spot_img
Homeຂ່າວຕ່າງປະເທດຫວຽດນາມປະກາດໄວ້ທຸກ 1 ວັນ ອາໄລ ຟີແດນ ກາສໂຕຣ ຜູ້ນຳການປະຕິວັດກູບາ

ຫວຽດນາມປະກາດໄວ້ທຸກ 1 ວັນ ອາໄລ ຟີແດນ ກາສໂຕຣ ຜູ້ນຳການປະຕິວັດກູບາ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ພະຈິກຜ່ານມນີ້ວ່າ ຫວຽດນາມກຳນົດໃຫ້ວັນທີ 4 ທັນວາ ເປັນມື້ໄວ້ທຸກແຫ່ງຊາດ ເພື່ອລະນຶກເຖິງ ທ່ານ ຟີແດນ ກາສໂຕຣ ຜູ້ນຳການປະຕິວັດກູບາ ທີ່ເຖິງແກ່ມໍລະນະກຳ ໃນວັນສຸກທີ 25 ພະຈິກຜ່ານມານີ້ ລວມອາຍຸໄດ້ 90 ປີ ໂດຍກະຊວງການຕ່າງປະເທດຫວຽດນາມ ໄດ້ລະບຸອີງຕາມມະຕິຕົກລົງຂອງ ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ແລະ ແນວໂຮມປະເທດຊາດຫວຽດນາມ ຄັ້ງວັນທີ 28 ພະຈິກ 2016.

ໃນໂອກາດດຽວກັນນີ້ ທ່ານ ຫງວຽນ ຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກກອມມູນິດຫວຽດນາມ, ທ່ານ ເຈິ່ນ ດ້າຍກວາງ ປະທານປະເທດ ແລະ ທ່ານ ຫງວຽນ ຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ພ້ອມດ້ວຍເຈົ້າໜ້າທີ່ອາວຸໂສຈຳນວນຫລາຍທ່ານ ໄດ້ເຂົ້າຮ່ວມສະແດງຄວາມເຄົາລົບຕໍ່ ສະຫາຍ ຟີແດນ ກາສໂຕຣ ທີ່ສະຖານທູດກູບາ ປະຈຳນະຄອນຫລວງຮ່າໂນ້ຍ ອີກດ້ວຍ.

Vietnam's Colonel Major Ta Van Phang, Colonel Major Tran Hong Hoa and Major Bui Xuan Phong pay their respects to late Cuban revolutionary leader Fidel Castro at the Cuban Embassy in Madrid Vietnamese guard stands outside Cuban embassy as people pay tribute to late leader Fidel Castro in Hanoi

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...