spot_img
Homeນານາສາລະນໍ້າໝາກແຕງກວາ ຊ່ວຍເຜົາຜານໄຂມັນ ແລະປົກປ້ອງຫົວໃຈ

ນໍ້າໝາກແຕງກວາ ຊ່ວຍເຜົາຜານໄຂມັນ ແລະປົກປ້ອງຫົວໃຈ

Published on

ສ່ວນປະກອບ:

  1. ໝາກແຕງກວາ 1 ໜ່ວຍ ( ບໍ່ຕ້ອງປອກເປືອກ )
  2. ນໍ້າສະອາດ 2 ລິດ

ຂັ້ນຕອນການກຽມ: ລ້າງໝາກແຕງກວາ ແລະຕັດເປັນຕ່ອນ ໃສ່ລົງໃນພາສະນະທີ່ມີນໍ້າສະອາດ 2 ລິດ ແລ້ວນໍາໄປແຊ່ເຢັນຈຶ່ງດື່ມ.

ປະໂຫຍດຂອງນໍ້າໝາກແຕງກວາ ນໍ້າໝາກແຕງກວາເປັນສ່ວນໜຶ່ງຂອງແຜນບູຮານ ເພາະມັນຈະຊ່ວຍຫຼຸດຄວາມດັນເລືອດ, ກ້າມຊີ້ນໃຫ້ເຕັມອີ່ມດ້ວຍສານອາຫານທີ່ສໍາຄັນ, ຈັດການກັບພະຍາດຕ່າງໆທີ່ກ່ຽວຂ້ອງກັບດວງຕາ, ເພີ່ມການທໍາງານຂອງສະໝອງ, ຫຼຸດຄວາມຄຽດ ແລະປ້ອງກັນຮອຍຫ່ຽວກ່ອນໄວ.

ນໍ້າໝາກແຕງກວາມີຄຸນສົມບັດຕ້ານອະນຸມຸນອິດສະລະທີ່ມີສັກກະຍາພາບ, ປ້ອງກັນບໍ່ໃຫ້ເກີດພະຍາດເບົາຫວານຊະນິດທີສອງ, ປິ່ນປົວພະຍາດກະດູກພ່ອຍ ເນື່ອງຈາກະລິມານຄວາມສຸດຂອງວິຕາມິນ K ໃນນໍ້າໝາກແຕງກວາ, ສົ່ງເສີມຄວາມແຂງແຮງຂອງກະດູກ ແລະແຂ້ວ, ປິ່ນປົວພະຍາດອັນໄຊເມີຣ໌, ເພີ່ມຄວາມຊຸ່ນຊື່ນໃຫ້ຜິວ ເຮັດໃຫ້ສີຜິວເບິ່ງສົດໃສ ແລະເປັ່ງປັ່ງ, ຊ່ວຍຕໍ່ສູ້ກັບສິວ ເນື່ອງຈາກເປັນສານຕ້ານອະນຸມຸນອິດສະລະ ທີ່ອຸດົມໄປດ້ວຍການປົກປ້ອງຜິວຈາກຜົນກະທົບຂອງອະນຸມຸນອິດສະລະ, ລ້າງພິດໃນຮ່າງກາຍຈາກສານພິດທີ່ເປັນອັນຕະລາຍ ອັນເປັນຜົນມາຈາກປະລິມານໃຍອາຫານສູງ,

ດ້ວຍຄຸນປະໂຫຍດທັງໝົດນີ້ ເຮັດໃຫ້ນໍ້າໝາກແຕງກວາຄືເຄື່ອງດື່ມເພື່ຶອສຸຂະພາບທີ່ສໍາຄັນ ທີ່ພໍດີຕໍ່ກັບຜູ້ທີ່ຕ້ອງການຫຼຸດນໍ້າໜັກ ແຕ່ຍັງດີຕໍ່ທຸກຄົນທີ່ເຫັນຄ່າຂອງສຸຂະພາບ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...