spot_img
Homeນານາສາລະສັດໂລກດຶກດຳບັນ ທີ່ສູນພັນໄປແລ້ວ 11ລ້ານປີ ແຕ່ມາພົບທີ່ລາວ

ສັດໂລກດຶກດຳບັນ ທີ່ສູນພັນໄປແລ້ວ 11ລ້ານປີ ແຕ່ມາພົບທີ່ລາວ

Published on

ຂະຍຸ (ໜູນຫີນ) ຫຼື ພາສາອັງກິດເອີ້ນວ່າ Laotian Rock rat ເປັນໜູສາຍພັນໜຶ່ງທີ່ນັກວິທະຍາສາດໄດ້ບັນທຶກໄວ້ວ່າມີຢູ່ໃນໂລກນີ້ເມື່ອ 11ລ້ານປີກ່ອນ ແລະ ໄດ້ສູນພັນຈາກໂລກນີ້ໄປແລ້ວ. ແຕ່ແລ້ວນັກ ວິທະຍາສາດ ຈາກມະຫາວິທະຍາໄລ ຟຼໍຣີດາສະເຕຕ ແລະ ນັກສຳຫຼວດນົກຊາວໄທ ໄປພົບທີ່ຕະຫຼາດສົດແຫ່ງໜຶ່ງໃນແຂວງຄຳມ່ວນ ພາກກາງຂອງລາວ ໃນປີ 2005 (ການທີ່ໄດ້ຊື່ວ່າ Laotian Rock Rat ກໍ່ຍ້ອນພົບໃນປະເທດລາວ ຈຶ່ງໃສ່ຊື່ວ່າ Laotian ສ່ວນ Rock Rat ແມ່ນໝາຍເຖິງໜູ ທີ່ອາໄສຢູ່ຕາມພູຫີນປູນ).

ຈາກນັ້ນ ຈຶ່ງເປັນຂ່າວໄປທົ່ວໂລກວ່າສັດດຶກດຳ ບັນຊະນິດນີ້ຍັງມີຊີວິດຢູ່ທີ່ປະເທດລາວ ເຊິ່ງປັດຈຸບັນໂຕຂະຍຸ ໄດ້ຖືກຈັດເຂົ້າໃນບັນຊີສັດຫາຍາກ ແລະ ສັດອະນຸລັກ (ແຕ່ປາກົດວ່າຊາວບ້ານຍັງຂາຍກັນຢູ່).

ພວກເຮົາຄວນລາວຄວນພາກພູມໃຈໃນຄວາມອຸດົມສົມບູນທາງທຳມະຊາດ ແລະ ຊີວະນາໆພັນຂອງປະເທດເຮົາ ຈົ່ງຊ່ວຍກັນປົກປັກຮັກສາ ແລະ ອະນຸລັກສັດປ່າ ບໍ່ໃຫ້ສູນພັນ.

 

ຂ່າວສານຈາກ: ປີ້ງໄກ່ນາປົ່ງ

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...