spot_img
Homeຂ່າວຕ່າງປະເທດແຜ່ນດິນໄຫວ 6.9 ຢູ່ຍີ່ປຸ່ນ ທາງການເຕືອນໄພຄື້ນຍັກສຶນາມິ ຄາດອາດສູງເຖິງ 3 ແມັດ! (ເບິ່ງຄລິບ)

ແຜ່ນດິນໄຫວ 6.9 ຢູ່ຍີ່ປຸ່ນ ທາງການເຕືອນໄພຄື້ນຍັກສຶນາມິ ຄາດອາດສູງເຖິງ 3 ແມັດ! (ເບິ່ງຄລິບ)

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 22 ພະຈິກນີ້ວ່າ ເມື່ອເວລາ 05:59 ໂມງ ຕາມເວລາໃນທ້ອງຖິ່ນຂອງມື້ນີ້ ໄດ້ເກີດເຫດແຜ່ນດິນໄຫວ ຂະໜາດ 6.9 ແມັກນິຈູດ ນອກຊາຍຝັ່ງປະເທດຍີ່ປຸ່ນ ຫ່າງຈາກເມືອງອິວາກິ ທາງພາກຕາເວັນອອກສຽງເໜືອຂອງປະເທດ ປະມານ 67 ກິໂລແມັດ ສົ່ງຜົນເຮັດໃຫ້ເກີດຄື້ນສຶນາມິຊັດເຂົ້າຊາຍຝັ່ງ ຄວາມສູງປະມານ 60-90 ຊັງຕີແມັດ ໃນອີກບໍ່ພໍເທົ່າໃດຊົ່ວໂມງຕໍ່ມາ, ດ້ານສຳນັກງານອຸຕຸນິຍົມວິທະຍາຍີ່ປຸ່ນ ກໍໄດ້ອອກປະກາດເຕືອນໄພສຶນາມິ ໃນພື້ນທີ່ສ່ວນໃຫຍ່ຕາມແນວຊາຍຝັ່ງ ເບື້ອງມະຫາສະໝຸດປາຊີຟິກຕອນເໜືອຂອງປະເທດທັງໝົດ ຊຶ່ງຄາດວ່າອາດຕ້ອງປະເຊີນກັບ ຄື້ນຍັກສຶນາມິສູງເຖິງ 3 ແມັດ.

ແຮງສັ່ນສະເທືອນຂອງແຜ່ນດິນໄຫວຄັ້ງດັ່ງກ່າວນີ້ ສາມາດຮັບຮູ້ໄດ້ໄກເຖິງ ນະຄອນຫລວງໂຕກຽວ, ແນວໃດກໍຕາມ ເບື້ອງຕົ້ນຍັງບໍ່ທັນມີລາຍງານຄວາມເສຍຫາຍໃດໆເທື່ອ.  ທັງນີ້, ຍີ່ປຸ່ນເປັນປະເທດທີ່ເກີດແຜ່ນດິນໄຫວຢ່າງເປັນປະຈຳ ກວມເອົາ 20% ຂອງເຫດແຜ່ນດິນໄຫວ ຂະໜາດຮຸນແຮງລະດັບ 6 ແມັກນິຈູດ ຫລື ຫລາຍກວ່າ ທີ່ເກີດຂຶ້ນທັງໝົດຢູ່ໃນໂລກ.

 

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...