Homeອຸບັດເຫດແລະປາກົດການຫຍໍ້ທໍ້REVO ຂັບມາດ້ວຍຄວາມໄວ ຕຳເອົາອາສາກູ້ໄພ ແລະ ປະຊາຊົນ ບາດເຈັບ 12 ຄົນ ເສຍຊີວິດ 1 ຄົນ

REVO ຂັບມາດ້ວຍຄວາມໄວ ຕຳເອົາອາສາກູ້ໄພ ແລະ ປະຊາຊົນ ບາດເຈັບ 12 ຄົນ ເສຍຊີວິດ 1 ຄົນ

Published on

ເຫດການໄດ້ເກີດຂຶ້ນເມື່ອເວລາປະມານ 1:20 ໂມງເຊົ້າ ຂອງວັນທີ 28 ພະຈິກ 2016 ທີ່ຜ່ານມາ ໂດຍໄດ້ຮັບແຈ້ງເຂົ້າມາເບີສຸກເສີນ 1628 ວ່າມີເຫດລົດໃຫ່ຍເສຍຫຼັກຕຳກອງໄມ້ເຂດບ້ານຕານມີໄຊ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ພໍໜ່ວຍກູ້ໄພຮອດຈຸດເກີດເຫດພົບເຫັນຜູ້ບາດເຈັບຕິດພາຍໃນ 2 ຄົນທາງໝ່ວຍກູ້ໄພມູນນິທິຈີນ ຈຶ່ງໄດ້ຂໍກຳລັງໝ່ວຍກູ້ໄພນະຄອນຫຼວງໃຫ້ເອົາເຄືອງມາຕັດຖາງເພື່ອເອົາຄົນອອກຈາກລົດ. ໃນຂະນະໝ່ວຍກູ້ໄພພວມປະຕິບັດໜ້າທີ່ຢູ່ນັ້ນ ໄດ້ມີລົດ REVO ຂີ່ມາດ້ວຍຄວາມໄວສູງ ແລ້ວເສຍຫຼັກເຂົ້າມາຕຳເອົາອາສາໜ່ວຍກູ້ໄພ ແລະ ປະຊາຊົນຜູ້ທີ່ມາເບິ່ງເຫດການ ເຊິ່ງໄດ້ເຮັດໃຫ້ອາສາໝ່ວຍກູ້ໄພໄດ້ຮັບບາດເຈັບຈຳນວນ 8 ຄົນ ແລະ ມີຄົນເຈັບອາການສາຫັດພໍສົມຄວນ 4 ຄົນ ສ່ວນປະຊາຊົນ ເສຍຊີວິດ 1 ຄົນ ຈາກໃນເຫດການຄັ້ງນີ້

ສ່ວນຜູ້ບາດເຈັບທີ່ຕິດພາຍໃນລົດ 2 ຄົນແມ່ນທີມງານໜ່ວຍກູ້ໄພນະຄອນຫຼວງວຽງຈັນ ແລະ ໜ່ວຍກູ້ໄພມູນນິທິ ໄດ້ໃຊ້ເຄື່ອງ ອຸປະກອນຕັດ-ຖ່າງ ເຊິ່ງໃຊ້ເວລາດົນພໍສົມຄວນຈຶ່ງສາມາດນຳເອົາຜູ້ບາດເຈັບອອກມາໄດ້ ເຊິ່ງມີອາການສາຫັດທັງ 2 ແລະ ທີມກູ້ໄພ ໄດ້ປະຖົມພະຍາບານເບື້ອງຕົ້ນແລ້ວນຳສົ່ງໂຮງໝໍ 105 ຕຽງດ່ວນ

ທາງທີມງານລາວໂພສຕ໌ ຂໍສະແດງຄວາມເສຍໃຈມາຍັງຄອບຄົວຜູ້ເສຍຊີວິດ ແລະ ຂໍສະແດງຄວາມຫ່ວງໃຍມາຍັງຜູ້ທີ່ໄດ້ຮັບບາດເຈັບ ຂໍໃຫ້ທຸກຄົນຜ່ານຊ່ວງເວລາທີ່ຮ້າຍໆນີ້ໄປໄດ້ດ້ວຍຫົວໃຈທີ່ເຂັມແຂງ.

ແລະ ນີ້ກໍ່ເປັນອີກໜຶ່ງອຸທາຫອນສອນໃຈການຂັບຂີ່ລົດຕາມທ້ອງຖະໜົນທຸກຄົນຕ້ອງມີສະຕິ ແລະ ເຄົາລົບກົດຈະລາຈອນຢ່າງເຄັ່ງຂັດ ເພື່ອຫຼີກລ່ຽງທຸກການສູນເສຍທີ່ອາດຈະເກີດຂຶ້ນໄດ້ທຸກເວລາ ແລະ ກັບທຸກຄົນຢ່າງບໍ່ຄາດຄິດ.

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...