Homeອຸບັດເຫດແລະປາກົດການຫຍໍ້ທໍ້ຮູ້ກ່ອນຕົກເປັນເຫຍື່ອການຄ້າມະນຸດຂ້າມຊາດ

ຮູ້ກ່ອນຕົກເປັນເຫຍື່ອການຄ້າມະນຸດຂ້າມຊາດ

Published on

ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ເມື່ອທ້າຍເດືອນຕຸລາຜ່ານມາ, ໄດ້ສົ່ງມອບຍິງຄົນໜຶ່ງທີ່ຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດຂ້າມຊາດກັບຄືນມາສູ່ຄອບຄົວຢູ່ເມືອງຫ້ວຍຊາຍແຂວງບໍ່ແກ້ວຢ່າງປອດໄພ, ພາຍຫລັງຍິງຄົນດັ່ງກ່າວໄດ້ມີຕໍາຫລວດແຂວງຫູໜານ ສປ ຈີນ ຊ່ວຍເຫລືອອອກມາຈາກສະຖານທີ່ພັກແຫ່ງໜຶ່ງໃນເມືອງພິງຈາແຂວງຫູໜານ.

ຍິງຜູ້ເຄາະຮ້າຍໄດ້ເລົ່າໃຫ້ເຈົ້າໜ້າທີ່ຮູ້ວ່າ: ໃນໄລຍະປີ 2010 ຕົນໄດ້ຢ່າຫ້າງກັບຜົວ, ຂະ ນະນັ້ນກໍຖືພາ ແລະ ພາຍຫລັງເກີດລູກໄດ້ປະມານ 6 ເດືອນກໍມີທ້າວ ເສັງ (ສັນຊາດຈີນ) ເຂົ້າມາລົມແບບຊູ້ສາວ ແລະ ຊັກຊວນໄປຢູ່ຈີນ, ໂດຍຮັບຈະເບິ່ງແຍງຕົນ ແລະ ລູກ, ຍ້ອນຖານະຄອບຄົວຍາກຈົນຕົນຈຶ່ງຕັດສີນໃຈໄປກັບ ທ້າວ ເສັງ. ພໍໄປຮອດ
ຈີນ (ບໍ່ຮູ້ວ່າເຂດໃດ) ທ້າວ ເສັງ ໄດ້ບອກໃຫ້ຕົນ ແລະ ລູກໄປຂຶ້ນລົດຕູ້ອີກຄັນໜຶ່ງໄປເມືອງພິງຈາ ແຂວງຫູໜານກ່ອນ ແລ້ວຈະນໍາໄປຕາມຫລັງ, ຊຶ່ງໃນລົດຕູ້ດັ່ງກ່າວໄດ້ມີຜູ້ຊາຍອີກສາມຄົນ ແລະ ພາຍຫລັງໄປຮອດເມືອງພິງຈາ ຜູ້ຊາຍທີ່ນັ່ງມານໍາລົດຕູ້ໄດ້ຂາຍຕົນໃຫ້ກັບທ້າວ ຊູຊິວເຕີ ອາຍຸ 37 ປີ, ສ່ວນລູກສາວແມ່ນໄດ້ແຍກຈາກຜູ້ເປັນແມ່ຢູ່ໃນລົດຕູ້ຄັນດັ່ງກ່າວ, ເມື່ອເປັນແນວນັ້ນຕົນບໍ່ຮູ້ທາງກັບບ້ານຈຶ່ງໄດ້ຕັດສີນໃຈຢູ່ກັບທ້າວຊູຊິວເຕີ ແບບຜົວເມຍເປັນເວລາ 5 ປີໃນຫ້ອງພັກແຫ່ງໜຶ່ງ, ໂດຍຕົນເອງເຮັດວຽກຢູ່ຮ້ານອາຫານແຫ່ງໜຶ່ງໃນເມືອງພິງຈາ ແລະ ຈາກນັ້ນຈຶ່ງໄດ້ມີເຈົ້າໜ້າທີ່ຕໍາຫລວດແຂວງຫູໜານ ມາກວດຄົ້ນສະຖານທີ່ພັກເຊົາ ແລະ ພົບວ່າຕົນບໍ່ມີໜັງສືເດີນທາງ (ພາສປອດ) ຈຶ່ງໄດ້ຊ່ວຍສົ່ງໃຫ້ເຈົ້າໜ້າທີ່ກອງບັນຊາການແຂວງບໍ່ແກ້ວ.

ນີ້ເປັນພຽງກໍລະນີໜຶ່ງທີ່ບົ່ງບອກວ່າການຄ້າມະນຸດນັ້ນມີຫລາຍຮູບແບບ ແລະ ມີຄວາມອັນຕະລາຍທີ່ກະທົບໂດຍກົງດ້ານສຸຂະພາບ, ຊີວິດ, ຈິດໃຈ, ກຽດສັກສີ ແລະ ເສລີພາບ, ເຊິ່ງໄລຍະຜ່ານມາ ສປປ ລາວ ຖືສໍາຄັນໃນການສະກັດກັ້ນ ແລະ ຕ້ານການຄ້າມະນຸດຢ່າງຈິງຈັງ ແລະ ມີມາດຕະການດ້ານລະບຽບກົດໝາຍ ເພື່ອລົງໂທດຜູ້ກະທໍາຜິດຢ່າງເຂັ້ມງວດ, ໂດຍສະເພາະໃນກົດໝາຍວ່າດ້ວຍຕ້ານການຄ້າມະນຸດໄດ້ລະບຸວ່າ: ການຄ້າມະນຸດແມ່ນການຊອກຫາ, ລັກພາຕົວ, ການເຄື່ອນຍ້າຍ, ການຂົນສົ່ງ ຫລື ນໍາສົ່ງ, ຮັບເອົາຄົນຢູ່ພາຍໃນ ແລະ ຕ່າງປະເທດ, ການໃຫ້ບ່ອນພັກເຊົາ ຫລື ລີ້ຊ້ອນດ້ວຍການຂົນຂວາຍ, ແນະນໍາ, ຕົວະຍົວະຫລອກຫລວງ, ຊື້ຈ້າງຈອບອອຍ, ຍຸຍົງ, ສວຍໃຊ້ອໍານາດບັງຄັບ, ນາບຂູ່, ຜູກມັດດ້ວຍໜີ້ສິນ, ໝັ້ນໝາຍແອບແຝງ,ແຕ່ງດອງແອບແຝງ, ການເອົາເດັກມາລ້ຽງ ຫລື ເອົາເດັກເປັນລູກລ້ຽງແອບແຝງ, ການໃຫ້ຖືພາ, ຂໍທານ, ແລະ ການຖ່າຍພາບ, ສະແດງ, ເຜີຍແຜ່ສິ່ງລາມົກ ຫລື ດ້ວຍຮູບການອື່ນ ເພື່ອຂູດຮີດແຮງງານ, ຂູດຮີດທາງເພດ, ເປັນຂ້າທາດ, ຄ້າໂສເພນີ, ເອົາອະໄວຍະວະຕ່າງໆຂອງຮ່າງ ກາຍໄປຂາຍ ແລະ ສິ່ງອື່ນໆທີ່ຂັດກັບກົດໝາຍ ແລະ ວັດທະນາທໍາອັນດີງາມຂອງຊາດ ຫລື ຈຸດປະສົງອື່ນເພື່ອຫາຜົນປະໂຫຍດ ແລະ ບຸກຄົນໃດຫາກກະທໍາຜິດໃນສະຖານການຄ້າມະນຸດຈະຖືກລົງໂທດຕັອິດສະຫລະພາບແຕ່ 5-10 ປີ ແລະ ປັບໃໝແຕ່ 10-100 ລ້ານກີບ, ໃນກໍລະນີທີ່ການກະທໍາຜິດເປັນອາຈີນ, ມີການຈັດຕັ້ງເປັນກຸ່ມ, ຜູ້ຖືກເຄາະຮ້າຍເປັນເດັກນ້ອຍ, ຜູ້ເຄາະຮ້າຍມີຈໍານວນສອງຄົນຂຶ້ນໄປ,ເປັນຍາດໃກ້ຊິດຂອງຜູ້ກະທໍາຜິດ, ຜູ້ຖືກເຄາະຮ້າຍໄດ້ຮັບບາດເຈັບສາຫັດ, ເສຍອົງຄະ, ພິການ ຫລື ເສຍຈິດ ຈະຖືກລົງໂທດຕັດອິດສະຫລະພາບແຕ່ 15-20 ປີ ແລະ ປັບໃໝ 100-500 ລ້ານກີບ ແລະ ຈະຖືກຮີບຊັບ ແລະ ໃນກໍລະນີທີ່ມີການກະທໍາຜິດຫາກເຮັດໃຫ້ຜູ້ເຄາະຮ້າຍພິການຕະ ຫລອດຊີວິດ, ຕິດເຊື້ອເຮສໄອວີ ຈະຖືກລົງໂທດຕັດອິດສະລະພາບຕະຫລອດຊີວິດ ແລະ ປັບໃໝ ແຕ່ 500-1000 ລ້ານກີບ ແລະ ຈະຖືກຮີບຊັບຕາມກົດໝາຍອາຍາ ຫລື ປະຫານຊີວິດ.

ທີ່ມາຈາກ:  ລາວພັດທະນາ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...