Homeນານາສາລະ30 ສິ່ງທີ່ຜູ້ຍິງຢາກຮູ້ແຕ່ບໍ່ກ້າຖາມ

30 ສິ່ງທີ່ຜູ້ຍິງຢາກຮູ້ແຕ່ບໍ່ກ້າຖາມ

Published on

 

  1. ເປັນຫຍັງຜູ້ຊາຍບາງຄົນບໍ່ຍອມຊັກສະລິບ?

ຕອບ: ເປັນມິດກັບກິ່ນກາຍຕົນເອງ, ແລະເປັນເພື່ອນສະນິດກັບຂີ້ກາກ

  1. ຫ້ອງນອນຮົກ ບໍ່ຮູ້ວ່ານອນໄດ້ແນວໃດ?

ຕອບ: ຜູ້ຊາຍເປັນຄົນທີ່ບໍ່ຫຼາຍເລື່ອງ ສາມາດນອນໄດ້ທຸກທີ່ ແລະທຸກທ່າ

  1. ບໍ່ຄ່ອຍມັກຊັກເຄື່ອງນຸ່ງ
  2. ຜູ້ຊາຍມັກມີກິກແທ້?

ຕອບ: ແລ້ວແຕ່ບາງຄົນ ແຕ້ສ່ວນໃຫຍ່ຖ້າມີກິກແລ້ວໝູ່ຈະອິດສາ ເຮັດໃຫ້ພູມໃຈລຶກໆ

  1. ເປັນຫຍັງຈຶ່ງອາລົມຮ້ອນຕະຫຼອດ ງຸດງິດງ່າຍ?

ຕອບ: ອາດຈະມີບັນຫາທີ່ແກ້ບໍ່ຕົກ ຫຼືເລື່ອງກັງວົນໃນໃຈທີ່ບໍ່ຢາກເປີດເຜີຍ ຈົນເກັບເປັນພາລະຄົນດຽວ

  1. ເປັນຫຍັງຜູ້ຊາຍຈຶ່ງຫຼາຍໃຈແທ້?

ຕອບ: ແລ້ວເປັນຫຍັງຜູ້ຍິງເຖິງເອົາແຕ່ໃຈ

  1. ມັກເບິ່ງເຕະບານ ມ່ວນບ່ອນໃດ?

ຕອບ: ແລ້ວຜູ້ຍິ່ງເບິ່ງໜັງມ່ວນບ່ອນໃດ

  1. ມັກຜູ້ຍິງແບບໃດ?

ຕອບ: ຂຶ້ນຊື່ວ່າເປັນຜູ້ຊາຍ ມັກທຸກຢ່າງທີ່ເປັນຜູ້ຍິງ ແຕ່ເຂົາຈະມັກເຈົ້າ ຫຼືບໍ່ ທົດສອບກັນເອົາເອງ

  1. ແຟນກັບໝູ່ຈະເລືອກໃຜ?

ຕອບ: ເລືອກໝູ່ ແຟນຈະຊອກຢູ່ບ່ອນໃດກໍໄດ້

  1. ຜູ້ຊາຍຄວາມຮູ້ສຶກຊ້າ ແທ້ບໍ?

ຕອບ: ລອງແກ້ເຄື່ອງຢູ່ຕໍ່ໜ້າເຂົາເບິ່ງ ແລ້ວຈະຮູ້ວ່າຊ້າ ຫຼືບໍ

  1. ຜູ້ຍິງງາມ ກັບຜູ້ຍິງລວຍ ເລືອກອັນໃດ?

ຕອບ: ຖ້າໄດ້ທັງສອງຈະມີນໍ້າໜັກຫຼາຍ ແຕ່ຈະເລືອກຜູ້ຍິງລວຍ ແມ້ບໍ່ງາມກໍໄປສັນຍະກໍາໄດ້

  1. ເປັນຫຍັງເຖິງມັກຫຼິ້ນ ແລະບໍ່ຮູ້ຈັກເມື່ອຍ?

ຕອບ: ເພາະໜ້າຈໍຄອມມີ 16 ລ້ານສີ ອາດມີແຮງດຶງດູດຊະນິດພິເສດ

  1. ຜູ້ຊາຍເບິ່ງພາຍນອກແຂງແຮງ ພາຍໃນແຝງຄວາມຄວາມອ່ອນໂຍນ? ຕອບ: ມີ ເພາະບາງທີເບິ່ງໜັງສະເທືອນອາລົມ ກໍມີນໍ້າຕາໄຫຼອອກຄືກັນ
  2. ຜູ້ຊາຍຄິດແນວໃດກັບຜູ້ຍິງທີ່ຈີບຜູ້ຊາຍກ່ອນ?

ຕອບ: ມັກ ເພາະສະແດງວ່າຕົນເອງຫຼໍ່

  1. ຜູ້ຊາຍຄິດແນວໃດ ຖ້າຂໍເບີແລ້ວຜູ້ຍິງບໍ່ໃຫ້?

ຕອບ: ຫຼິ້ນຕົວ

  1. ແທ້ບໍ ທີ່ຜູ້ຊາຍມັກຜູ້ຍິງບໍ່ແຕ່ງໜ້າ?

ຕອບ: ແທ້ ຖ້າຕ້ອງໃຊ້ເວລາແຕ່ງໜ້າເປັນເວລາເຄິ່ງວັນ ແລ້ວຍັງບໍ່ມີຫຍັງດີຂຶ້ນກວ່າເກົ່າ

  1. ຜູ້ຊາຍມັກຜູ້ຍິງທີ່ໜ້າຕາ ຫຼືນິໄສ?

ຕອບ: ທັ້ງສອງຢ່າງ ຖ້າງາມ ແລະນິໄສດີພ້ອມ ຈະດີຫຼາຍ

  1. ຜູ້ຊ່ວຍສ່ວນໃຫຍ່ຂີ້ຫຶງແທ້ບໍ?

ຕອບ: ຫຶງ ແຕ່ວິທີສະແດງອອກບໍ່ຄືກັນ

  1. ຄິດແນວໃດກັບຜູ້ຍິງທີ່ເວົ້າຄໍາຫຍາບກັບໝູ່?

ຕອບ: ຫ້າວ ແລະໝັ້ນໃຈໃນຕົນເອງສູງ

  1. ໃນສາຍຕາຜູ້ຊາຍ ຜູ້ຍິງທີ່ເບິ່ງໜ້າຮັກມີລັກສະນະແນວໃດ?

ຕອບ: ວ່ານອນສອນງ່າຍ, ບໍ່ມັກຄຽດ, ບໍ່ຫຼາຍເລື່ອງ ແລະເຂົ້າໃຈໃນສິ່ງທີເຮົາເປັນ

  1. ຖ້າແຟນກໍາລັງຈະຖືກທໍາຮ້າຍ ຜູ້ຊາຍຈະເຂົ້າໄປຊ່ວຍບໍ?

ຕອບ: ຊ່ວຍ ແຕ່ຈະຊໍ້າ ຫຼືຈະຫ້າມ ນັ້ນອີກເລື່ອງໜຶ່ງ

  1. ຄິດແນວໃດກັບຜູ້ຍິງທີ່ກິນເກັ່ງ?

ຕອບ: ດີ ເພາະປົກກະຕິເຫັນແຕ່ຜູ້ຍິງຢ້ານຕຸ້ຍ ຊວນກິນຫຍັງກະບໍ່ກິນ

  1. ເປັນຫຍັງຄໍາວ່າຂໍໂທດສໍາຫຼັບຜູ້ຊາຍຈຶ່ງເປັນຄໍາທີ່ເວົ້າຢາກ?

ຕອບ: ບໍ່ຢາກເວົ້າຕະຫຼອດ

  1. ຜູ້ຊາຍຢາກໄດ້ຫຍັງໃນວັນພິເສດ?

ຕອບ: ຄວາມເຂົ້າໃຈ

  1. ຜູ້ຊາຍມັກໃຫ້ຫຍັງຜູ້ຍິງໃນວັນວາເລນທາຍ?

ຕອບ: ບໍ່ຮູ້ ຖ້າຢາກໄດ້ຫຍັງຄວນບອກ ບໍ່ຢາກເດົາ ເພາະຢ້ານບໍ່ຖືກໃຈ

  1. ຜູ້ຊາຍຮູ້ສຶກແນວໃດ ເມື່ອຜູ້ຍິງຄຽດ?

ຕອບ: ເມື່ອຍ ເພາະຕ້ອງມານັ່ງງໍ້

  1. ຜູ້ຊາຍເຄີຍເສຍນໍ້າຕາເພາະຜູ້ຍິງບໍ?

ຕອບ: ເຄີຍ ສ່ວນໃຫຍ່ຈະເປັນອົກຫັກຄັ້ງທໍາອິດ

  1. ຄິດແນວໃດກັບຜູ້ຍິງຕຸ້ຍ?

ຕອບ: ບາງທີກໍໜ້າຮັກດີ ຕຸ້ຍແບບພໍດີ

  1. ເປັນຫຍັງຜູ້ຊາຍເຝີ້ຝັນແຕ່ເລື່ອງເຊັກສ?

ຕອບ: ບໍ່ໄດ້ເຝີ້ຝັນ ພຽງແຕ່ມຸກມຸ່ນ

  1.   ຫຼັງມີເຊັກສ ຜູ້ຊາຍມັກເຮັດຫຍັງ?

ຕອບ: ກັບເຮືອນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...