spot_img
Homeຂ່າວພາຍ​ໃນເຂົ້າໄກ່ນ້ອຍແຂວງຫົວພັນ ທາງອອກໃໝ່ການສ້າງລາຍຮັບສູ່ຊາວນາ

ເຂົ້າໄກ່ນ້ອຍແຂວງຫົວພັນ ທາງອອກໃໝ່ການສ້າງລາຍຮັບສູ່ຊາວນາ

Published on

ເຂົ້າໄກ່ນ້ອຍແນວພັນເຂົ້າພື້ນເມືອງທີ່ປູກໄດ້ສະເພາະຢູ່ສອງແຂວງ ວິລະຊົນຫົວພັນ ແລະຊຽງຂວາງ ກ່ອນໜ້ານີ້ເປັນພຽງເຂົ້າໜຽວທຳມະດາທີ່ປູກໄວ້ກິນເອງພາຍໃນຄອບຄົວ, ປະຈຸບັນກຳລັງເປັນທີ່ຕ້ອງການຂອງຕະຫຼາດ ລວມເຖິງໂຮງງານອຸດສາຫະກຳ ຊາວນາທີ່ປູກເຂົ້າຊະນິດນີ້ເລີ່ມມີຄວາມຫວັງຫຼາຍຂຶ້ນໃນການສ້າງລາຍຮັບສູ່ຄອບຄົວ ຂອງຕົນດ້ວຍຜະລິດຕະພັນທ້ອງຖິ່ນ ໃນລາຄາບໍ່ຕ່ຳກວ່າ 3.000 ກີບຕໍ່ກິໂລ.

     ດ້ວຍທ່າແຮງດ້ານການຕະຫຼາດ ແລະຄວາມບົ່ມຊ້ອນຂອງທ້ອງຖິ່ນຫົວພັນໄດ້ມີນະໂຍບາຍສົ່ງເສີມພິເສດແກ່ປະຊາຊົນ 2 ເມືອງຂອງແຂວງ ເພື່ອຜະລິດເຂົ້າໄກ່ນ້ອຍເປັນແນວພັນຫຼັກໂດຍທ່ານ ສີວຽງຊຳ ແພງພົມມາ ຫົວໜ້າຂະແໜງປູກຝັງພະແນກກະສິກຳ ແລະປ່າໄມ້ແຂວງຫົວພັນໄດ້ໃຫ້ສຳພາດ ຕໍ່ກັບນັກຂ່າວເສດຖະກິດວ່າ: ເພື່ອເປັນການຊຸກຍູ້ສົ່ງເສີມປະຊາຊົນຜະລິດ ເປັນສິນຄ້າຕາມທ່າແຮງຂອງແຂວງ ໂດຍສະເພາະແມ່ນເຂົ້າໄກ່ນ້ອຍ ຊຶ່ງເປັນສິນຄ້າປາຍແຫຼມດັ່ງນັ້ນທາງການແຂວງຈິ່ງໄດ້ກຳນົດເອົາ 2 ເມືອງຄື: ເມືອງວຽງໄຊ ແລະເມືອງຊຳເໜືອ ທີ່ກວມເອົາ 9 ກຸ່ມບ້ານໃຫ້ເປັນເຂດຈຸດສຸມຂອງການພັດທະນາກໍຄືເປັນຕົວແບບໃຫ້ກັບເມືອງອື່ນໆ ໃນນີ້ພະແນກກະສິກຳ ໄດ້ລົງເຮັດວຽກຢ່າງໃກ້ຊິດກັບທ້ອງຖິ່ນສ້າງ ແລະປັບປຸງແນວພັນໃຫ້ມີຄວາມບໍລິສຸດ ເພື່ອຈະໄດ້ສືບຕໍ່ຂະຫຍາຍ ໄປອີກຫຼາຍບ້ານ ທັງນີ້ລັກສະນະການສົ່ງເສີມຂະແໜງການກ່ຽວຂ້ອງໄດ້ສ້າງກຸ່ມການຜະລິດໂດຍສະເພາະທີ່ສະດວກ ໃນການໃຫ້ການຊີ້ນຳແກ່ປະຊາຊົນຜູ້ເຂົ້າຮ່ວມຂະບວນການເຮັດການຜະລິດໃຫ້ໄດ້ຮັບໝາກຮັບຜົນຢ່າງແທ້ຈິງ.

ນັບແຕ່ແຂວງໄດ້ໃຫ້ທິດຊີ້ນຳໃຫ້ສົ່ງເສີມພິເສດການຜະລິດເຂົ້າໄກ່ນ້ອຍເປັນສິນຄ້າເຫັນໄດ້ວ່າປະຊາຊົນມີຄວາມຕື່ນຕົວສູງເຂົ້າຮ່ວມຂະບວນການຜະ ລິດສະແດງອອກໃນເມື່ອກ່ອນພຽງ ແຕ່ເຮັດພໍກຸ້ມຢູ່ກຸ້ມກິນ, ແຕ່ປະຈຸບັນທົ່ວ ແຂວງມີເນື້ອທີ່ການຜະລິດສະເພາະເຂົ້າ ໄກ່ນ້ອຍທັງໝົດ 11.800 ກວ່າເຮັກຕາ, 2 ເມືອງຈຸດສຸມ ແມ່ນກວມເອົາ 3.640 ເຮັກຕາ, ໃນນີ້ ເມືອງວຽງໄຊ 1.890 ເຮັກຕາ ກວມເອົາ 90% ແມ່ນປູກເຂົ້າເປັນສິນຄ້າ ແລະເມືອງຊຳເໜືອ 1.750 ເຮັກ ຕາກວມ 80% ຂອງເນື້ອທີ່ປູກເຂົ້າ ທັງໝົດ, ມີສະມັດຖະພາບສະເລ່ຍ 3,5-5,5 ໂຕນຕໍ່ເຮັກຕາ.

ກ່ຽວກັບຄວາມຕ້ອງການເຂົ້າໄກ່ນ້ອຍ ໃນປະຈຸບັນຢູ່ປະເທດເຮົາແມ່ນ ພວມເປັນທີ່ຮູ້ຈັກໃນວົງກວ້າງຂຶ້ນ ເນື່ອງຈາກເຂົ້າຊະນິດນີ້ມີຄວາມຫອມເປັນພິ ເສດແຕກຕ່າງຈາກເຂົ້າສາຍພັນອື່ນ ທີ່ສຳຄັນທາງບໍລິສັດເບຍລາວໂຮງງານອຸດສາຫະກຳເຄື່ອງດື່ມລາຍໃຫຍ່ສຸດ ຂອງລາວ ແມ່ນໄດ້ນຳເອົາເຂົ້າໄກ່ນ້ອຍມາເປັນສ່ວນປະສົມຜະລິດເບຍໂກລທຸກວັນນີ້ກຳລັງເປັນທີ່ຕ້ອງການຂອງສັງຄົມທັງພາຍໃນ ແລະຕ່າງປະເທດ, ທ່ານ ສູນທອນ ພົມມະຈັກ ປະທານບໍລິສັດເບຍລາວ ກ່າວຕໍ່ສື່ມວນຊົນວ່າ: ເຂົ້າໄກ່ນ້ອຍເປັນຜະລິດຕະພັນກະສິກຳທີ່ດີ ແລະບໍ່ມີຂາຍຢູ່ບ່ອນໃດນອກຈາກ ແຂວງຫົວພັນ ແລະຊຽງຂວາງ ສະນັ້ນ ບໍລິສັດແມ່ນມີຄວາມຕ້ອງການຮັບຊື້ ຢ່າງບໍ່ຈຳກັດໃນແຕ່ລະປີ ແຕ່ການຜະລິດຕົວຈິງຍັງມີໜ້ອຍ ຂະນະທີ່ໂຮງງານເບຍ ລາວມີຄວາມຕ້ອງການນຳໃຊ້ເຂົ້າເຂົ້າໃນການຜະລິດຫຼາຍເຖິງ 50 ກວ່າໂຕນຕໍ່ມື້ (ເຂົ້າທັງໝົດທີ່ນຳມາຕົ້ມໃນແຕ່ລະ ວັນ), ດັ່ງນັ້ນ ການຈຳໜ່າຍເຂົ້າໄກ່ນ້ອຍ ຂອງຊາວກະສິກອນຈິ່ງບໍ່ແມ່ນບັນຫາ ໃຫຍ່ອີກຕໍ່ໄປ.

ເຂົ້າໄກ່ນ້ອຍໃນແຂວງຫົວພັນເຖິງຈະມີການຜະລິດທີ່ເພີ່ມຂຶ້ນ ແຕ່ຍັງບໍ່ທັນມີບໍລິສັດທີ່ໄປເຊັນສັນຍາເກັບຊື້ຢ່າງຈິງຈັງ ເພື່ອສ້າງຄວາມໝັ້ນໃຈແກ່ຊາວນາ ແນວໃດກໍຕາມເພື່ອເຮັດໃຫ້ຄາດໝາຍຂອງລັດກໍຄື ແຂວງຫົວພັນເອງໃນການສົ່ງເສີມການຜະລິດເຂົ້າໄກ່ນ້ອຍເປັນ ສິນຄ້າບັນລຸຕາມເປົ້າໝາຍແຂວງຍັງຈະສືບຕໍ່ຊຸກຍູ້ສົ່ງເສີມບັນດາເມືອງທີ່ມີເງື່ອນໄຂຜະລິດເຂົ້າເປັນສິນຄ້າຕື່ມເຊັ່ນ: ເມືອງຮ້ຽມ, ຊ້ອນ ແລະເມືອງສົບເບົາ, ພ້ອມກັນນັ້ນຍັງຈະສືບຕໍ່ສົ່ງເສີມການຜະລິດເຂົ້ານາແຊງ ຢູ່ເມືອງແອດ, ຊຽງຄໍ້, ສົບເບົາ ແລະເມືອງວຽງໄຊ ຈຳນວນໜຶ່ງ, ສ່ວນບ່ອນອື່ນໆທີ່ບໍ່ສາມາດເຮັດນາແຊງໄດ້ກໍໃຫ້ປູກພືດຊະນິດອື່ນ ທົດແທນ, ທ່ານຫົວໜ້າຂະແໜງ ປູກຝັງ ກ່າວຕື່ມ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...