Homeນານາສາລະວິທີປິ່ນປົວເບົາຫວານດ້ວຍ ໝາກຂີ້ຫູດ ແລະໝາກນາວ

ວິທີປິ່ນປົວເບົາຫວານດ້ວຍ ໝາກຂີ້ຫູດ ແລະໝາກນາວ

Published on

ພະຍາດເບົາຫວານເກີດຈາກການທໍາງານຂອງຮອກໂມນອິນຊູລິນ ຂອງຮ່າງກາຍຜິດປົກກະຕິ ສົ່ງຜົນໃຫ້ອິນຊູລິນຊຶ່ງມີໜ້າທີ່ນໍານໍ້າຕານໃນເລືອດເຂົ້າສູ່ເຊວຕ່າງໆເພື່ອໄປໃຊ້ເປັນພະລັງງານ ທໍາງານໄດ້ບໍ່ເຕັມປະສິດທິພາບ ແລະເກີດການອັ່ງຂອງນໍ້າຕານໃນເສັ້ນເລືອດແດງສົ່ງຜົນໃຫ້ອະໄວຍະວະຕ່າງໆເສື່ອມ ຊຶ່ງອາການນີ້ຈະສົ່ງຜົນໃຫ້ເກີດພະຍາດ ແລະອາການແຊກຊ້ອນຕໍ່ອະໄວຍະວະຕ່າງໆ.

ມື້ນີ້ມີຕົວຊ່ວຍຈາກທໍາມະຊາດມາຝາກ ເຄັດລັບປິ່ນປົວພະຍາດເບົາຫວານດ້ວຍໝາກຂີ້ຫູດ ແລະໝາກນາວ.

ວິທີການເຮັດນໍ້າໝາກຂີ້ຫູດ ແລະໝາກນາວ:

  1. ເອົາໝາກຂີ້ຫູດ 1 ໜ່ວຍ ຄັ້ນເອົາແຕ່ນໍ້າ
  2. ເອົາໝາກນາວ 2 ໜ່ວຍ ຄັ້ນເອົາແຕ່ນໍ້າ
  3. ນໍາເອົານໍ້າໝາກຂີ້ຫູດ ແລະນໍ້າໝາກນາວ ທີ່ຄັ້ນໄວ້ມາປະສົມກັນ ດື່ມທຸກວັນຫຼັງອາຫານແລງທັນທີ.

ຢໍ້າວ່າໃຫ້ດື່ມທັນທີ ຢ່າເຮັດແລ້ວປະໄວ້ ເພາະມັນຈະບໍ່ໄດ້ຜົນ ເມື່ອເຮົາກິນນໍ້າໝາກຂີ້ຫູດ ແລະນໍ້າໝາກນາວເປັນປະຈໍາປະມານ 15 ວັນ ແລ້ວລອງໄປກວດລະດັບນໍ້າຕານໃນເລືອດເບິ່ງ ຈະເຫັນໄດ້ວ່ານໍ້າຕານໃນເລືອດຫຼຸດລົງແນ່ນອນ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...