spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມລັດຖະບານເອົາຈິງຕໍ່ການລົບລ້າງພະຍາດໂປລີໂອ

ລັດຖະບານເອົາຈິງຕໍ່ການລົບລ້າງພະຍາດໂປລີໂອ

Published on

ລັດຖະບານແຫ່ງ ສປປ ລາວ ໄດ້ສຸມທຸກຄວາມພະຍາຍາມໃນການຕອບໂຕ້ການລະບາດຂອງພະຍາດໂປລີໂອພາຍໃນປະເທດ ພາຍຫລັງທີ່ມີສອງກໍລິນີເສຍຊີວິດໃນແຂວງບໍລິຄຳໄຊຍ້ອນພະຍາດໂປລີໂອໃນປີທີ່ຜ່ານມາ ທັ້ງໆທີ່ ສປປ ລາວ ໄດ້ປະກາດລົບລ້າງພະຍາດດັ່ງກ່າວນີ້ໄປແລ້ວຕັ້ງແຕ່ປີ 2000.

ໃນການຕອບໂຕ້ການລະບາດຂອງພະຍາດໂປລີໂອຄັ້ງນີ້ ລັດຖະບານກໍໄດ້ຈັດຂະບວນການສັກຢາ-ຢອດຢາໃຫ້ກັບເດັກນ້ອຍທີ່ຢູ່ໃນກຸ່ມເປົ້າໝາຍກໍຄືໃນເກນອາຍຸລຸ່ມ 5 ປີໃນຂອບເຂດທົ່ວປະເທດ ເພື່ອເປັນການຢັບຢັ້ງການແຜ່ລະບາດ ແລະ ເພື່ອລົບລ້າງພະຍາດດັ່ງກ່າວອອກຈາກປະເທດລາວຢ່າງສິ້ນເຊີງ.

ຂະບວນການສັກຢາ-ຢອດຢາຄັ້ງນີ້ແມ່ນເປັນຮອບທີ 9 ແລ້ວຕັ້ງແຕ່ມີການລະບາດມາແຕ່ເດືອນຕຸລາ 2015 ແລະ ໃນການຈັດຕັ້ງຂະບວນ 8 ຄັ້ງທີ່ຜ່ານມາແມ່ນໄດ້ຮັບຜົນສຳເລັດຢ່າງໜ້າພໍໃຈ ແຕ່ເຖິງຢ່າງໃດກໍຕາມ ຂັ້ນຕອນຂະບວນການປຸກລະດົມກໍຍັງຜະເຊີນກັບຄວາມທ້າທາຍຫລາຍຢ່າງເຊັ່ນ: ບັນຫາການສື່ສານເພາະວ່າ ສປປ ລາວມີຫລາຍຊົນຜົ່າ, ຫລາຍພາສາ ແລະ ຕ່າງສາສະໜາ ແລະ ອີກປະການໜຶ່ງກໍຢູ່ໃນໄລຍະທີ່ປະປາຊົນກຳລັງເກັບກ່ຽວຜົນຜະລິດ.

ພິທີເປີດຂະບວນການສັກຢາ-ຢອດຢາຄັ້ງທີ 9 ຢູ່ບ້ານ ຜາເມືອງ ເມືອງບໍລິຄັນ ແຂວງບໍລິຄຳໄຊຖືວ່າເປັນໜຶ່ງຂະບວນການທີ່ສຳຄັນພາຍໃນປະເທດເພາະວ່າບ້ານດັ່ງກ່າວເປັນຈຸດເລີ່ມຕົ້ນຂອງການລະບາດພະຍາດໂປລີໂອ ແລະ ສອງກໍລິນີເສຍຊີວິດໃນປີທີ່ຜ່ານກໍແມ່ນເດັກນ້ອຍຢູ່ໃນບ້ານຜາເມືອງນີ້. ຂະບວນການດັ່ງກ່າວແມ່ນໄດ້ເປີດຂື້ນໃນວັນທີ 21 ພະຈິກນີ້, ຊຶ່ງໄດ້ດຳເນີນໄປພ້ອມໆກັບຂະບວນອື່ນໆໃນຂອບເຂດທົ່ວປະເທດ ແລະ ຈະດຳເນີນໄປຈົນຮອດວັນທີ 30 ພະຈິກ.

ໃນພິທີກ່າວເປີດ, ທ່ານ ນາງ ສີດາ ພັນທະລາ ຮອງເຈົ້າເມືອງໆບໍລິຄັນ ທັງເປັນປະທານຄະນະກຳມະການຮັກສາສຸຂະພາບຂັ້ນເມືອງກໍໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງໃຫ້ສືບຕໍ່ສຶກສາອົບຮົມປະຊາຊົນໃຫ້ເຂົ້າໃຈຕໍ່ຄວາມສຳຄັນຂອງວຽກງານຮັກສາສຸຂະພາບແມ່ ແລະ ເດັກ ໂດຍສະເພາະການສັກຢາ-ຢອດຢາກັນພະຍາດໂປລີໂອ ແລະ ຮຽກຮ້ອງໃຫ້ຫົວໜ້າຄອບຄົວຈິງໃຈລາຍງານຂໍ້ມູນຈຳນວນເດັກເປົ້າໝາຍໃຫ້ຄົບຖ້ວນ ພ້ອມທັງເນັ້ນໃຫ້ພະນັກງານແພດໝໍກຽມຄວາມພ້ອມໃຫ້ດີ, ເພີ່ມຄວາມຮັບຜິດຊອບໃຫ້ສູງ ແລະ ໃຊ້ທຸກຄວາມພະຍາຍາມຄົ້ນຫາເປົ້າໝາຍທີ່ພາດໂອກາດ.

ທ່ານ ນາງຈັນທະຈອນ ອິນທິສານ ນາຍບ້ານໆຜາເມືອງກ່າວວ່າ: ໃນການກະກຽມຄັ້ງນີ້ ພວກເຮົາໄດ້ເຊີນເອົາບັນດາອຳນາດການປົກຄອງບ້ານ, ອົງການຈັດຕັ້ງ, ບັນດາຫົວໜ້າຈຸຫົວໜ້າໜ່ວຍ ໂດຍສະເພາະແມ່ນຫົວໜ້າຊົນເຜົ່າມາເຕົ້າໂຮມກັນປຶກສາຫາລືໃນການປຸກລະດົມພໍ່ແມ່ປະຊາຊົນໃຫ້ເຂົາເຈົ້າພາລູກ-ຫລານໃນເກນອາຍຸລຸ່ມ 5 ປີມາເຂົ້າຮ່ວມຂະບວນການສັກຢາ-ຢອດຢາໃຫ້ຄົບຕາມກຳນົດເປົ້າໝາຍ. ໃນທົ່ວບ້ານຜາເມືອງມີ 12 ຈຸດບໍລິການ ພ້ອມມີທິມແພດເຄື່ອນທີ່ສໍາລັບຕິດຕາມ ແລະ ຄົ້ນຫາເດັກເປົ້າໝາຍທີ່ຢູ່ເຂດຫ່າງໄກສອກຫລີກ. ເດັກນ້ອຍໃນເກນອາຍຸລຸ່ມ 5 ປີໃນບ້ານຜາເມືອງມີ 1,200 ກວ່າຄົນ, ທົ່ວເມືອງບໍລິຄັນມີ 6,200 ກວ່າຄົນ ແລະ ທົ່ວແຂວງບໍລິຄຳໄຊມີຫລາຍກວ່າ 26,800 ຄົນ. ໃນຮອບທີ່ຜ່ານມາ ການສັກຢາ-ຢອດຢາທົ່ວບ້ານຜາເມືອງບັນລຸ 99% ແລະ ໃນຄັ້ງນີ້ຄາດວ່າຈະໃຫ້ບັນລຸ 100%, ທ່ານ ນາງຈັນທະຈອນກ່າວເພີ່ມ.

ທ່ານ ດຣ ຄຳແຫວນ ເພັງຜາເມືອງ ຫົວໜ້າຫ້ອງການສາທາລະນະລຸກເມືອງບໍລິຄັນລາຍງານວ່າ: ການຈັດຕັ້ງປະຕິບັດຂະບວນການທົ່ວທົ່ວເມືອງບໍລິຄັນໃນຮອບທີ 9 ນີ້ຄາດວ່າຈະໃຫ້ບັນລຸ 95% ຂຶ້ນເມືອ. ເພື່ອບັນລຸຄາດໝາຍດັ່ງກ່າວນີ້ ທ່ານ ດຣ ຄຳແຫວນກໍໄດ້ຮຽກຮ້ອງມາຍັງພໍ່ແມ່ຜູ້ປົກຄອງທຸກທ່ານໃຫ້ມີຄວາມຕື່ນຕົວ ແລະ ນຳເອົາລູກ-ຫລານຂອງຕົນມາສັກຢາ-ຢອດຢາຢູ່ຕາມຈຸດບໍລິການຕ່າງໆໃນທົ່ວເມືອງ.

ຮອບທີ 10 ຄາດວ່າຈະໄດ້ຈັດຂຶ້ນໃນກາງເດືອນມັງກອນ 2017 ແລະ ພາຍຫລັງຄົບ10ຮອບແລ້ວ ພາກສ່ວນທີ່ກ່ຽວຂ້ອງກໍຈະໄດ້ລົງມາກວດຫາພະຍາດດັ່ງກ່າວນີ້ອີກຄັ້ງໜຶ່ງ. ອີງຕາມຄຳແນະນຳຂອງອົງການອາໄມໂລກ ແມ່ນຕ້ອງບໍ່ພົບກໍລະນີໃໝ່ເປັນເວລາ 6 ເດືອນຈຶ່ງຖືວ່າສາມາດຄວບຄຸມການລະບາດຂອງພະຍາດໂປລີໂອໄດ້.

ຂ່າວຈາກ: ສຳນັກຂ່າວສານປະເທດລາວ
ສຳຫຼັບທ່ານທີ່ຮັກສຸຂະພາບ ຕິດຕາມເລື່ອງດີດີ ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...