spot_img
Homeນານາສາລະເປືອກໝາກນາວ ແກ້ເຈັບຂໍ້ໃຫ້ດີໄດ້

ເປືອກໝາກນາວ ແກ້ເຈັບຂໍ້ໃຫ້ດີໄດ້

Published on

ໝາກນາວເປັນໜຶ່ງໃນໝາກໄມ້ທີ່ດີຕໍ່ສຸຂະພາບ ປະໂຫຍດຂອງມັນສົ່ງເສີມໃຫ້ເຮົາມີສຸຂະພາບທີ່ດີ ແຕ່ສ່ວນໃຫຍ່ເຮົາມັກຈະໃຊ້ແຕ່ນໍ້າໝາກນາວ ແລະຖີ້ມເປືອກໄປຢ່າງໄຮ້ຄ່າ.

ແຕ່ຮູ້ບໍວ່າໃນເປືອກຂອງໝາກນາວມີຄຸນສົມບັດຂ້າເຊື້ອ ແລະຕ້ານການອັບເສບ, ​ບັນເທົາອາການເຈັບເສັ້ນປະສາດ ແລະຫຼອດເລືອດ ໃນຂະນະທີ່ໃບໝາກນາວກໍສາມາດປິ່ນປົວໄຂ້ໄດ້ອີກເຊັ່ນກັນ ແລະເປືອກຂອງມັນຍັງຊ່ວຍບັນເທົາອາການເຈັບຂໍ້ ຊຶ່ງສາມາດນໍາໄປໃຊ້ໄດ້ 2 ວິທີດັ່ງນີ້:

  1. ນໍາເປືອກໝາກນາວ 2 ໜ່ວຍ ໃສ່ໄວ້ໃນແກ້ວແລ້ວເທນໍ້າມັນໝາກກອກໃຫ້ຖ້ວມເປືອກໝາກນາວ ປິດຝາແກ້ວປະໄວ້ 2 ອາທິດ ຫຼັງຈາກນັ້ນເຮົາຈະໃຊ້ນໍ້າມັນຂອງມັນ ໂດຍການເອົາຜ້າແຊ່ໄວ້ໃນນໍ້າມັນ ແລະນໍາເອົາຜ້ານັ້ນໄປແປະໃສ່ບໍລິເວນທີ່ເຈັບ ໃຫ້ພັນປະໄວ້ຂ້າມຄືນ
  2. ຂູດເປືອກໝາກນາວໃນສ່ວນທີ່ເປັນສີເຫຼືອງມາວາງໄວ້ບໍລິເວນຈຸດທີ່ເຈັບປວດ ແລະເອົາຜ້າພັນໄວ້ປະມານ 1-2 ຊົ່ວໂມງ

ແລະນີ້ກໍເປັນອີກໜຶຶ່ງປະໂຫຍດຂອງໝາກນາວທີ່ເຮົານໍາເອົາເປືອກມາປິ່ນປົວອາການເຈັບຂໍ້ດ້ວຍວິທີທາງທໍາມະຊາດ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...