spot_img
Homeຂ່າວເຫດການຮອງປະທານປະເທດ ຕ້ອນຮັບຄະນະຜູ້ແທນ ສະພາມົນຕີສັນຕິພາບ ແລະ ຄວາມປອງດອງແຫ່ງອາຊີ

ຮອງປະທານປະເທດ ຕ້ອນຮັບຄະນະຜູ້ແທນ ສະພາມົນຕີສັນຕິພາບ ແລະ ຄວາມປອງດອງແຫ່ງອາຊີ

Published on

ຂປລ. ​ໃນ​ວັນ​ທີ 29 ພະຈິກ​ນີ້ ທີ່​ທໍາ​ນຽບປະທານ​ປະ​ເທດ (ຫໍ​ຄໍາ) ທ່ານ ພັນ​ຄໍາ ວິພາ​ວັນ ຮອງ​ປະທານ​ປະ​ເທດ ​ແຫ່ງ​ ສປປ ລາວ ​ໄດ້​ຕ້ອນຮັບ ​ການ​ເຂົ້າ​ຢ້ຽມ​ຂໍ່ານັບຂອງຄະນະ​ຜູ້​ແທນ ​ເຊິ່ງນໍາ​ໂດຍ ທ່ານ ສຸລະ​ກຽດ ສະຖຽນ​ໄທ ອະດີດ​ຮອງ​ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ, ປະທານ​ສະພາ​ມົນຕີ​ສັນຕິພາບ ​ແລະ ຄວາມ​ປອງ​ດອງ​ແຫ່ງ​ອາຊີ ພ້ອມ​ຄະນະ ​ໃນ​ໂ​ອກາດ​ເດີນທາງມາ​ເຂົ້າ​ຮ່ວມ​ ກອງ​ປະຊຸມ​ປະ​ຈໍາປີຂອງ​ ສະພາ​ມົນຕີ​ສັນຕິພາບ ​ແລະ ຄວາມ​ປອງ​ດອງ​ອາຊີ ຄັ້ງ​ທີ 4 (APRC) ​​ລະຫວ່າງ​ ວັນ​ທີ 29-30 ພະຈິກ 2016 ນີ້.

ໃນ​ໂອກາດ​ດັ່ງກ່າວ, ທ່ານ​ຮອງ​ປະທານ​ປະ​ເທດ ​ໄດ້​ສະ​ແດງ​ຄວາມຊົມ​ເຊີຍ, ຍິນ​ດີ​ຕ້ອນ​ຮັບ​ ​ແລະ ຕີ​ລາຄາ​ສູງ ຕໍ່​ການ​ເດີນທາງມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ສປປ ລາວ ຂອງຄະນະ​ຜູ້​ແທນ ສະພາ​​ມົນຕີ​ສັນຕິພາບ ​ແລະ ຄວາມ​ປອງ​ດອງ​ແຫ່ງ​ອາຊີ ພ້ອມ​ຄະນະ​ໃນ​ຄັ້ງ​ນີ້. ​ເຊິ່ງ​ເປັນ​ການປະກອບສ່ວນ​ສຳຄັນ​ເຂົ້າໃນ​ການ​ເສີມ​ຂະຫຍາຍ ຮັດ​ແໜ້ນຄວາມ​ສາມັກຄີ ​ແລະ ​ເປີດ​ກວ້າງ​ການ​ຮ່ວມ​ມື​​ ໃນພາກ​ພື້ນ ​ແລະ ສາກົນ ຢ່າງ​ເປັນ​ເຈົ້າ​ການ​ຕາມ​ທິດ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ສ້າງ​ເງື່ອນ​ໄຂ​ ທີ່​ເອື້ອ​ອໍານວຍ​ໃຫ້​ແກ່ການ​ເຊື່ອມ​ໂຍງ ​ແລະ ​ເຊື່ອມ​ຈອດ​. ພ້ອມ​ນັ້ນ, ກໍ​ເພື່ອ​ເປັນ​ການ​ຊຸກຍູ້ການ​ເຕີບ​ໂຕ​ຂອງ​ເສດຖະກິດ ​ແລະ ​ເປັນ​ພື້ນຖານ​ ໃຫ້​ແກ່​ການ​ຫັນ​ເປັນ ​ອຸດ​ສະຫະ​ກໍາ ​ແລະ ທັນ​ສະ​ໄໝ.

​ໃນ​ໂອກາດ​ດຽວ​ກັນ​ນີ້, ທ່ານ ສຸລະ​ກຽດ ສະຖຽນ​ໄທ ຕາງໜ້າ​ຄະນະ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ ທ່ານ ພັນ​ຄໍາ ວິພາ​ວັນ ທີ່​ໄດ້​ສະຫລະ​ເວລາ​ ອັນ​ມີ​ຄ່າຕ້ອນຮັບ​ອັນ​ອົບ​ອຸ່ນ​ໃນ​ຄັ້ງ​ນີ້. ພ້ອມ​ທັງ​​ໄດ້ແຈ້ງສະພາບຂອງ​ການ​ເດີນທາງ ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ​ໃຫ້​ທ່ານ​ຮອງ​ປະທານ​ປະ​ເທດ​ໄດ້​ຮັບ​ຊາບ.

phankham

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...