spot_img
Homeນານາສາລະເປັນຫຍັງຕ້ອງມີເວັບໄຊ? ໃນເມື່ອມີຂອງຟຣີໃຫ້ໃຊ້ເຕັມໄປໝົດ

ເປັນຫຍັງຕ້ອງມີເວັບໄຊ? ໃນເມື່ອມີຂອງຟຣີໃຫ້ໃຊ້ເຕັມໄປໝົດ

Published on

image001

 

ເປັນຄຳຖາມຍອດຮິດໃນຍຸກທີ່ມີ Social Media ຫຼາກຫຼາຍເຕັມໄປໝົດ! ແລ້ວເປັນຫຍັງຍັງຕ້ອງເຮັດເວັບໄຊຂອງໂຕເອງອີກ? ໃນເມື່ອຂອງຟຣີມີໃຫ້ໃຊ້ຢ່າງຫຼວງຫຼາຍ. ບົດນີ້ຈະມາຕອບຄຳຖາມນີ້້ສູ່ທ່ານຜູ້ອ່ານຮູ້ນຳກັນ.

  1. ເວັບໄຊເປັນສູນກາງຂອງການຕະຫຼາດອອນລາຍນ໌ (Digital MKT.)

ສື່ອອນລາຍນ໌ຟຣີ ເປັນພຽງໂຕຊ່ວຍ ປະຊາສຳພັນເວັບໄຊຫຼັກ ຈາກອະດີດທີ່ຜ່ານມາເຮົາຈະເຫັນໄດ້ວ່າມີການເກີດຂຶ້ນມາຢ່າງຫຼວງຫຼາຍ ຂອງ Social Media ຊະນິດຕ່າງໆ ແລະເຮົາກໍຈະເຫັນໄດ້ວ່າເມື່ອຄົນສ່ວນຫຼາຍນິຍົມສື່ໂຕໃດ ເຮົາກໍຈະມີການໄປສ້າງເພື່ອໂປຣໂມດສິນຄ້າ ແລະບໍລິການຂອງເຮົາ ເຊິ່ງໃນທາງກັບກັນນັ້ນ ເມື່ອໃດທີ່ໝົດຄວາມນິຍົມ Social Media ໂຕນັ້ນຈະປິດໂຕກັນໄປ ເຊັ່ນ:

Multiply ທີ່ຊ່າງພາບນິຍົມໃຊ້ສ້າງໂປຣຟາຍລ໌ເກັບຮູບຖ່າຍໄດ້ປິດໂຕ ແລະຫັນໄປເຮັດເວັບໄຊຂອງເຄື່ອງແທນ ຫຼື Hi5 ທີ່ບໍ່ເປັນທີ່ນິຍົມເພາະຄົນສ່ວນຫຼາຍຫັນມາຫຼິ້ນ Facebook ແທນ ເຮັດໃຫ້ຂໍ້ມູນສິນຄ້າ ແລະບໍລິການຕ່າງໆ ທີ່ເຮົາເຄີຍສ້າງໄວ້ຫາຍໄປ ຕ້ອງມາສ້າງກັນໃໝ່.

ອີກທັງເຮົາບໍ່ສາມາດເກັບສະສົມຄວາມສຳເລັດໄດ້ ຈາກການທີ່ເຄີຍໂປຣໂມດແລ້ວມີລູກຄ້າເຂົ້າມາຢ້ຽມຊົມຈຳນວນຫຼວງຫຼາຍ ເມື່ອ Social Media ນັ້ນໆ ປິດໂຕຫຼືບໍ່ເປັນທີ່ນິຍົມ ຄວາມສຳເລັດນັ້ນກໍຈະຫາຍໄປ.

ແຕ່ກົງກັນຂ້າມ, ຖ້າເຮົາໃຊ້  Social Media ເປັນພຽງເຄື່ອງມືໃນການປະຊາສຳພັນສິນຄ້າ ແລະບໍລິການຂອງເຮົາ ແລ້ວດຶງລູກຄ້າມາຢ້ຽມຊົມເວັບໄຊຂອງເຮົາ ເຮັດໃຫ້ລູກຄ້າຮູ້ຈັກທີ່ຢູ່ຂອງຮ້ານຄ້າເທິງໂລກອອນລາຍນ໌ຂອງເຮົາແລ້ວ ຕໍ່ໄປເມື່ອຈະຊື້ສິນຄ້າ ແລະບໍລິການ ເຂົາກໍຈະເຂົ້າມີທີ່ເວັບໄຊຂອງເຮົາໂດຍກົງ ເປັນການສະສົມລູກຄ້າ ແລະຄວາມສຳເລັດທີ່ເຮົາອຸດສາຫະລົງທຶນ ລົງແຮງໄປ.

ຕໍ່ໄປບໍ່ວ່າ Social Media ໂຕໃດຈະໄປກໍບໍ່ກະທົບກັບທຸລະກິດຂອງເຮົາ ຖ້າຫາກ Social Media ກຳລັງເປັນທີ່ນິຍົມ ເຮົາກໍຈະໃຊ້ມັນເປັນຊ່ອງທາງໂປຣໂມດທຸລະກິດຂອງເຮົາ ແລະສະສົມລູກຄ້າຜ່ານເວັບໄຊຂອງເຮົາເອງ.

  1. ເວັບໄຊ ສາມາດອອກແບບໃຫ້ເໝາະສົມຕາມຄວາມຕ້ອງການ ກັບທຸລະກິດຂອງເຮົາ

ທຸລະກິດແຕ່ລະປະເພດຍ່ອມຕ້ອງການເວັບໄຊທີ່ແຕກຕ່າງກັນ ຕາມລັກສະນະການໃຊ້ງານເຊັ່ນ:

ເວັບຂາຍສິນຄ້າຫຼາກຫຼາຍຊະນິດ ກໍຕ້ອງການລະບົບໂພສຕ໌ຂາຍ ສິນຄ້າ ແລະລະບົບຈ່າຍເງິນທີ່ສະດວກປອດໄພ ຫາສິນຄ້າງ່າຍ ມີຮູບສິນຄ້າໃຫ້ລູກຄ້າເລືອກເບິ່ງປະກອບການຕັດສິນໃຈໄດ້ຊັດເຈນທຸກມຸມມອງ ຊ່ວຍກະຕຸ້ນລູກຄ້າໃຫ້ຕັດສິນໃຈຊື້ໄດ້ຫຫຼາຍຂຶ້ນທົບໜຶ່ງ.

ເວັບບໍລິສັດກໍຕ້ອງການພາບລັກ ຄວາມໜ້າເຊື່ອຖື ເປັນເອກະລັກຊັດເຈນ ເປັນຕົ້ນ

ການອອກແບບເວັບໄຊກໍຄືກັບການສ້າງອາຄານສຳນັກງານ ຫຼືຮ້ານຄ້າ ຕ້ອງອອກແບບໃຫ້ສະດວກສະບາຍ ສວຍງາມຕາມຄວາມຕ້ອງການຂອງເຈົ້າຂອງ ແລະສະດວກໃນການຊື້ຂອງລູກຄ້າ ເຊິ່ງຂອງຟຣີທັງຫຼາຍຍ່ອມບໍ່ອາດຈະຕອບສະໜອງຄວາມຕ້ອງການສະເພາະເຈາະຈົງຂະໜາດນັ້ນໄດ້.

ດັ່ງນັ້ນ, ຫຼາຍບໍລິສັດ ຫຼືອົງການຈັດຕັ້ງພາກລັດຈຶ່ງບໍ່ນິຍົມໃຊ້ Social Media ໃນການອອກຂ່າວ, ເຜີຍແຜ່ຂໍ້ມູນ ຫຼືເປັນບ່ອນຕິດຕໍ່ພົວພັນ.

  1. ເວັບໄຊເປັນປະໂຫຍດຫຼາຍໃນທຸລະກິດ ເຊິ່ງຫົວຂໍ້ໃຫຍ່ໆ ມີດັ່ງນີ້:

– ເພິ່ມສັກກະຍະພາບດ້ານການແຂ່ງຂັນທີ່ເທົ່າທຽມກັບຄູ່ແຂ່ງ (ບໍ່ວ່າຄູ່ແຂ່ງຈະມີຂະໜາດໃຫຍ່ປານໃດ ເພາະໃນໂລກອອນລາຍນ໌ ຂະໜາດກໍບໍ່ສຳຄັນອີກຕໍ່ໄປ)

– ສ້າງພາບລັກໃຫ້ທຸລະກິດ ແລະຫຼຸດຕົ້ນທຶນໃນການປະຊາສຳພັນໂດຍມີກຸ່ມລູກຄ້າກວ້າງຂວາງກວ່າ

– ເຮັດວຽກໃຫ້ເຮົາໄດ້ຕະຫຼອດ 24 ຊົ່ວໂມງ 365 ວັນ ໂດຍສ້າງຍອດຂາຍໄດ້ຢ່າງບໍ່ມີຂີດຈຳກັດ

– ຕອບຄຳຖາມລູກຄ້າເປົ້າໝາຍໂດຍບໍ່ຕ້ອງຮັບໂທລະສັບ

ບົດສະຫຼຸບ 3 ຂໍ້ນີ້ ຄືຊິພໍແລ້ວສຳລັບການຕອບຄຳຖາມນີ້ ທີ່ເຫຼືອກໍຄືທ່ານຕ້ອງຕັດສິນໃຈເອງວ່າຈະເລິ່ມດຽວນີ້ ຫຼືຈະຖ້າເຮັດໃນອີກຫຼາຍປີຂ້າງໜ້າ. ແລະຖ້າຢາກປຶກສາເລື່ອງເຮັດເວັບໄຊເປັນຂອງໂຕເອງ ຫຼືຂອງອົງກອນຂອງຕົນ ກໍລອງປຶກສາ http://laoserver.com/ ຫຼືໂທປຶກສາຟຣີໄດ້ທີ່ 020 77791133.

ຖ້າຢາກອ່ານຄຳຕອບຫຼາຍກວ່າ 3 ຂໍ້ຂ້າງເທິງນັ້ນລອງຄິກເຂົ້າອ່ານຢູ່ນີ້ເບິ່ງ : http://www.iLoveCoffeeDesign.com

 

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...