ່ດີ (ຄ່າສະເລ່ຍປະມານ 80-85%) ແລະຍັງເປັນພາກທີ່ຂາຍດີທີ່ສຸດຂອງຊີຣີອີກນຳ ໂດຍເມື່ອນັບຮອດທ້າຍປີ 1995 ແລ້ວ ເກມນີ້ສາມາດຂາຍໄດ້ 350,000 ຊຸດໃນຍີ່ປຸ່ນ, ກ່ອນທີ່ທາງ Capcom ຈະມີການຣີເມກລົງເຄື່ອງ Game Boy Advance ແລ້ວວາງຈຳໜ່າຍໃນປີ 2001 ແຕ່ຍອດຂາຍຂອງເວີຊັ່ນ Game Boy Advance ພັດບໍ່ຄ່ອຍດີ ເຊິ່ງມີການຄາດການວ່າອາດເປັນເພາະໃນຊ່ວງທີ່ເກມອອກ ແລະຊ່ວງທີ່ເກມເວີຊັ່ນດັ້ງເດີມ (Super Famicom) ວາງຂາຍນັ້ນຫ່າງກັນເກີນໄປ ດັ່ງນັ້ນຜູ້ຫຼິ້ນໃນຍຸກ Game Boy Advance ຈຶ່ງຮູ້ຈັກເກມນີ້ກັນໜ້ອຍກວ່າທີ່ຄວນ. 

  • ເຖິງວ່າຍອດຂາຍຈະສູ້ຊີຣີ RPG ລະດັບເຈົ້າພໍ່ຂອງຍຸກນັ້ນແບບ Final Fantasy VI ຈາກ Squaresoft ຫຼື Dragon Quest V ຈາກ Enix ບໍ່ໄດ້ ແຕ່ບັນດາຜູ້ຫຼິ້ນທີ່ເຄີຍໄດ້ສຳຜັດເກມ Breath of Fire II ຕ່າງກໍຍົກໃຫ້ເກມນີ້ເປັນ 1 ໃນເກມ RPG ທີ່ດີທີ່ສຸດຂອງເຄື່ອງ Super Famicom ຈາກຮູບແບບການຫຼິ້ນແລະດີຊາຍຂອງໂຕລະຄອນທີ່ເປັນເອກະລັກ ລວມໄປເຖິງມີເນື້ອເລື່ອງທີ່ຕື່ນເຕັ້ນຕະຫຼອດເກມ. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...