spot_img
Homeຂ່າວການພັດທະນາກອງທຶນສາມັກຄີພັດທະນາລາວ ມອບເຄື່ອງມູນຄ່າ 680 ລ້ານກີບ ຊ່ວຍເຫລືອສັງຄົມ

ກອງທຶນສາມັກຄີພັດທະນາລາວ ມອບເຄື່ອງມູນຄ່າ 680 ລ້ານກີບ ຊ່ວຍເຫລືອສັງຄົມ

Published on

ຂປລ. ຄະນະກອງທຶນສາມັກຄີພັດທະນາລາວ ໄດ້ມອບເຄື່ອງຊ່ວຍເຫລືອ ມູນຄ່າ 680 ລ້ານກີບ ໃຫ້ສູນກາງແນວລາວສ້າງຊາດ, ສະພາແຫ່ງຊາດ ແລະ ຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ເພື່ອນໍາໄປຊ່ວຍເຫລືອສັງຄົມ ແລະ ຜູ້ດ້ອຍໂອກາດຢູ່ເຂດຫ່າງໄກສອກຫລີກ.

ພິທີມອບເຄື່ອງຊ່ວຍເຫລືອດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 19 ພະຈິກນີ້ ທີ່ນະຄອນຫລວງວຽງຈັນ, ມອບໂດຍ ປະທານຄະນະກອງທຶນ ສາມັກຄີພັດທະນາລາວ, ຮັບໂດຍ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ, ທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ ແລະ ທ່ານ ນາງ ສຸວັນເພັງ ບຸບຜານຸວົງ ລັດຖະມົນຕີປະຈຳຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ.

ເຄື່ອງຊ່ວຍເຫລືອນໍາມາມອບຄັ້ງນີ້ ປະກອບມີຜ້າຫົ່ມ
, ປາກະປ໋ອງ, ເຂົ້າສານ, ຖົງຕີນ, ຖົງມື ລວມມູນຄ່າ 680 ລ້ານກີບ. ໃນນັ້ນ, ໄດ້ມອບໃຫ້ສູນກາງແນວລາວສ້າງຊາດ 400 ລ້ານກີບ, ສະພາແຫ່ງຊາດ 140 ລ້ານກີບ ແລະ ມອບໃຫ້ຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ 140 ລ້ານກີບ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...