Homeຂ່າວຕ່າງປະເທດນະຄອນຫຼວງໂຕກຽວຂອງຢີ່ປຸ່ນມີຫິມະຕົກໃນເດືອນພະຈິກ ເຊິ່ງເປັນຄັ້ງທຳອິດໃນຮອບ 54 ປີ

ນະຄອນຫຼວງໂຕກຽວຂອງຢີ່ປຸ່ນມີຫິມະຕົກໃນເດືອນພະຈິກ ເຊິ່ງເປັນຄັ້ງທຳອິດໃນຮອບ 54 ປີ

Published on

ນະຄອນຫຼວງໂຕກຽວຂອງປະເທດຢີ່ປຸ່ນມີຫິມະຕົກໃນເດືອນພະຈິກເປັນຄັ້ງທຳອິດໃນຮອບ 54 ປີ ເຊິ່ງເຫດການແບບນີ້ເຄີຍເກີດຂຶ້ນຄັ້ງສຸດທ້າຍເມື່ອວັນທີ 22 ພະຈິກ 1962 ໂດຍປັດຈຸບັນອຸນຫະພູມໃນເມືອງໂຕກຽວຕອນນີ້ຫຼຸດລົງເກືອບເຖິງສູນອົງສາ ເຊິ່ງເປັນການຫຼຸດລົງຂອງອຸນຫະພູມຢ່າງໄວວາ ຈາກວັນອາທິດທີ່ຜ່ານມາໃນເມືອງມີອຸນຫະພູມສູງເຖິງ 20 ອົງສາ

ໂດຍອຸນຫະພູມປົກກະຕິສະເລ່ຍຂອງຊ່ວງໄລຍະນີ້ຂອງທຸກໆປີ ຈະຢູ່ທີ່ະມານ 14 ອົງສາ ແລະ ຈະມີຫິມະຕົກໃນເດືອນມັງກອນ ຫຼື ກຸມພາ ດ້ານສຳັກງານກົມອຸຕຸນິຍົມວິທະຍາຂອງຢີ່ປຸ່ນ ລະບຸວ່າ ຄາດວ່າປະລິມານຂອງຫິມະຈະສະສົມໃນນະຄອນຫຼວງໂຕກຽວຫຼັງຫິມະຢຸດຕົກ ຈະມີຄວາມໜາຢູ່ທີ່ປະມານ 2 cm

 

ເຄຣດິດຂ່າວ: http://news.mthai.com/hot-news/world-news/534895.html
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...