Homeຂ່າວຕ່າງປະເທດຊາວໂຣຮິນຈາຊຸມນຸມທີ່ໜ້າສະຖານທູດມຽນມາ ຮຽກຮ້ອງໃຫ້ຢຸດໃຊ້ຄວາມຮຸນແຮງ

ຊາວໂຣຮິນຈາຊຸມນຸມທີ່ໜ້າສະຖານທູດມຽນມາ ຮຽກຮ້ອງໃຫ້ຢຸດໃຊ້ຄວາມຮຸນແຮງ

Published on

ເມື່ອວັນທີ 25 ພະຈິກ 2016ທີ່ຜ່ານມາ ຊາວໂຣຮິນຈາ ແລະ ຊາວມຸສລິມໃນໄທ ຮວມຕົວກັນທີ່ໜ້າສະຖານທູດມຽນມາປະຈຳປະເທດໄທ ຍື່ນໜັງສືຮຽກຮ້ອງໃຫ້ລັດຖະບານມຽນມາຢຸດໃຊ້ຄວາມຮຸນແຮງໃນລັດຍະໄຂ່

ເຈົ້າໜ້າທີ່ຕຳຫຼວດໄດ້ລົງພື້ນທີ່ດູແລຄວາມຮຽບຮ້ອຍ 100 ຄົນ ພ້ອມທັງຮວມກັບຕົວແທນຜູ້ຊຸມນຸມໃນການກວດຄົ້ນຜູ້ເຂົ້າຮ່ວມຊຸມນຸມຢ່າງເຂັ້ມງວດ ເພື່ອປ້ອງກັນບໍ່ໃຫ້ມີການພົບພາອາວຸດ ຂອງມີຄົມ ແລະ ຂອງແຂງ ເຂົ້າມາໃນບໍລິເວນພື້ນທີ່ຊຸມນຸມ.

ຈົນເຖິງເວລາ 15.00 ໂມງ ຕົວແທນຈາກສະພາເຄືອຂ່າຍຊ່ວຍເຫຼືອດ້ານສິດທິມະນຸດ ສຳນັກຈຸລາຣາຊະມົນຕີ ມອບໜັງສືຂໍ້ຮຽກຮ້ອງຕົວແທນຈາກສະຖານທູດມຽນມາ ເຊິ່ງມີການລະບຸເຖິງສະພາບເຫດການຄວາມຮຸນແຮງໃນລັດຍະໄຂ່ ທີ່ຊາວໂຣຮິນຈາຖືກລະເມີດສິດທິມະນຸດຢ່າງຮຸນແຮງ ພ້ອມຂໍໃຫ້ລັດຖະບານມຽນມາຢຸດໃຊ້ຄວາມຮຸນແຮງ ພ້ອມຂໍໃຫ້ລັດຖະບານມຽນມາຢຸດການກະທຳທີ່ໄຮ້ມະນຸດສະທຳ ແລະ ການຂ້າລ້າງເຜົ່າພັນຊາວໂຣຮິນຈາ ແລະ ຮຽກຮ້ອງໃຫ້ລັດຖະບານເປີດທາງໃຫ້ອົງກອນລະຫວ່າງປະເທດເຂົ້າໄປໃຫ້ຄວາມຊ່ວຍເຫຼືອໃນພື້ນທີ່ ແລະ ຮຽກຮ້ອງໃຫ້ລັດຖະ ບານມຽນມາສອບສວນສາເຫດທີ່ເກີດຂຶ້ນ ໂດຍໃຫ້ນານາຊາດ ແລະ ອົງການສະຫະຊາດມີສ່ວນຮ່ວມໃນການສອບສວນ

ຂໍ້ມູນຂ່າວຈາກ thaipbs ແລະ http://news.mthai.com

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...