spot_img
Homeຂ່າວເຫດການຮອງນາຍົກ ສົມດີ ດວງດີ ລົງຊຸກຍູ້ການເກັບລາຍຮັບງົບປະມານ ຢູ່ແຂວງວຽງຈັນ

ຮອງນາຍົກ ສົມດີ ດວງດີ ລົງຊຸກຍູ້ການເກັບລາຍຮັບງົບປະມານ ຢູ່ແຂວງວຽງຈັນ

Published on

ໃນລະຫວ່າງ ວັນທີ 24-25 ພະຈິກ ນີ້, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍຄະນະ​ ໄດ້​​​ໄປ​ຢ້ຽມຢາມ ​ແລະ ເຄື່ອນ​ໄຫວລົງຊຸກຍູ້ ​ວຽກງານການຈັດຕັ້ງປະຕິບັດງົບປະມານ, ແນະນຳແຜນການງົບປະມານ, ເກັບກຳຖານລາຍຮັບໃໝ່ຢູ່​ແຂວງ​ວຽງຈັນ, ໂດຍ​ມີ ​ທ່ານ ວິດົງ ​ໄຊ​ຍະ​ສອນ ເຈົ້າ​ແຂວງວຽງຈັນ, ພ້ອມ​ດ້ວຍ​ຄະນະ​ນຳກະຊວງ, ຄະນະນຳ​​ຂອງແຂວງ, ຄະນະ​ນຳ​ເມືອງ, ພະນັກງານຫລັກ​ແຫລ່ງ ອ້ອມ​ຂ້າງ​ພາຍ​ໃນ​ແຂວງ ເຂົ້າຮ່ວມ.

ທ່ານ ຄຳເຫລັກ ທອງສະຫວັນ ຮັກສາການຫົວໜ້າ ພະແນກການເງິນ ແຂວງວຽງຈັນ ໄດ້ລາຍງານໃຫ້ຊາບວ່າ: ການຈັດຕັ້ງປະຕິບັດ​ ແຜນ​ງົບປະມານ ສົກ​ປີ 2015-2016 ຂອງແຂວງວຽງຈັນ, ສາມາດປະຕິບັດຕາມແຜນການ, ຍ້ອນໄດ້ສຸມໃສ່ການ​ສຶກສາ​ອົບຮົມ ​ທາງ​ດ້ານ​ແນວ​ຄິດການ​ເມືອງ ໃຫ້​ພະນັກງານ, ຜູ້​ປະກອບ​ການ​ຕ່າງໆ ເປັນ​ເຈົ້າການ​ໃນ​ການ​ປະຕິບັດ​, ພ້ອມທັງໄດ້ວາງມາດຕະການ ໃນ​ການຈັດຕັ້ງ​ປະຕິບັດ, ໄປ​ພ້ອມ​ກັບ​ວຽກ​ງານ​ດັ່ງກ່າວ ໄດ້​ເອົາ​ໃຈ​ໃສ່ຊຸກຍູ້​ ຕິດຕາມ​ການ​ຖື​ບັນຊີ​ຂອງ​ບັນດາ​ພະ​ແນ​ກການ, ກົມ​ກອງ, ຫົວໜ່ວຍ​ທຸລະ​ກິດພາຍ​​ໃນ​ແຂວງ, ປະສານ​ສົມທົບກັບ​ບັນດາ​ຂະ​ແໜງ​ການ​ອ້ອມ​ຂ້າງທັງ​ ສາຍຕັ້ງ-ສາຍ​ຂວາງ​ ເພື່ອ​ຕິດຕາມ​ເລັ່ງທ່ວງການ​ປະຕິບັດ​​ເກັບ​ລາຍ​ຮັບ ​ແລະ ການ​ດຸ່ນດ່ຽງ​ລາຍ​ຈ່າຍ ຈາກສູນກາງເປັນປົກກະຕິ, ຈຶ່ງ​ເຮັດ​ເຮັດ​ການ​ປະຕິບັດ​ແຜນ​ງົບປະມານ ບັນລຸ​ໄດ້​ຕາມ​ລະດັບ​ຄາດໝາຍ.

ຜ່ານ​ການຈັດ​ຕັ້ງປະຕິບັດ​ ແຜນ​ງົບປະມານ​ແຫ່ງ​ລັດ ສົກ​ປີ 2015-2016 ແຂວງ​ວຽງ​ຈັນ, ສາມາດຍົກ​​ໃຫ້​ເຫັນ​ດັ່ງ​ນີ້: ລາຍ​ຮັບງົບປະມານ​ ສົກ​ປີ 2015-2016 ທີ່​ໄດ້​ຮັບ​ອະນຸມັດ ​ຈາກ​ສະພາ​ແຫ່ງ​ຊາດ ເບື້ອງ​ຕົ້ນ​ 197,274 ຕື້​ກີບ, ​​ແຜນ​ດັດ​ແກ້​ໃໝ່ 197,979 ຕື້ີກີບ, ສາມາດ​ປະຕິບັດ ບັນລຸໄດ້​ເຖິງ 218,800 ຕື້​ກີບ, ​ບັນລຸ​ໄດ້ 110,52% ຂອງ​ແຜນການ, ລື່ນ​ແຜນ 10,52%, ຖ້າ​ທຽບ​ໃສ່​ລາຍ​ຮັບປີ ຜ່ານມາ​ເພີ່ມ​ຂຶ້ນ 5,54%, ໃນນັ້ນ ລາຍຮັບ ສ່ວຍສາອາກອນ ປະຕິບັດໄດ້ 164,11 ຕື້ກີບເທົ່າກັບ 110.46%, ພາສີທີ່ດິນ 10,066 ຕື້ກີບເທົ່າກັບ 96,22%, ຄ່າບໍລິການວິຊາການ ປະຕິບັດໄດ້ 21,450 ຕື້ກີບເທົ່າກັບ 103,47%, ຊັບສິນປະຕິບັດໄດ້ 15,662 ຕື້ກີບເທົ່າກັບ 143,74%, ລາຍຮັບຈາກການເງິນ ວິສາຫະກິດປະຕິບັດໄດ້ 112 ລ້ານກີບເທົ່າກັບ 124,73% ນອກຈາກນີ້, ໄດ້ຮັບການດຸ່ນດ່ຽງ ຈາກຄັງເງິນແຫ່ງຊາດ ຈຳນວນ 356,459 ຕື້ກີບ.

ທ່ານ ຄຳເຫລັກ ທອງສະຫວັນ ​ໄດ້ໃຫ້ຮູ້​ຕື່ມວ່າ: ການເກັບລາຍຮັບ 3 ​ເດືອນ​ຂ້າມ​ຜ່ານທ້າຍ​ສົກ​ປີ 2016 ມາຮອດວັນທີ 23 ພະຈິກ 2016 ສາມາດປະຕິບັດໄດ້ ທັງໝົດ 14,690 ຕື້ກີບເທົ່າກັບ  35,24% ໃນນັ້ນ ລາຍຮັບ​ສ່ວຍ​ສາ​ອາກອນ 38,000 ຕື້​ກີບ ປະຕິບັດໄດ້ 13,519 ຕື້ກີບເທົ່າກັບ 35,57%, ລາຍຮັບພາສີທີ່​ດິນ 700 ລ້ານກີບ ປະຕິບັດໄດ້ 291 ລ້ານກີບເທົ່າກັບ 41,57%, ລາຍຮັບ​ຄ່າ​ທຳນຽມ 500 ລ້ານ​ກີບ ປະຕິບັດໄດ້ 95 ລ້ານກີບເທົ່າກັບ 19%, ລາຍຮັບ ຮັບ​ຈາກ​ບໍລິການ​ວິຊາ​ການ 800 ລ້ານກີບເທົ່າກັບ 57,37%, ລາຍຮັບ​​ຄຸ້ມ​ຄອງ​ຊັບ​ສິນ​ຂອງ​ລັດ 1,556 ຕື້​ກີບ ປະຕິບັດໄດ້ 475 ລ້ານກີບເທົ່າກັບ 30,75%, ລາຍຮັບ​​ພາສີ 898 ລ້ານກີບປະຕິບັດໄດ້ 498 ລ້ານກີບເທົ່າກັບ 55,47%.

ໃນ​ໂອກາດ​ນີ້, ທ່ານ ສົມດີ ດວງດີ ກໍ​ໄດ້​ສະ​ແດງ​ຄວາມ​ ຍ້ອງຍໍ​ຊົມ​ເຊີຍ ຕໍ່ບັນດາ​ຜົນງານ​ທີ່​ຍາດ​ມາ​ໄດ້ ໂດຍ​ສະ​ເພາະ ການ​ເອົາ​​ໃຈໃສ່ ​ແກ້​ໄຂ​ບັນຫາຕ່າງໆ, ພ້ອມ​ທັງຍົກ​ໃຫ້​ເຫັນ​ ບັນຫາສະພາບ​ພົ້ນ​ເດັ່ນ ທີ່​ເກີດ​ຂຶ້ນຢູ່​ພາກພື້ນ ​ແລະ ສາກົນ​ ເວົ້າ​ລວມ, ​ເວົ້າ​ສະ​ເພາະ ແມ່ນໃນເວທີອາຊຽນທີ່ ສປປ ລາວ ໄດ້ຮັບກຽດເປັນ ປະທານອາຊຽນ ໃນປີ 2016, ພ້ອມທັງ ບາງເຫດການພົ້ນເດັ່ນ ທີ່ເກີດຂຶ້ນພາຍໃນປະເທດ ໃນໄລຍະຜ່ານມາເປັນຕົ້ນ ຜົນສຳເລັດຂອງກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ VIII ແລະ ໃນຂະແໜງການເງິນ​​ ແຂວງ​ວຽງຈັນ ທີ່ຕ້ອງສືບຕໍ່​ເອົາ​ໃຈ​ໃສ່​ ປະຕິບັດບາງ​ບັນຫາ​ເຊັ່ນ: ພະນັກງານການນຳຂັ້ນແຂວງ ຕ້ອງເປັນເຈົ້າການຊີ້ນຳໆພາ ພະນັກງານຂັ້ນເມືອງ, ການເກັບລາຍຮັບ ຕ້ອງເອົາໃຈໃສ່, ສ່ວນລາຍຈ່າຍ ໃຫ້ປະຕິບັດ ຕາມແຜນການ ທີ່ວາງໄວ້, ການຊໍາລະໜີ້ສິນ ບັນດາໂຄງການຕ່າງໆ ໃຫ້ທ່ວງທັນເວລາ, ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນ ການນຳລົດເຂົ້າທີ່ບໍ່ຖືກຕ້ອງ ຕາມກົດໝາຍ, ເອົາໃຈໃສບົດແນະນຳ ກະຊວງກ່ຽວກັບ ການຈັດຕັ້ງປະຕິບັັດ ລາຍຮັບ-ລາຍຈ່າຍ, ຄົ້ນຄວ້າຊອກຫາ ຖານເກັບລາຍຮັບໃໝ່ ໂດຍອີງໃສ່ ທ່າແຮງບົ່ມຊ້ອນ ຂອງແຂວງ, ການຈັດຕັ້ງປະຕິບັດ ວຽກງານແຕ່ລະດ່ານ ຕ້ອງເຂັ້ມງວດ. ທີ່ສຳຄັນເລື່ອງເບີກຈ່າຍເງິນເດືອນ ໃຫ້ພະນັກງານຂັ້ນທ້ອງຖິ່ນ ຕ້ອງໃຫ້ທ່ວງທັນເວລາ, ຕິດຕາມກວດກາຢ່າງໃກ້ຊິດ ເພື່ອຫລີກລ່ຽງ ການເອົາເງິນໄປໃຊ້ຈ່າຍ ໃນທາງອື່ນທີ່ເປັນການ ສໍ້ລາດບັງຫລວງ, ຂໍ້ຂັດແຍ່ງຕ່າງໆ ແລະ ປະຕິບັດວິໄນການເງິນ ຢ່າງເຂັ້ມງວດ.

ຄຽງຄູ່ກັນນີ້, ທ່ານຮອງນາຍົກ ລັດຖະມົນຕີ ໄດ້ເນັ້ນໃຫ້ ພະນັກງານທຸກຂະແໜງການ ທີ່ກ່ຽວຂ້ອງ ປະຢັດມັດທະຢັດ, ຕ້ານການຟຸ້ມເຟືອຍ, ຄະນະນຳ, ພະນັກງານ-ລັດຖະກອນ ໃນຂົງເຂດການເງິນ ຕ້ອງເພີ່ມທະວີ ວຽກງານກວດກາ, ຖືເອົາວຽກງານການເງິນ ເປັນໃຈກາງ, ສ້າງຄວາມສາມັກຄີ ຊ່ວຍເຫລືອເຊິ່ງກັນ ແລະ ກັນ. ໃນວັນທີ 25 ພະຈິກ ນີ້ ທ່ານ ສົມດີ ດວງດີ ພ້ອມຄະນະ​ໄປ​ຢ້ຽມຢາມ ​ແລະ ເຄື່ອນ​ໄຫວລົງຊຸກຍູ້ ວຽກງານຂະແໜງການເງິນ ຢູ່ເມືອງທຸລະຄົມ ແຂວງວຽງຈັນ ທັງນີ້, ເພືີ່ອໃຫ້ທິດຊີ້ນຳການນຳພາ ໃນການຈັດເກັບລາຍຮັບ ເຂົ້າງົບປະມານແຫ່ງລັດ ໃຫ້ບັນລຸຕາມແຜນການ ທີ່ວາງໄວ້.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...