spot_img
Homeນານາສາລະຊາໝາກຫຸ່ງ ຊ່ວຍລ້າງໄຂມັນທີ່ເກາະຕິດຜະໜັງລໍາໄສ້ໄດ້ດີ

ຊາໝາກຫຸ່ງ ຊ່ວຍລ້າງໄຂມັນທີ່ເກາະຕິດຜະໜັງລໍາໄສ້ໄດ້ດີ

Published on

ປະໂຫຍດເມື່ອດື່ມຊາໝາກຫຸ່ງ ຈະເປັນການລ້າງລໍາໄສ້ ໂດຍບໍ່ຕ້ອງສວນຮູທະວານ, ຊ່ວຍລ້າງລະບົບດູດຊຶມຄືລ້າງຄາບໄຂມັນທີ່ພະໜັງລໍາໄສ້ ອັນເນື່ອງມາຈາກການກິນອາຫານມັນເປັນປະຈໍາ ຄາບໄຂມັນຈະເກາະຕົວທີ່ຜະໜັງລໍາໄສ້ເປັນກາວໜຽວ ຈຶ່ງເກີດການຂັດຂວາງການດູດຊຶມສານອາຫານ ແລະວິຕາມິນທີ່ເປັນປະໂຫຍດຕໍ່ຮ່າງກາຍ.

ສ່ວນປະສົມຂອງຊາໝາກຮຫຸ່ງ:

  1. ໝາກຫຸ່ງດິບສົດ 1 ໜ່ວຍ ປອກເປືອກອອກ
  2. ນໍ້າທໍາມະດາ 4 ລິດ
  3. ໃບເຕີຍ 10 ໃບ
  4. ໃບຊາຈີນແຫ້ງ ຫຼືໃບມອນ

ວິທີເຮັດ: ໂດຍນໍາໝາກຫຸ່ງງປອກເປືອກ ຜ່າເຄິ່ງເອົາແກ່ນອອກ ຕັດເປັນຕ່ອນໃຫຍ່, ໃບເຕີຍຕັດເປັນທ່ອນໆ ປະມານເຄິ່ງກໍາໃສ່ໃນໝໍ້ ເທນໍ້າທໍາມະດາໃສ່ 4 ລິດ ແລ້ວຕົ້ມໃຫ້ຮ້ອນ ຫຼັງຈາກຮ້ອນແລ້ວຕົ້ມປະມານ 5-10 ນາທີ ກະວ່າໝາກຫຸ່ງສຸກ ບໍ່ໃຫ້ເປື່ອຍໂພດ ຕັກຕ່ອນໝາກຫຸ່ງ ແລະໃບເຕີຍອອກ ໃສ່ໃບຊາຈີນແຫ້ງ ຫຼືໃບມອນລົງໄປແຊ່ປະມານ 5 ນາທີ ຕອງເອົາໃບຊາອອກໃຫ້ເຫຼືອແຕ່ນໍ້າ ດື່ມໄດ້ທັງຮ້ອນ ແລະເຢັນ ຢ່າແຊ່ດົນກວ່າ 5 ນາທີ ເພາະຊາແຊ່ດົນກິນ ອາດເຮັດໃຫ້ເຈັບທ້ອງໄດ້ ຕົ້ມເທື່ອໜຶ່ງເກັບໄວ້ກິນໄດ້ 2-3ວັນ ໂດຍການໃສ່ຕູ້ເຢັນ.

ຄວນກິນຕໍ່ເນື່ອງຢ່າງໜ້ອຍ 7 ວັນ ຖ້າຈະໃຫ້ໄດ້ຜົນດີ ຄວນກິນຕໍ່ເນື່ອງ 1 ເດືອນ ໃຊ້ດື່ມແທນນໍ້າທໍາມະດາມື້ລະ 1-2 ລິດ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...