spot_img
Homeຮູບເງົາເລື່ອງລາວຂອງ The Slender Man ຜີບໍ່ມີໜ້າ ທີ່ມີແຂນຂາຍາວສູງ 

ເລື່ອງລາວຂອງ The Slender Man ຜີບໍ່ມີໜ້າ ທີ່ມີແຂນຂາຍາວສູງ 

Published on

​ເລື່ອງລາວສຸດສະຢອງຂວັນຂອງຜີບໍ່ມີໜ້າທີ່ມີແຂນຂາຍາວສູງ ແຖມຍັງໃສ່ສູດສີດຳ ທີ່ຖືກເອີ້ນວ່າ: The Slender Man ເຊິ່ງເປັນເລື່ອງສັ່ນຂວັນໄປທົ່ວອາເມຣິກາມາແລ້ວໃນຄະດີ ເດັກຍິງ 12 ປີ 2 ຄົນພະຍາຍາມຮ່ວມມືກັນຂ້າໝູ່ດ້ວຍການແທງລວມແລ້ວ 19 ຈຸດ ແຕ່ວ່າໜ້າເຫຼືອເຊື່ອເມື່ອເຫຍື່ອຄົນນັ້ນຍັງບໍ່ຕາຍນາງຍັງລອດມາໄດ້. 

        ກ່ອນອື່ນໝົດຄົງຕ້ອງເວົ້າເຖິງເຫດການອັນໜ້າສະຢົດສະຢອງທີ່ເກີດຂຶ້ນເມື່ອວັນທີ 31 ພຶດສະພາ 2014 ທີ່ເມືອງ Waukesha ລັດ Wisconsin, ເມື່ອເດັກສາວ 12 ປີ 2 ຄົນຄື: Morgan Geyser ແລະ Anissa Weier ໄດ້ຕົວະ Payton Leutner ເຊິ່ງເປັນໝູ່ຮ່ວມຊັ້ນຮຽນອອກໄປຂ້າໃນປ່າ ແລະໃຊ້ອາວຸດແທງໄປເຖິງ 19 ຈຸດ, ແຕ່ວ່າບຸນຂອງ Payton Leutner ຍັງມີຢູ່ເພາະນາງຍັງມີລົມຫາຍໃຈ ແລະໄດ້ພະຍາຍາມຄານອອກມາຂ້າງທາງ ຈົນໄດ້ຮັບການຊ່ອຍເຫຼືອຈາກຄົນຂີ່ລົດຖີບທີ່ບັງເອີນຜ່ານມາພໍດີ. 

        Payton Leutner ສາມາດລອດຕາຍຈາກຝັນຮ້າຍທີ່ບໍ່ໜ້າເກີດຂຶ້ນກັບນາງໄດ້ ເຊິ່ງນາງແລະຄອບຄົວຕ່າງກໍສົງໄສວ່າເປັນຫຍັງໝູ່ຮ່ວມຊັ້ນຂອງນາງຈຶ່ງເຮັດແບບນັ້ນ ແລະຈາກປາກຄຳຂອງຜູ້ຮ້າຍທັງ 2 ຄົນກໍເຮັດໃຫ້ໃຜໆກໍຕ້ອງຊ໋ອກເພາະວ່າເດັກສາວທັງ 2 ໄດ້ກ່າວເປັນສຽງດຽວກັນວ່າ: ທີ່ພວກນາງເຮັດໄປນັ້ນກໍເພາະວ່າຖືກ Slenderman ບັງຄັບ ເພາະຖ້າບໍ່ເຮັດ Slenderman ນັ້ນຈະມາຂ້ານາງແລະຄອບຄົວແທນ. 

ຂໍ້ມູນເພີ່ມຕື່ມກ່ຽວກັບ Slenderman

        Slenderman ບໍ່ແມ່ນມະນຸດເພາະວ່າທີ່ມາຈາກຫຼາຍໆແຫຼ່ງຕ່າງກໍໃຫ້ຂໍ້ມູນເປັນສຽງດຽວກັນວ່າໃບໜ້າຂອງຜີໂຕນີ້ຈະບໍ່ມີໜ້າ ແລະມີແຂນຂາຍາວສູງ ແລະຈະປະກົດໃຫ້ເຫັນໃນລັກສະນະຂອງຊາຍຄົນໜຶ່ງໃສ່ຊຸດສູດສີດຳ ແລະມັກຈະພົບເຫັນໄດ້ທີ່ສະໜາມຫຼິ້ນເດັກນ້ອຍທີ່ມີປ່າ ແລະມີນິໄສມັກລັກພາໂຕເດັກນ້ອຍຫຼືວ່າຂ້າເດັກນ້ອຍນັ້ນເອງ. ແນ່ນອນວ່າຫຼາຍໆຄົນທີ່ໄດ້ຟັງເລື່ອງນີ້ຕ່າງກໍເວົ້າວ່າສິ່ງນີ້ເປັນພຽງເລື່ອງຕົວະເດັກນ້ອຍເທົ່ານັ້ນ ແຕ່ວ່າພັດມີຮູບຖ່າຍຫຼືຄລິບວີດີໂອທີ່ນຳມາເຜີຍແພ່ຢືນຢັນວ່າ Slenderman ໂຕນີ້ມີໂຕຕົນແທ້ໆເທິງໂລກໃບນີ້. 

ເຫັນຜູ້ຊາຍທີ່ຢືນດ້ານຫຼັງກັບເດັກນ້ອຍຫຼືບໍ່? …

ຮູບຖ່າຍຈາກໃນປ່າທີ່ຢືນຢັນວ່າມັນມີແທ້

        ກ່ອນໜ້ານີ້ Slenderman ບໍ່ເປັນທີ່ຮູ້ຈັກກັນຫຼາຍ ແຕ່ຈາກຮູບຖ່າຍຂອງຊ່າງພາບຄົນໜຶ່ງທີ່ເສຍຊີວິດເມື່ອປີ 1983 ທີ່ບັງເອີນຖ່າຍຮູບຜູ້ຊາຍທີ່ມີແຂນຂາຍາວໄດ້ ເຄີຍເວົ້າໄວ້ວ່າ: ມັນເຄີຍບອກກັບຂ້ອຍວ່າ “ບໍ່ຕ້ອງຢ້ານ… ຂ້ອຍບໍ່ໄດ້ມາເພື່ອຂ້າເຈົ້າດອກ”. ແຕ່ຫຼັງຈາກນັ້ນກໍມີລາຍງານວ່າມີເດັກນ້ອຍຖືກລັກພາໂຕໄປແລ້ວຖືກຂ້າແບບໂຫດສຸດໆ, ເຊິ່ງຮູບທີ່ໄດ້ຈາກການແປງຫ້ອງສະໝຸດເທສະບານສເຕີຣ໌ລິງ ຫຼັງຈາກຖືກໄຟໄໝ້ກໍພົບວ່າມີຮູບຂອງ Slenderman ທີ່ຢືນຢູ່ກັບເດັກນ້ອຍ ເຊິ່ງເປັນຮູບທີ່ມີຊື່ສຽງ ແລະຢືນຢັນໂຕຕົນຂອງ Slenderman ໄດ້ເປັນຢ່າງດີ. 

        ຍິ່ງໄປກວ່ານັ້ນ Slenderman ແມ່ນມີໂຕຕົນຢູ່ຄູ່ກັບມະນຸດມາຫຼາຍກວ່າ 9000 ປີເພາະປະກົດຮູບແຕ້ມບູຮານເທິງຝາຖ້ຳໃນປະເທດບຣາຊິວ ພົບວ່າມີຮູບຂອງ Slenderman ຢູ່ໃນນັ້ນນຳ. ນອກຈາກນີ້ຍັງມີຄຳຢືນຢັນຈາກ Hans Freckenberg ຊ່າງພາບຊາວເຢຍຣະມັນໃນຍຸກສະຕະວັດທີ 16 ໄດ້ຢືນຢັນວ່າໄດ້ພົບບຸກຄົນທີ່ມີແຂນຂາຍາວລີບແທ້ໆອີກນຳ. 

ຄວາມເປັນຈິງທີ່ໜ້າເຊື່ອຖືທີ່ສຸດ

ຂໍ້ມູນຄວາມເປັນມາແບບບໍ່ອີງອາຖັນຂອງການກຳເນີດ Slenderman ນັ້ນ, ວ່າກັນວ່າເກີດຈາກການປະກວດຕັດຕໍ່ຮູບຖ່າຍສິ່ງເລິກລັບ, ໂດຍທາງເວັບຈັດກິດຈະກຳແຕ່ງຮູບຖ່າຍທຳມະດາໃຫ້ເປັນຂາວດຳແລະໃຫ້ມີສິ່ງເລິກລັບເໜືອທຳມະຊາດພາຍໃນຮູບພ້ອມກັບໃຫ້ສ້າງຕຳນານເລິກລັບປະກອບໄປນຳ, ເຊິ່ງຮູບຖ່າຍ Slenderman ກໍມີກຳເນີດມາຈາກກິດຈະກຳນີ້ ໂດຍຮູບດັ່ງກ່າວຫຼືຮູບດ້ານລຸ່ມນີ້ເອງ, ເຊິ່ງຜູ້ທີ່ໂພສຫຼືຜູ້ໃຫ້ກຳເນີດ Slenderman ແມ່ນຜູ້ໃຊ້ນາມແຝງວ່າ: Victor Surge (ຊື່ແທ້ແມ່ນ Eric Knudsen) ເຊິ່ງສາມາດເຂົ້າໄປເບິ່ງຂໍ້ມູນເພີ່ມຕື່ມໄດ້ທີ່:

http://www.imdb.com/name/nm7311783/ 

ຫຼືສາມາດຫາຂໍ້ມູນເພີ່ມຕື່ມໄດ້ທີ່ອິນເຕີເນັດທົ່ວໄປ 
 

ເຖິງວ່າເລື່ອງລາວຂອງ Slenderman ຈະເປັນພຽງເລື່ອງແຕ່ງ ແຕ່ມັນກໍກາຍເປັນຄຳຄົ້ນຫາທີ່ຫຼາຍທີ່ສຸດໃນຊ່ວງເວລານັ້ນທັນທີ ແລະກາຍເປັນຄຳຖາມທີ່ຖືກຖາມເຂົ້າມາໃນລາຍການວິທະຍຸຫຼາຍທີ່ສຸດໃນສະໄໝນັ້ນ ແລະຖືກເຮັດເປັນເກມສະຢອງຂວັນໃຫ້ຫຼິ້ນຫຼາກຫຼາຍອີກນຳ. 

        ນອກຈາກນີ້ກໍຍັງມີຮູບເງົາສະຢອງຂວັນຂອງອາເມຣິກາທີ່ຊື່ວ່າ: The Blair Witch Project ທີ່ມີເລື່ອງລາວກ່ຽວກັບ Slenderman ແລະກໍມີໄວລຸ້ນໃນອາເມຣິກາຫຼາຍຄົນພະຍາຍາມທີ່ຈະພິສູດເລື່ອງນີ້ ພ້ອມທັງອັບຄລິບຂຶ້ນເທິງເວັບໄຊວີດີໂອຊື່ດັງແບບ Youtube ອີກນຳ. 

        ມາຈົນຮອດມື້ນີ້ Slenderman ກໍກາຍເປັນຊື່ທີ່ຄຸ້ນຫູຜ່ານທາງໂລກອິນເຕີເນັດແລະເຫດການເດັກຍິງອາຍຸ 12 ປີພະຍາຍາມຂ້າໝູ່ຮ່ວມຊັ້ນ ເມື່ອປີ 2014 ກໍເປັນສິ່ງທີ່ເຮັດໃຫ້ຄົນກັບມາສົນໃຈ Slenderman ນີ້ອີກຄັ້ງ, ຫຼັງຈາກທີ່ງຽບຫາຍໄປດົນ ເຊິ່ງໃນວັນທີ 23 ມັງກອນ ປີ 2017 ຫຼືປີໜ້ານີ້ທາງ HBO ຈະເຮັດສາລະຄະດີກ່ຽວກັບເລື່ອງນີ້ຂຶ້ນມາໃໝ່ໃຫ້ຄົນທີ່ຕິດຕາມເລື່ອງນີ້ໄດ້ຊົມກັນອີກຄັ້ງ ໃຜທີ່ເປັນຄົນມັກອ່ານ ຫຼືເບິ່ງຮູບເງົາແນວເລິກລັບບໍ່ຄວນພາດເດີ້.

ສຳລັບທ່ານໃດທີ່ຮັກໃນການອ່ານຂ່າວໄອທີ, ເກມ ແລະ ອະນິເມະ ສາມາດຕິດຕາມໄດ້ທີ່ນີ້ ກົດຖືກໃຈເລີຍ!

ທີ່ມາ: online station

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...