spot_img
Homeຂ່າວຕ່າງປະເທດສະຖິຕິຂົ່ມຂືນເດັກນ້ອຍໃນມຽນມາ ເພີ່ມຂຶ້ນ 40%

ສະຖິຕິຂົ່ມຂືນເດັກນ້ອຍໃນມຽນມາ ເພີ່ມຂຶ້ນ 40%

Published on

ສຳນັກຂ່າວ ເອເອຟພີລາຍງານຈາກເມືອງຍ່າງກຸ້ງ ປະເທດມຽນມາ ເມື່ອວັນທີ 1 ທັນວາ ວ່າ ສະຖິຕິຕັ້ງແຕ່ຕົ້ນປີ ຈົນເຖິງເດືອນ ຕຸລາ 2016 ມີລາຍງານການລ່ວງລະເມີດທາງເພດຕໍ່ເດັກນ້ອຍ 380 ຄະດີ ທົ່ວມຽນມາ ຫຼາຍກວ່າປີທີ່ຜ່ານມາ ເຊິ່ງມີພຽງຈຳນວນ 150 ຄະດີ ແລະ ຄິດເປັນອັດຕາສ່ວນປະມານເຄິ່ງໜຶ່ງຂອງຄະດີຂົ່ມຂືນທັງໝົດ ເທົ່າທີ່ມີລາຍງານຈາກທົ່ວປະເທດ ແຕ່ກຸ່ມຜູ້ຊຽວຊານຢ້ານວ່າຈຳນວນທີ່ປາກົດອາດເປັນພຽງແຕ່ສ່ວນປາຍ ເນື່ອງຈາກຄວາມຍາກຈົນ ແລະ ກົດໝາຍທີ່ອ່ອນແອ ເຮັດໃຫ້ເດັກນ້ອຍໃນມຽນມາມີຄວາມສ່ຽງສູງທີ່ຈະຖືກລ່ວງລະເມີດ ໂດຍເດັກນ້ອຍຈຳນວນຫຼາຍຖືກຂາຍເຂົ້າສູ່ຕະຫຼາດແຮງງານ ແລະ ບັງຂັບໃຫ້ເຂົ້າຮ່ວມສູ້ຮົບ ໃນຫຼາຍພື້ນທີ່ຕາມເຂດຊາຍແດນຂອງປະເທດ ແລະ ຍັງມີເດັກນ້ອຍອີກຫຼາຍຄົນສ່ຽງຖືກລະເມີດ ທັງໃນຖານະເປັນຄົນຮັບໃຊ້ໃນເຮືອນຂອງຄົນລວຍ ຫຼື ຢູ່ພາຍໃນຊຸມຊົນຂອງຕົນເອງ.

 

ຂ່າວຈາກ: ຂ່າວເດລີເມລ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...