Homeຂ່າວທ້ອງຖິ່ນໄຟຟ້າຫົງສາ ສະໜອງທຶນຊ່ວຍງານບຸນຊ່ວງເຮືອ ຢູ່ເມືອງເງິນ ປະຈໍາປີ 2016

ໄຟຟ້າຫົງສາ ສະໜອງທຶນຊ່ວຍງານບຸນຊ່ວງເຮືອ ຢູ່ເມືອງເງິນ ປະຈໍາປີ 2016

Published on

ຂປລ. ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ມອບເງິນສະໜັບສະໜູນ ງານບຸນຊ່ວງເຮືອຢູ່ເມືອງເງິນ ແຂວງໄຊຍະບູລີ ທີ່ໄດ້ຈັດຂຶ້ນໃນວັນທີ 19 ພະຈິກນີ້ ເປັນຈໍານວນເງິນ 12,500,000 ກີບ ແລະ ມອບເສື້ອສີພາຍ ຈໍານວນ 500 ຜືນ ມູນຄ່າ 25,000,000 ກີບ ໃຫ້ແກ່ 10 ບ້ານ ພາຍໃນເມືອງເງິນ ລວມມູນຄ່າທັງໝົດ 37,000,000ກີບ; ພ້ອມນັ້ນ, ບໍລິສັດ ໄຟຟ້າຫົງສາ ຈໍາກັດ ຍັງໄດ້ມອບອຸປະກອນເຮັດວຽກ ໃຫ້ແກ່ຫ້ອງການແຜນການ ແລະ ການລົງທຶນ ເມືອງເງິນ ລວມມູນ​ຄ່າ 4​.660.000 ກີບ ຕາງໜ້າມອບໂດຍ ທ່ານ ລິຂິດ ພົງພະງັນ ຜູ້ອໍານວຍການຝ່າຍພັດທະນາສັງຄົມ ບໍລິສັດ ໄຟຟ້າຫົງສາ ຈໍາກັດ ແລະ ຮັບໂດຍ ທ່ານ ສອນສຸກ ພວງແກ້ວ ຮອງເຈົ້າເມືອງເງິນ.

 

ແຫລ່ງຂ່າວ:

ຂປລ

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ແຂວງຄຳມ່ວນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າ ການຈັດຕັ້ງວາລະແຫ່ງຊາດ

ແຂວງຄຳມ່ວນ ຈັດກອງປະຊຸມປຶກສາຫາລື ແລະ ຄົ້ນຄວ້າ ການຈັດຕັ້ງວາລະແຫ່ງຊາດ ວ່າດ້ວຍວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໄລຍະປີ 2027-2030 ເພື່ອກຳນົດແຜນງານ, ໂຄງການ ແລະ ເປົ້າໝາຍໃຫ້ຈະແຈ້ງ...

ສໍາລັບຊຸດຮຽນ ຮຸ່ນທີ 26 (2022-2026) ມີນັກສຶກສາ ສໍາເລັດການສຶກສາທັງໝົດ 3,492 ຄ

ວັນທີ 26 ກັນຍາ 2026 ນີ້, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີມອບ-ຮັບປະກາສະນີຍະບັດ ໃຫ້ນັກສຶກສາ ທີ່ສໍາເລັດການສຶກສາ ປະຈຳສົກສຶກສາ 2025-2026 (ຊຸດຮຽນ ຮຸ່ນທີ 26,...

ອຸດົມໄຊ ສະຫຼຸບກວດກາ 5 ປີ ເກັບກູ້ເງິນສໍ້ລາດບັງຫຼວງຄືນໄດ້ 24 ຕື້ກີບ

ກອງປະຊຸມວຽກງານກວດກາທົ່ວແຂວງ ອຸດົມໄຊ 05 ປີ (2021-2025) ຕິດພັນກັບການຈັດຕັ້ງຜນຂະຫຍາຍເນື້ອໃນກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງທີ V ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 24 ກັນຍານີ້ ຢູ່ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງສະຫາຍ ບຸນຄົງ ຫຼ້າຈຽມພອນ...

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ແລະ ທິດທາງແຜນໃນຕໍ່ໜ້າ.

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ປິດລົງດ້ວຍຜົນສຳເລັດ ໃນວັນທີ 23 ກັນຍາ 2026 ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນ...