spot_img
Homeນານາສາລະ7 ຄໍາເວົ້າດີໆທີ່ລູກຢາກໄດ້ຍິນຈາກພໍ່ແມ່

7 ຄໍາເວົ້າດີໆທີ່ລູກຢາກໄດ້ຍິນຈາກພໍ່ແມ່

Published on

ສິ່ງສໍາຄັນທີ່ລູກໆຢາກໄດ້ຈາກພໍ່-ແມ່ ຫຼາຍທີ່ສຸດ ອາດຈະບໍ່ແມ່ນເລື່ອງເງິນຄໍາ ຫຼືສິ່ງມີຄ່າ ແຕ່ເປັນຄວາມຮັກ, ຄວາມເອົາໃຈໃສ່ຂອງພໍ່-ແມ່ ຫຼາຍກວ່າ. ນີ້ເປັນ 7 ຄໍາເວົ້າທີ່ລູກໆຢາກໄດ້ຍິນຈາກ ພໍ່-ແມ່ ບໍ່ວ່າເຂົາຈະຢູ່ໃນຖານະການທີ່ຮ້າຍ ຫຼືດີ ສິ່ງດຽວທີ່ເຂົາຕ້ອງການກໍຄືກໍາລັງໃຈຈາກພໍ່ ແລະແມ່ນັ້ນເອງ.

  1. ບອກຕໍ່ໜ້າວ່າພໍ່ ແລະແມ່ຮັກລູກ: ການບອກຮັກລູກ ເປັນຄໍາເວົ້າທີ່ມີພະລັງ ແລະມີຄວາມໝາຍທີ່ສຸດ ເພາະຄວາມຮັກທີ່ດີທີ່ສຸດຄືການເລີ່ມຕົ້ນຈາກຄົນໃນຄອບຄົວ ກໍຄືພໍ່-ແມ່.
  2. ພໍ່ ແລະແມ່ພູມໃຈໃນໂຕລູກ: ການໃຫ້ຄໍາຊົມ ເມື່ອລູກເຮັດສິ່ງທີ່ຖືກຕ້ອງ ຫຼືດີງາມ ເປັນລາງວັນທີ່ດີທີ່ສຸດຫຼາຍກວ່າການຊື້ຂອງຂວັນໃຫ້ເປັນການຕອບແທນ ເພາະນັ້ນຈະເຮັດໃຫ້ລູກເກີດຄວາມພາກພູມໃຈໃນຕົນເອງ ແລະພະຍາຍາມເຮັດສິ່ງທີ່ຕັ້ງໃຈໄດ້ຢ່າງປະສົບຜົນຄວາມສໍາເລັດ.
  3. ຂໍໂທດແບບບໍ່ຕ້ອງອາຍລູກ
  4. ແມ່ໃຫ້ອະໄພລູກ: ເດັກນ້ອຍແຫ່ງໃຫຍ່ຂຶ້ນກໍແຫ່ງມີຄວາມຄິດເປັນຂອງຕົນເອຫຼາຍຂຶ້ນ ແລະທີ່ຕາມມາຄືການກະທໍາແບບຮູ້ເທົ່າບໍ່ເຖິງການ ຊຶ່ງອາດເຮັດໃຫ້ພໍ່ ແລະແມ່ໃຈຮ້າຍ ແຕ່ແນວໃດລູກກໍເປັນລູກຂອງພໍ່ແມ່ສະເໝີ ພໍ່ແມ່ຍິນດີທີ່ຈະກ່າວຄໍາວ່າຂໍໂທດໃຫອະໄພລູກ ແລະໃຫ້ເຫດຜົນຕໍ່ລູກ.
  5. ແມ່ຄອຍຮັບຟັງລູກຢູ່ສະເໝີ: ເມື່ອລູກເລີ່ມເຂົ້າສູ່ໄວລຸ້ນ ເລີ່ມມີໂລກສ່ວນຕົວ ແລະເປັນຕົວຂອງຕົນເອງ ພໍ່ແມ່ກໍເລີ່ມທີ່ຈະໄປບັງຄັ ຫຼືສອນໃຫ້ລູກເຮັດຫຍັງບໍ່ໄດ້ຄືຕອນຍັງນ້ອຍແລ້ວ ແຕ່ສິ່ງທີ່ພໍ່ແມ່ເຮັດໄດ້ດີທີ່ສຸດສໍາຫຼັບລູກໄວນີ້ກໍຄື ການຕັງຄໍາຖາມໃຫ້ຄິດ ແລະພ້ອມທີ່ຈະຮັບຟັງລູກໃນທຸກເລື່ອງ.
  6. ນີ້ຄືສິ່ງທີ່ລູກຕ້ອງຮັບຜິດຊອບດ້ວຍຕົນເອງ: ພໍ່ແມ່ບໍ່ຄວນຊ່ວຍລູກແກ້ປັນຫາເປັນໝົດທຸກຢ່າງ ເພາະການເຂົ້າໄປແກ້ປັນຫາໃຫ້ລູກ ແທນທີ່ຈະຄອຍເບິ່ງຢູ່ຫ່າງໆ ເພາະຄວາມທີ່ຫ່ວງໃຍ ຈະເຮັດໃຫ້ລູກເຂົ້າໃຈວ່າ ເຂົາບໍ່ຈໍາເປັນຕ້ອງຮັບຜິດຊອບ ດັງນັ້ນ ພໍ່ແມ່ຈຶ່ງຄວນໃຫ້ລູກພະຍາຍາມລອງແກ້ປັນຫາໃນສິ່ງທີ່ເຂົາເຮັດຜິດ ຫຼືຄວນທີ່ຈະຮັບຜິດຊອບ.
  7. ລູກຢາກເປັນຫຍັງກະໄດ້ທີ່ລູກຢາກເປັນ: ການທີ່ລູກເຕີບໃຫຍ່ຈະເປັນຫຍັງ ເປັນສິ່ງທີ່ພໍ່ແມ່ຫຼາຍຄົນມັກຈະຄາດຫວັງ ແລະຕັ້ງຄວາມຫວັງໃນໂຕລູກ ແຕ່ສິ່ງທີ່ສໍາຄັນຄືການຮັບຮູ້ຄາມສາມາດ ແລະເຊື່ອໝັ່ນໃນໂຕລູກ ຫຼາຍກວ່າທີ່ພໍ່ແມ່ຕ້ອງການໃຫ້ເປັນ ເມື່ອເຖິງເວລາເຮົາສາມາດບອກລູກໄດ້ວ່າ ລູກຢາກເປັນຫຍັງກໍໄດ້ທີ່ລູກຢາກເປັນ ພໍ່ແມ່ເປັນຄົນຄອຍສະໜັບສະໝູນໃນສິ່ງທີ່ລູກຢາກເປັນ ເພື່ອໃຫ້ເຂົາສາມາດກຽມໂຕ ແລະພ້ອມທີ່ຈະປະເຊີນສະຖານະການຕໍ່ການໄປສູ່ເປົ້າໝາຍ ແລະຄວາມຫວັງຂອງເຂົາໃນອະນາຄົດ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...