Homeມູມໄອທີລາວຕົ້ນປີ 2017 ຜູ້ຊົມໃຊ້ໂທລະສັບມືຖືຈະສາມາດເຂົ້າເຖິງຂໍ້ມູນ Online ໄດ້ບໍ່ຈໍາເປັນຕ້ອງເຊື່ອມຕໍ່ອິນເຕີເນັດ

ຕົ້ນປີ 2017 ຜູ້ຊົມໃຊ້ໂທລະສັບມືຖືຈະສາມາດເຂົ້າເຖິງຂໍ້ມູນ Online ໄດ້ບໍ່ຈໍາເປັນຕ້ອງເຊື່ອມຕໍ່ອິນເຕີເນັດ

Published on

ປະມານທ້າຍເດຶອນມັງກອນ 2017 ຜູ້ຊົມໃຊ້ໂທລະສັບມືຖືຈະສາມາດເຂົ້າເຖິງຂໍ້ມູນ Online ໄດ້ບໍ່ຈໍາເປັນຕ້ອງເຊື່ອມຕໍ່ອິນເຕີເນັດ

ການສຳມະນາແນະນໍາໂຄງການຂອງບໍລິສັດ Be-Bound ໃນຫົວຂໍ້ “ການເຂົ້າເຖິງຂໍ້ມູນອອນໄລ໌ໂດຍບໍ່ຈຳເປັນຕ້ອງໃຊ້ການເຊື່ອມຕໍ່ອິນເຕີເນັດ ແລະ ການນຳໃຊ້ເຕັກໂນໂລຊີແບບໃໝ່ເຂົ້າໃນການດຳເນີນທຸລະກິດ, ການສຶກສາ, ສາທາລະນະສຸກ, ກະສິກຳ, ການບໍລິການ ແລະ ການພັດທະນາເສດຖະກິດໃນຂົງເຂດຕ່າງ” ໄດ້ຈັດຂຶ້ນໃນວັນທີ 17 ພະຈິກ 2016 ທີ່ໂຮງແຮມ ຣັດສະຫມີ ພລາຊາ, ນະຄອນຫລວງວຽງຈັນ. ໂດຍການປະທານຂອງທ່ານ ນາງ ດວງມາລາ ພົມມະວົງ ອຳນວຍການບໍລິສັດທ່ອງທ່ຽວ EXO ຮ່ວມກັບບໍລິສັດ Be-Bound, ໃຫ້ກຽດເຂົ້າຮ່ວມງານໂດຍທ່ານ ອຸຕາແກ້ວ ແກ້ວດວງສິນ ຮອງຫົວໜ້າກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ, ມີບັນດາແຂກທີ່ຖືກເຊີນທັງພາກລັດ-ເອກະຊົນ ແລະ ສື່ມວນຊົນເຂົ້າຮ່ວມ.

ທ່ານ Michel KTITAREFF ຫົວໜ້າຝ່າຍທຸລະກິດບໍລິສັດ Be-Bound ກ່າວວ່າ: Be-Bound ຄືຜູ້ໃຫ້ບໍລິການອິນເຕີເນັດໃນທົ່ວທຸກບ່ອນທີ່ມີສັນຍານໂທລະສັບ (Internet Offline) ມີສຳນັກງານໃຫຍ່ຕັ້ງຢູ່ນະຄອນຫຼວງປາຣີ ປະເທດຝຣັ່ງ ເຊິ່ງມີການຂະຫຍາຍທຸລະກິດ ແລະ ການບໍລິການໄປໃນປະເທດທີ່ກຳລັງພັດທະນາ ແລະ ມີເຄືອຄ່າຍຜູ້ໃຊ້ 4 ຕື້ຄົນ.

ຈຸດປະສົງໃນການສໍາມະນາຄັ້ງນີ້ ເພື່ອແນ່ໃສ່ການຮ່ວມມືກັນລະຫວ່າງທາງພາກລັດ, ເອກະຊົນ ແລະ ນັກລົງທຶນທີ່ສົນໃຈ ໃນການພັດທະນາລະບົບສື່ສານທາງໄກ ແລະ ເປັນການສ້າງໂອກາດໃຫ້ແກ່ບັນດານັກສຶກສາ, ນັກພັດທະນາດ້ານຂໍ້ມູນຂ່າວສານ (IT), Programmers ໃຫ້ສາມາດສ້າງນະວັດຕະກຳໃໝ່ໆທີ່ເປັນປະໂຫຍດຕໍ່ເສດຖະກິດ ແລະ ສັງຄົມ, ເພື່ອເປັນການຊຸກຍູ້ຫົວໜ່ວຍທຸລະກິດຂອງປະເທດລາວໃຫ້ທຸກຄົນສາມາດເຂົ້າເຖິງແຫຼງຂໍ້ມູນທີ່ເປັນປະໂຫຍດ ໂດຍສະເພາະແມ່ນບັນດາປະຊາກອນທີ່ຢູ່ຫ່າງໄກຊອກຫຼີກທີ່ຍັງເຂົ້າເຖິງຂໍ້ມູນຂ່າວສານທີ່ເປັນປະໂຫຍດຈາກອອນໄລ໌ຍັງບໍ່ທັນໄດ້.

ທ່ານນາງ ດວງມາລາ ພົມມະວົງ ໄດ້ໃຫ້ສຳພາດວ່າ: Be-Bound ເປັນ”ຊ໋ອບແວ”ທີ່ຈະຊ່ວຍສ້າງ ແລະ ພັດທະນາ”ແອັບພິເຄຊັນ” ໃຫ້ກັບຜູ້ທີ່ສົນໃຈຈະສ້າງ”ແອັບ”ເປັນຂອງຕົນເອງໃຫ້ກັບເຄື່ອຂ່າຍຕ່າງໆໃນລາວ. ບ່ອນທີ່ມີສັນຍານໂທລະສັບ 2G ເຊິ່ງບໍ່ຈຳເປັນຕ້ອງມີ 3G 4G ກໍສາມາດເຂົ້າຄົ້ນຫາຂໍ້ມູນທີ່ຕ້ອງການໄດ້ໂດຍສະເພາະແມ່ນຜູ້ທີ່ຢູ່ເຂດຫ່າງໄກສອກຫຼີກທີ່ຍັງບໍ່ສາມາດເຂົ້າເຖິງແຫຼ່ງຂໍ້ມູນຜ່ານອິນເຕີເນັດໄດ້.

ທ່ານກ່າວຕື່ມວ່າ: ບໍ່ວ່າຈະເປັນພາກສ່ວນລັດ-ເອກະຊົນ ຫຼື ບຸກຄົນ ແມ່ນສາມາດສ້າງ”ແອັບພິເຄຊັນ”ຕ່າງໆຂອງຕົນເອງໄດ້ໃຫ້ກັບກຸ່ມເປົ້າໝາຍ ຕົວຢ່າງ: ດ້ານກະສິກໍາ ຜູ້ທີ່ສົນໃຈເລື່ອງກະສິກໍາຕ່າງໆພຽງແຕ່ຊື້ຊິມໂທລະສັບເຄື່ອຂ່າຍທີ່ມີ”ແອັບ”ກ່ຽວກັບກະສິກຳກໍສາມາດເຂົ້າ”ແອັບ”ນັ້ນເພື່ອເອົາຂໍ້ມູນກ່ຽວກັບກະສິກໄດ້ໂດຍບໍ່ຈຳເປັນຕ້ອງເຂົ້າອິນເຕີເນັດພຽງແຕ່ເຂົ້າ”ແອັບ”ດັ່ງກ່າວ ກໍຈະສາມດຊອກຫາຂໍ້ມູນກ່ຽວກັບທາງດ້ານກະສິກຳໄດ້.

ປັດຈຸບັນ, Be-Bound ໄດ້ເຊັນສັນຍາ MOU ທົດລອງໃຊ້ກັບເຄື່ອຄ່າຍຂອງ”ບີລາຍ” ແຕ່ຖ້າສຳເລັດຄາດວ່າ ຈະມີການເປີດໂຕໃຫ້ໄດ້ຊົມໃຊ້ໄດ້ພາຍໃນທ້າຍເດືອນມັງກອນ 2017 ພຽງແຕ່ທ່ານຊຶ້ ”ຊີມກາດ” ຂອງເຄືອຂ່າຍ ”ບີລາຍ” ທ່ານກໍສາມາດມີ ”ເເອັບ” ຊົມໃຊ້ໄດ້. ແຕ່ບໍ່ຈຳກັດພຽງແຕ່ເຄື່ອຂ່າຍດຽວ ເຄື່ອຂ່າຍອື່ນໆທີ່ມີຢູ່ໃນລາວກໍສາມາດມາຮ່ວມບໍລິການກັບພວກເຮົາໄດ້ເຊັ່ນດຽວກັນ.

ເຄຣດິດຂ່າວ: http://targetlaos.com/
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...