spot_img
HomeຊີວິດແລະຄວາມຮັກWedding-Sex-loveສັນຍານທີ່ບົ່ງບອກວ່າ ຜູ້ຊາຍລົມກັບເຈົ້າພຽງແຕ່ເລື່ອງ “ເຊັກສ໌” ທີ່ສາວໆຄວນຮູ້ໄວ້

ສັນຍານທີ່ບົ່ງບອກວ່າ ຜູ້ຊາຍລົມກັບເຈົ້າພຽງແຕ່ເລື່ອງ “ເຊັກສ໌” ທີ່ສາວໆຄວນຮູ້ໄວ້

Published on

ຜູ້ຊາຍບາງຄົນກໍເຂົ້າໃຈຍາກ ມີຄົນເຂົ້າມາຈີບ ບາງທີເຂົາບໍ່ຮູ້ເລີຍວ່າ ເຂົ້າມາດ້ວຍເຫດຜົນໃດ, ບາງຄົນທີ່ວ່າດີ ເບິ່ງພາຍນອກ ແຕ່ເຂົາອາດຈະເບິ່ງເຈົ້າເພື່ອເລື່ອງເຊັກສ໌ ພຽງຢ່າງດຽວກໍໄດ້, ລອງມາສັງເກດເບິ່ງຜູ້ຊາຍ ທີ່ລົມເຈົ້າພຽງເລື່ອງເຊັກສ໌ເທົ່ານັ້ນ

  1. ເຂົາໂທຫາເວລາເດິກໆ: ເຂົາຈະຄິດຮອດເຈົ້າໃນຍາມກາງຄືນຕະຫຼອດ, ຕອນກາງເວັນບໍ່ເຄີຍທີ່ຈະຖາມເລີຍ
  2. ເຈົ້າບໍ່ເຄີຍເຫັນໝູ່ຂອງເຂົາ: ເຂົາຈະບໍ່ພາເຈົ້າໄປແນະນຳໃຫ້ໝູ່ເພື່ອນຂອງເຂົາເດັດຂາດ, ເຂົາມັກຈະມາຫາເຈົ້າແບບກາງຄືນສະເພາະ
  3. ບໍ່ເຄີຍໄດ້ອອກໄປໃສນຳກັນ: ບໍ່ວ່າຈະໄປກິນເຂົ້າ, ໄປເບິ່ງໜັງ, ໄປທ່ຽວ ບໍ່ເຄີຍໄດ້ໄປນຳ
  4. ຄາວຽກຕະຫຼອດ ເວລາທີ່ເຈົ້າສົ່ງຂໍ້ຄວາມຫາ: ຈະບໍ່ມັກຕອບຂໍ້ຄວາມເຈົ້າ ຖ້າຕອບກໍຈະບອກວ່າຄາວຽກ
  5. ເມື່ອພົບກັນ ເຂົາມັກຂໍມີເຊັກສ໌ ກັບເຈົ້າແບບອ້ອມໆ: ຖ້າຢູ່ນຳກັນສອງຕໍ່ສອງ ເຂົາບໍ່ຄິດຈະເຮັດຫຍັງ ນອກຈາກເລື່ອງເຊັກສ໌
  6. ເວົ້າເຖິງຮູບຮ່າງຂອງເຈົ້າ: ເຂົາມັກຮູບຮ່າງຂອງເຈົ້າ ແຕ່ບໍ່ເຄີຍສົນໃຈນິໄສຂອງເຈົ້າເລີຍ
  7. ເມື່ອເຂົາມາຫາ ເຂົາຈະຍ່າງກົງໄປຫ້ອງນອນທັນທີ: ເຂົາມາຮອດຫ້ອງກໍຈະດຶງເຈົ້າເຈົ້າເຂົ້າຫ້ອງນອນທັນທີ ເຖິງແມ່ນວ່າເຈົ້າຈະບໍ່ມີອາລົມກໍຕາມ
  8. ຫຼີກລຽງການເລົ່າເລື່ອງສ່ວນຕົວ: ເຈົ້າບໍ່ຮູ້ກ່ຽວກັບຊີວິດຂອງເຂົາ, ຖາມຫຍັງກໍບໍ່ມັກຕອບ, ບາງທີກໍຫາເລື່ອງເພື່ອປ່ຽນເລື່ອງລົມ

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ການຈັດການຂີ້ເຫຍື້ອທີ່ດີ ຄືຄວາມປອດໄພຕໍ່ສະພາບແວດລ້ອມ ແລະ ສັງຄົມ

ການຈັດການຂີ້ເຫຍື້ອ ຍັງເປັນສິ່ງທີ່ທ້າທ້າຍໃນແຕ່ລະຂົງເຂດ ຕັ້ງແຕ່ເຮືອນຊານ, ຫ້າງຮ້ານ, ບໍລິສັດ ຈົນໄປເຖິງບັນດາໂຮງງານຜະລິດຕ່າງໆ. ເນື່ອງຈາກເປັນໄປບໍ່ໄດ້ທີ່ຈະຫຼີກລ່ຽງບໍ່ໃຫ້ມີການສ້າງຂີ້ເຫຍື້ອເລີຍ. ເຊິ່ງບາງຄັ້ງຍັງພົບເຫັນການທຳລາຍ ແລະ ຈັດການຂີ້ເຫຍື້ອຢ່າງບໍ່ຖືກວິທີ ທີ່ສົ່ງຜົນເສຍຕໍ່ສິ່ງແວດລ້ອມ ແລະ ສ້າງຄວາມເປີເປື້ອນໃຫ້ສັງຄົມ ເຊັ່ນ:...

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ...

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...