Homeຂ່າວຕ່າງປະເທດຕວກກີຖືກປິດປະຕູ ລະງັບເຈລະຈາເຂົ້າເປັນສະມາຊິກອີຢູ ຕອບໂຕ້ໃຊ້ອຳນາດ ກວາດລ້າງລັດຖະປະຫານ

ຕວກກີຖືກປິດປະຕູ ລະງັບເຈລະຈາເຂົ້າເປັນສະມາຊິກອີຢູ ຕອບໂຕ້ໃຊ້ອຳນາດ ກວາດລ້າງລັດຖະປະຫານ

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 25 ພະຈິກນີ້ວ່າ ລັດຖະສະພາເອີຣົບ ໄດ້ລົງມະຕິດ້ວຍຄະແນນສຽງ 471 ຕໍ່ 37 ສຽງ ສັ່ງລະງັບການເຈລະຈາ ສະໝັກເຂົ້າເປັນສະມາຊິກສະຫະພາບເອີຣົບ ຂອງປະເທດຕວກກີຊົ່ວຄາວ ໂດຍອ້າງເພື່ອຕອບໂຕ້ກໍລະນີການໃຊ້ອຳນາດຮຸນແຮງຂອງ ທ່ານ ເຣເຊບ ເຕຢິບ ເອີໂດກັນ ປະທານາທິບໍດີຕວກກີ ໃນການປາບປາມຜູ້ມີສ່ວນຮ່ວມໃນການເຮັດລັດຖະປະຫານຢ່າງຕໍ່ເນື່ອງ.

ທ່ານ ບິນາລີ ຢິນດິຣິມ ນາຍົກລັດຖະມົນຕີຕວກກີ ໄດ້ອອກມາສະແດງຄວາມບໍ່ພໍໃຈຢ່າງໜັກ ໃນມື້ວານນີ້ (24 ພະຈິກ) ພ້ອມທັງໄດ້ອອກມາເຕືອນສະຫະພາບເອີຣົບວ່າ ອາດເກີດຄວາມເຄັ່ງຕຶງເພີ່ມຂຶ້ນ ຫລັງຈາກທີ່ມີມະຕິທີ່ອັບປະໂຫຍດດັ່ງກ່າວນີ້ອອກມາ.
 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ອັດຕະປືພົບຄວາມຜິດດ່ຽງດ້ານເອກະສານລາຍຮັບ-ລາຍຈ່າຍ ຫຼາຍກວ່າ 21,85 ຕື້ກີບ ໃນການກວດກາການຊົດເຊີຍ ເຫດການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກວດກາທົ່ວແຂວງອັດຕະປື ໄລຍະ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ (2026-2030) ໄດ້ຈັດຂຶ້ນໃນວັນທີ 22 ກັນຍາ 2026...

ຮອງນາຍົກລັດຖະມົນຕີພ້ອມດ້ວຍຄະນະ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 81

ໃນວັນທີ 22 ກັນຍາ 2026, ທີ່ ນະຄອນ ນິວຢອກ, ສ.ອາເມຣິກາ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງຂອງ...

ຈັດກອງປະຊຸມປຶກສາຫາລືເພື່ອແກ້ໄຂບັນຫາສູນປະຕິບັດທໍາ ຫຼັກ 38 ເມືອງປາກງື່ມ ນະຄອນຫຼວງວຽງຈັນ

ໃນຕອນເຊົ້າຂອງວັນທີ 16 ກັນຍາ 2026 ຢູ່ທີ່ຫ້ອງປະຊຸມນ້ອຍ 207 ຂອງສູນກາງແນວລາວສ້າງຊາດ ໄດ້ຈັດ ກອງປະຊຸມປຶກສາຫາລືເພື່ອແກ້ໄຂ ບັນຫາສູນປະຕິບັດທໍາ ຫຼັກ 38 ຕັ້ງຢູ່ບ້ານສ້າງໄຜ່ ເມືອງປາກງື່ມ...

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈໍາເດືອນກັນຍາ 2026 ພິຈາລະນາ 16 ຫົວຂໍ້ສຳຄັນ

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ກັນຍາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ;...