spot_img
Homeເກມບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 25 ພະຈິກ ຫຼືມື້ວາງຈຳໜ່າຍເກມ Tokimeki Memorial 2

ບົດຄວາມເກມ: ມື້ນີ້ໃນອະດີດ ວັນທີ 25 ພະຈິກ ຫຼືມື້ວາງຈຳໜ່າຍເກມ Tokimeki Memorial 2

Published on

ວັນທີ 25 ພະຈິກ ປີ 1999 ຫຼືມື້ນີ້ເມື່ອ 17 ທີ່ແລ້ວເປັນມື້ວາງຈຳໜ່າຍຂອງເກມ Tokimeki Memorial 2 ພາກຕໍ່ຂອງເກມຈີບສາວຊື່ດັງຈາກຄ້າຍ Konami ເທິງເຄື່ອງ PS1 ທີ່ປະເທດຍີ່ປຸ່ນ. ໂດຍເກມພາກນີ້ນອກຈາກຈະປ່ຽນໂຕລະຄອນຍົກຊຸດ ແລະສະຖານທີ່ເກີດເລຶ່ອງແລ້ວ ກໍຍັງມີການພັດທະນາລະບົບພາຍໃນເກມນຳ. 

ໂຕເກມພາກນີ້ຈະໂຟກັດໄປທີ່ເລື່ອງໃນໂຮງຮຽນຮິບິຄິໂນະ (Hibikino) ເຊິ່ງມີຕຳນານເລົ່າຂານກັນວ່າຫາກໃຜສາລະພາບຮັກໜ້າໂຮງຮຽນໃນມື້ຈົບການສຶກສາແລະມີສຽງຈາກລະຄັງດັງຂຶ້ນມາ ຄູ່ຮັກນັ້ນຈະໄດ້ຄອງຮັກກັນຈົນຊົ່ວນິລັນ. ທັງນີ້ ເຮົາຈະໄດ້ຮັບບົດເປັນເດັກໜຸ່ມທີ່ເຄີຍອາໄສຢູ່ໃນເມືອງຮິບິຄິໂນະແລະມີເຫດຕ້ອງຍ້າຍອອກໄປຢູ່ບ່ອນອື່ນ ກ່ອນທີ່ຈະກັບມາຮຽນມັດທະຍົມຕອນປາຍທີ່ເມືອງນີ້ອີກຄັ້ງ ເຊິ່ງໜ້າທີ່ຂອງເຮົາກໍຄືການຈົບການສຶກສາໃນຖານະນັກຮຽນທີ່ດີຂອງພໍ່ແມ່ ແຕ່ໃນທາງກັບກັນຊີວິດໄວໜຸ່ມຈະບໍ່ມີຊີວິດຊີວາຂຶ້ນແທ້ໆຫາກວ່າບໍ່ມີສາວໃດມາຄຽງຄູ່. 

ແມ່ນແລ້ວ…ເຮົາຈະຕ້ອງຈີບສາວທີ່ເຂົ້າມາໃນຊີວິດເຮົາຄົນໃດຄົນໜຶ່ງໃນຈຳນວນ 13 ຄົນ ໂດຍຊ່ວງເລີ່ມຕົ້ນເກມຈະໃຫ້ເຮົາຫຼິ້ນເລື່ອງລາວໃນໄວເດັກກ່ອນ ເຊິ່ງເນື້ອເລື່ອງສ່ວນນີ້ຈະມີຜົນກະທົບຕໍ່ເນື້ອເລື່ອງຊ່ວງຫຼັງຂອງເກມນຳ. 

ພາຍໃນເກມໂຕເອກເຮົາຈະມີຄ່າພະລັງຕ່າງໆ ເຊິ່ງເຮົາຈະຕ້ອງເລືອກກິດຈະກຳຕ່າງໆ ທີ່ຈະຊ່ອຍເພີ່ມຄ່າພະລັງຂອງເຮົາ ເຊັ່ນ: ການອ່ານໜັງສືຈະຊ່ອຍເພີ່ມຄວາມຮູ້, ການອອກກຳລັງກາຍຈະຊ່ອຍເພີ່ມຄ່າພະລັງກາຍ ຫຼືການແຕ່ງຫຼ່ໍກໍຈະຊ່ອຍເພີ່ມຄ່າພະລັງກ່ຽວກັບໜ້າຕາ ເຊິ່ງໃນການເຮັດກິດຈະກຳແຕ່ລະຢ່າງຈະມີທັງເພີ່ມແລະຫຼຸດຄ່າສະເຕຕັສນຳ. ໃນການເຮັດ 1 ກິດຈະກຳເຮົາຈະເຮັດໄປຕະຫຼອດຈົນກວ່າຈະຮອດມື້ພັກໃນ 1 ອາທິດ, ສະນັ້ນການເລືອກກິດຈະກຳເພື່ອເພີ່ມສະເຕຕັສຈຶ່ງຕ້ອງບໍລິຫານເວລາໃຫ້ເໝາະສົມ. ນອກຈາກນີ້ ເຮົາຍັງສາມາດທີ່ຈະເຂົ້າຮ່ວມຊົມຮົມຕ່າງໆໃນໂຮງຮຽນໄດ້ນຳ ເຊິ່ງຊົມຮົມນີ້ນອກຈາກຈະເພີ່ມຄ່າສະເຕຕັສເຊັ່ນດຽວກັບກິດຈະກຳທົ່ວໄປ ມັນຍັງມີຜົນກກະທົບຕໍ່ສາວໆທີ່ເຮົາຈີບບາງຄົນນຳ.  

ມາເວົ້າເລື່ອງການຈີບສາວກັນແດ່…ຢ່າງທີ່ບອກໄປຕອນຕົ້ນວ່າ ເກມຈະມີສາວໃຫ້ຈີບ 13 ຄົນ (ຄວາມຈິງມີພຽງ 10 ຄົນ ແຕ່ອີກ 3 ຄົນແມ່ນໂຕລະຄອນລັບທີ່ມີວິທີຈີບແລະປະກົດໂຕທີ່ບໍ່ຄືຄົນອື່ນ). ໂຕເກມຈະຍັງໃຊ້ລະບົບຫຼັກໆໃນການຈີບສາວຄືພາກທຳອິດເຊັ່ນ: ການໂທຊວນໄປເດດໃນສະຖານທີ່ຕ່າງໆ ເຊິ່ງສາວແຕ່ລະຄົນຈະມີສະຖານທີ່ເດດທີ່ມັກນຳ ເມື່ອເຮົາຊວນເດດກໍຈະມີການຕອບຄຳຖາມລະຫວ່າງເດດ ເຊິ່ງຫາກຕອບຖືກກໍຈະເພີ່ມລະດັບຄວາມສຳພັນລະຫວ່າງເຮົາກັບນາງ ແລະເຮົາຕ້ອງເພີ່ມລະດັບຄວາມສຳພັນໃຫ້ຫຼາຍຂຶ້ນຈົນນາງມັກເຮົານັ້ນເອງ. 

ທັງນີ້ ໃນການເດດແຕ່ລະເທື່ອ ຫາກເຮົາເດດຖືກມື້ແລະມີຄ່າພະລັງຄວາມຮັກທີ່ເໝາະສົມ ເຮົາຈະພົບເຫດການພິເສດໃຫ້ໄດ້ເກັບຮູບງາມໆນຳ ແຕ່ການຈີບສາວແບບເໝົາຮາເຣັມຫຼືເປັນຄາສໂນວ້າ ບໍ່ແມ່ນສິ່ງທີ່ດີປານໃດ ເພາະເມື່ອສາວໆມີໃຈໃຫ້ເຮົາຫຼາຍເກີນໄປຈະມີ ລະເບີດ ຫຼືການຫຶງຫວງເກີດຂຶ້ນ ເຊິ່ງເຮົາຈະຕ້ອງໄປຊວນນາງເດດລະເບີດຈຶ່ງຈະຫາຍໄປ ຫາກບໍ່ແກ້ຈົນລະເບີດເຮັດວຽກສາວໆຈະຊັງເຮົາທັງໝົດໃນທັນທີ. 

ແລະແນ່ນອນ ເກມຍັງອຸດົມໄປດ້ວຍມິນິເກມມະຫາສານຫຼາກຫຼາຍ ຕັ້ງແຕ່ງານກິລາ, ເກມຊູດຕິ້ງ ໄປຈົນເຖິງເກມ RPG ທີ່ແອບລໍ້ຮຽນ Final Fantasy ເຊັ່ນພາກແລ້ວນີ້ໃຫ້ໄດ້ຕາຫຼົກກັນຕະຫຼອດທັງເກມນຳ ພຽງແຕ່ວ່າຈະເຂົ້າເຖິງເກມຫຼາຍຂຶ້ນຫາກອ່ານພາສາຍີ່ປຸ່ນອອກ. ນອກຈາກນີ້ຍັງມີການນຳລະບົບທີ່ເປັນນະວັດຕະກຳວົງການເກມອັນໜຶ່ງຄືລະບົບ EVS ຖ້າອະທິບາຍແບບຫຍໍ້ໆ ກໍຄືລະບົບທີ່ເຮັດໃຫ້ໂຕລະຄອນໃນເກມສາມາດເອີ້ນຊື່ທີ່ເຮົາຕັ້ງໄດ້ (ໂດຍປົກກະຕິເມື່ອນາງຈະເອີ້ນຊື່ເຮົາສຽງຈະງຽບທັນທີ) ເຊິ່ງສ້າງຄວາມຕື່ນຕາໃນຍຸກນັ້ນພໍສົມຄວນ ແຕ່ວ່າເມື່ອໃຊ້ແທ້ໆແລ້ວຫຼາຍຄົນເລືອກຈະກັບໄປຫຼິ້ນແບບເກົ່າ ເພາະນອກຈາກຈະລຳບາກໃນການເຊັດສຽງແລ້ວ ຍັງກິນເນື້ອທີ່ເມໂມຣີ້ກາຣ໌ດເຖິງ 11 ບລ໋ອກອີກນຳ. 

ອີກປະເດັນໜຶ່ງທີ່ຮືຮາກັນຫຼາຍນັ້ນຄືຈຳນວນແຜ່ນເກມທີ່ໃຊ້ນັ້ນສູງເຖິງ 5 ແຜ່ນ ເປັນເກມທີ່ມີຈຳນວນແຜ່ນສູງສຸດອັນດັບຕົ້ນໆຂອງເຄື່ອງ PS1 ເລີຍ, ແຕ່ວ່າ Tokimeki Memorial 2 ນັ້ນເຮັດຍອດຂາຍໄດ້ດີຫຼາຍຈົນຕ້ອງມີພາກແຍກອອກມາອີກຫຼາກຫຼາຍ ແຕ່ວ່າແຟນເກມພາກນີ້ຈະບໍ່ຫຼາຍເທົ່າພາກທຳອິດ ເລີຍເຮັດໃຫ້ຄວາມຮຸ່ງເຮືອງຂອງຊີຣີນີ້ໄດ້ເລີ່ມຫຼຸດໜ້ອຍຖອຍລົງນັບຕັ້ງແຕ່ພາກ 3 ເປັນຕົ້ນມາ. 

Fact ເລັກນ້ອຍກ່ຽວກັບເກມ Tokimeki Memorial 2

  • ໂຕລະຄອນລັບທັງ 3 ຄົນ ມີເງື່ອນໄຂຈີບທີ່ຕ່າງກັນ ເຊັ່ນ: ຕ້ອງສັ່ງສິນຄ້າທາງໂທລະສັບໃຫ້ຖືກເວລາ ຫຼືຕ້ອງເຮັດກິດຈະກຳຍ່າງຫຼິ້ນໃຫ້ຖືກເວລາ, ແຕ່ທີ່ລຳບາກສຸດກໍຄື: ມາໂຮະ (Maho) ເອື້ອຍຝາແຝດຂອງ ມິໂຮະ (Miho) ເຊິ່ງເງື່ອນໄຂການຈີບແມ່ນຕ້ອງຊວນເດດມິໂຮະແລ້ວໃຫ້ມາໂຮະອອກມາ ໂດຍຜູ້ຫຼິ້ນຈະໃຊ້ສາຍຕາແຍກຄວາມແຕກຕ່າງຂອງຝາແຝດຄູ່ນີ້ໄດ້ຍາກເຖິງຍາກທີ່ສຸດ ເພາະຕ້ອງອາໄສການໂຫຼດເຊບແລະຟັງສຽງເອົາ (ສຽງມາໂຮະຈະໃຫຍ່ກວ່າ) ຈົນກວ່າເຮົາຈີບມາໂຮະໄດ້ໃນລະດັບໜຶ່ງແລ້ວ ນາງຈຶ່ງຈະປ່ຽນຮູບແບບການແຕ່ງໂຕໃຫ້ເຮົາສັງເກດໄດ້ງ່າຍຂຶ້ນ. 
  • ອາກາເນະ (Akane) ຖືເປັນໂຕລະຄອນທີ່ມີສາກຈົບໃນເກມຫຼາຍທີ່ສຸດຄື 5 ແບບ ເຊິ່ງຂຶ້ນກັບວ່າເຮົາກຳຈັດພວກຈະຕຸລະເທບທີ່ເຂົ້າມາທ້າເຮົາໄດ້ຈັກຄົນ. 
  • ຫາກເຮົາເຜີໄປຈີບສາວຄົນດຽວກັບທາຄຸມິ (Takumi) ຜູ້ໃຫ້ຂໍ້ມູນສາວໆແກ່ເຮົາ ຫຼື ອິຈິໂຣະ (Ichiro) ທີ່ເປັນໝູ່ຂອງເຮົາ ກ່ອນຈົບການສຶກສາພວກເຂົາຈະມາທ້າເຮົາສູ້. 

  • ຫາກເຮົາບໍ່ເຮັດໃຫ້ຄາໂອຣິ (Kaori) ມີຄ່າຄວາມຮັກຕໍ່ເຮົາທີ່ຫຼາຍພໍ ໃນປີທີ 2 ນາງຈະຍ້າຍໂຮງຮຽນແລະເຮົາຈະຈີບນາງບໍ່ໄດ້ອີກຕໍ່ໄປ.
  • ໃນງານກິລາຈະມີມຸກຕາຫຼົກໆ ເລັກໆນ້ອຍ ເຊັ່ນ: ແລ່ນ 100 ແມັດ ຫາກເຮົາມີຄ່າພະລັງກາຍສູງແລະກົດແລ່ນສຸດໆຈະເປັນສາກທີ່ເຮົາແລ່ນໄວລະດັບຄວາມໄວແສງຈົນໂຕເກືອບໄໝ້ ແລະໃນການແລ່ນ 3 ຂາ ຫາກຄົນແລ່ນຄູ່ເຮົາເປັນທາຄຸມິ ລອງຢອກໂດຍກົດປຸ່ມຜິດເບິ່ງຈະພົບວ່າໂຕເອກອອກແລ່ນໄປຄົນດຽວໂດຍບໍ່ສົນສະພາບຂອງທາຄຸມິເຂົ້າເສັ້ນໄຊໄປເລີຍ. 
  • ຄາສຶມິ (Kasumi) ອາຈານຂອງເຮົາເຊິ່ງເປັນໂຕແທນຂອງຊິໂອຣິນາງເອກພາກທຳອິດເວົ້າໄດ້ວ່າເປັນໂຕລະຄອນທີ່ຈີບຍາກ ເນື່ອງຈາກຕ້ອງໃຫ້ຄ່າພະລັງສູງແບບສຸດໆ ນອກຈາກນີ້ການຈີບນາງຍັງສົ່ງຜົນຕໍ່ຄວາມສຳພັນຂອງສາວໆຫຼຸດລົງອີກນຳ. 

  • ຄາເອເດະ (Kaede) ເປັນໂຕລະຄອນໂຕດຽວໃນເກມ ທີ່ມີການປ່ຽນໜ້າເປັນໜ້າແດງຫາກເຮົາຈີບນາງຈົນຄວາມມັກສູງສຸດໃນແຜ່ນ 2 ເພາະວ່ານາງເປັນໂຕລະຄອນດຽວທີ່ຫຼັງຈາກແຜ່ນ 2 ເຮົາຈະຊວນນາງເດດບໍ່ໄດ້ອີກນັ້ນເອງ. 
  • ໃນມິນິເກມຈັບປາງານວັດ ຫາກກົດປຸ່ມ ເທິງ, ເທິງ, ລຸ່ມ, ລຸ່ມ, ຊ້າຍ, ຂວາ, ຊ້າຍ, ຂວາ, ຄູນ ເທິງໜ້າຈໍເກມຈະຖາມວ່າເຮົາຈະຕ້ອງການຄຳແນະນຳໃນມິນິເກມຕັກປາທອງຫຼືບໍ່ ຖ້າເລືອກຕົກລົງເຮົາຈະໄດ້ແຜ່ນຕັກປາໂລຫະມາ. 
  • ເຖິງວ່າຜູ້ຫຼິ້ນຈະຈີບສາວໃນເກມບໍ່ໄດ້ເລື່ອງຊ່ຳໃດ ແຕ່ຖ້າຫາກເຮົາບໍ່ໄປເຮັດຫຍັງໃຫ້ຮິຄາຣິ (Hikari) ໃຈຮ້າຍຈົນຊັງເຮົາ ຈັ່ງໃດໂອກາດທີ່ເຮົາຈະຈົບແບບໄດ້ຮັກກັບນາງນັ້ນແທບຈະສູງເກືອບເຖິງ 100℅ ເລີຍ. 

  • ສູນການຄ້າໂຊນເຄື່ອງເຫຼັກຈະມີໃຫ້ເລືອກຫາກເຮົາເດດກັບ ເມ ອິຈູອິນ (Mei Ijuin) ເທົ່ານັ້ນ. 
  • ໃນການເຊົ້າຊົມຮົມ ຫາກເຮົາເຂົ້າຊົມຮົມຄົບ 3 ປີຈະໄດ້ທ່າໄມ້ຕາຍໄວ້ສູ້ກັບສັດຕູໃນມິນິເກມ RPG ແຕ່ຫາກເຮົາບໍ່ໄດ້ເຂົ້າຊົມຮົມເລີຍ ເຮົາຈະໄດ້ທ່າໄມ້ຕາຍທີ່ພະເອກຈະກົ້ມຫົວຂໍໂທດສັດຕູ ກ່ອນຈະຈັບເອົາໄມ້ມາຟາດຫົວດ້ານຫຼັງແທນ. 
  • ຫາກເຮົາມີຄ່າໜ້າຕາທີ່ດີໃນລະດັບໜຶ່ງ ພໍຮອດມື້ຄຣິສມາສປີທີ 2 ເຮົາຈະໄດ້ບັດເຊີນໄປງານຄຣິສມາສທີ່ຄະລືຫາດຕະກຸນອິຈູອິນ. 

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...