spot_img
Home​ຂ່າວບັນເທິງນາງສາວລາວ 2016 "ບຸດສະບາ ແສງປັນ" ໃຫ້ສຳພາດໃນລາຍການ " ຂ່າວເຊົ້າວັນຢຸດ" ທາງຊ່ອງ 3HD ໄທຍ

ນາງສາວລາວ 2016 “ບຸດສະບາ ແສງປັນ” ໃຫ້ສຳພາດໃນລາຍການ ” ຂ່າວເຊົ້າວັນຢຸດ” ທາງຊ່ອງ 3HD ໄທຍ

Published on

ບັນເທີງດາລາມື້ນີ້ ເຮົາມາອັບເດດຜົນງານຂອງນາງສາວລາວ 2016 ຫຼັງຈາກໄດ້ຮັບຕຳແໜ່ງ ນາງສາວ “ບຸດສະບາ ແສງປັນ” ເຊິ່ງໃນວັນທີ 27 ພະຈິກ 2016 ທີ່ຜ່ານມາ ນາງສາວລາວ 2016 ໄດ້ໄປໃຫ້ສຳພາດໃນລາຍການ ” ຂ່າວເຊົ້າວັນຢຸດ” ທາງຊ່ອງ 3HD ໄທຍ ເຊິ່ງເປັນລາຍການຂ່າວທີ່ມີຊື່ສຽງໂດດດັ່ງອີກໜຶ່ງລາຍການທີ່ມີຜູ້ຕິດຕາມທັງຄົນລາວ ແລະ ຄົນໄທຍ ເປັນຈຳນວນຫຼາຍ

7855

ງນາງສາວ ບຸດສະບາ ແສງປັນ ຫຼື ນາງສາວລາວ 2016 ໄດ້ຫອບເອົາຄວາມຫວານໜ້າຮັກສະເໜ່ທີ່ເປັນເອກະລັກຂອງຕົນເອງ ໄປຢ້ຽມຢາມລາຍການ ຂ່າວເຊົ້າວັນຢຸດ ທາງ ຊ່ອງ 3HD ໄທຍ ໃຫ້ແຟນໆຊາວໄທຍໄດ້ເຫັນຢ່າງໃກ້ຊິດ ດ້ວຍບັນຍາກາດທີ່ອົບອຸ່ນຂອງລາຍການ ລວມທັງພິທີກອນທັງສາມທ່ານ ກໍ່ສຳພາດຢ່າງເປັນກັນເອງ.

ໃນການໄປໃຫ້ສຳພາດໃນຄັ້ງນີ້ ນາງສາວ ບຸດສະບາ ແສງປັນ ໄດ້ອະທິບາຍກ່ຽວກັບງານກອງປະກວດ ບໍ່ວ່າຈະເປັນຊຸດທີ່ໃສ່ໃນກອງປະກວດ, ລາງວັນທີ່ໄດ້, ພາລະກິດຂອງນາງສາວລາວທີ່ຈະຕ້ອງເຮັດຫຼັງໄດ້ຮັບຕຳແໜ່ງ ແລ້ວຍັງໄດ້ນຳສະເໜີສະຖານທີ່ທ່ອງທ່ຽວຂອງແຂວງ ໄຊຍະບູລີ ເຊິ່ງເປັນແຂວງເກີດ ຂອງນາງ ແລະ ອື່ນໆກ່ຽວກັບປະເທດລາວ ທັງການນຸ່ງສິນ ເປັນຕົ້ນ

ມື້ນີ້ແອັດມິນເລີຍນຳວິດີໂອການສຳພາດໃນລາຍການ ຂ່າວເຊົ້າວັນຢຸດ ໃນມື້ນັ້ນມາຝາກແຟນເພສ ສຳລັບຄົນທີ່ບໍ່ທັນໄດ້ເບິ່ງກໍ່ສາມາດເບິ່ງໄດ້ ສ່ວນຄົນທີ່ເບິ່ງແລ້ວ ກໍ່ສາມາດເບິ່ງອີກໄດ້ ເອົາເປັນວ່າບໍ່ເວົ້າຫຍັງຫຼາຍ ເຮົາມາເບິ່ງວິດີໂອສຳພາດກັນເລີຍ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...