spot_img
Homeໜັງໃໝ່ຮູບເງົາຊີຣີເກົາຫຼີໃຕ້ເລື່ອງໃໝ່ The Legend of the Blue Sea ແນວໂຣແມນຕິກແຟນຕາຊີ

ຮູບເງົາຊີຣີເກົາຫຼີໃຕ້ເລື່ອງໃໝ່ The Legend of the Blue Sea ແນວໂຣແມນຕິກແຟນຕາຊີ

Published on

ໃນຄໍລຳໜັງໃໝ່ ມື້ນີ້ ແອັດມິນຈະພາທຸກຄົນມາຕິດຕາມຮູບເງົາຊີຣີທາງຝັ່ງຂອງເກົາຫຼີໃຕ້ກັນແນ່ຈັກໜ່ອຍ ເພາະຕອນນີ້ທາງຊ່ອງຊີຣີ້ດັງຢ່າງ ຊ່ອງ SBS ໄດ້ປ່ອຍຊີຣີເລື່ອງໃໝ່ອອກສາຍຢ່າງ The Legend of the Blue Sea  ພຽງແຕ່ປ່ອຍອອກອາກາດຕອນທຳອິດກໍ່ສາມາດເຮັດເຣດຕິ້ງນຳເປັນອັນດັບທີ 1

ຮູບເງົາຊີຣີ ແນວໂຣແມນຕິກແຟນຕາຊີ The Legend of the Blue Sea ໄດ້ 2 ຊຸບເປີ້ສະຕາແຫ່ງຍຸກມາສະແດງຄູ່ກັນເປັນຄັ້ງທຳອິດ ຈວນຈີຮຸນ ກັບ “ລີມິນໂຮແລະ ຍັງມີນັກສະແດງແຖວໜ້າຫຼາຍຄົນຮ່ວມສະແດງໃນຮູບເງົາຊີຣີເລື່ອງນີ້ນຳດ້ວຍ ຮືມ…! ຈາກການທີ່ແອັດມິນໄດ້ເບິ່ງກໍ່ຮູ້ສຶກວ່າເລື່ອງນີ້ເປັນອີກເລື່ອງໜຶ່ງທີ່ມ່ວນ, ໜ້າລຸ້ນໜ້າຕິດຕາມສຸດໆ ແລະ ຫວັງວ່າຄົງຖືກໃຈຄໍຊີຣີເກົາຫຼີຫຼາຍຄົນແນ່ນອນ ສະນັ້ນ ແອັດກໍ່ບໍ່ພາບທີ່ຈະເອົາເລື່ອງຫຍໍ້ຂອງຊີຣີເລື່ອງນີ້ມາໃຫ້ອ່ານ ແລະ ລິ້ງເຂົ້າເບິ່ງ

blue2

The Legend of the Blue Sea ເລື່ອງຫຍໍ້

ໂດຍເປັນເລື່ອງລາວຂອງນາງເງືອກສາວ ທີ່ຖືກສ້າງຈາກ story collection of “Eou yadam” ໃນນິທານໂຊຊອນ ທີ່ຖືກບັນທຶກໄວ້ ໄດ້ກັບມາເປັນຈິງ ເມື່ອຄິມດັມຮຍອງ ໄດ້ປ່ອຍນາງເງືອກສາວກັບສູ່ທະເລ ເຊິ່ງນາງຖືກຈັບມາໂດຍຊາຍຊາວປະມົງ

ເລື່ອງລາວໄດ້ບອກເລົ່າເຖິງຄວາມຮັກລະຫວ່າງລູກຊາຍຂອງຕະກູນຂຸນນາງໃນຍຸກໂຊຊອນມີນາມວ່າ ດັມລິມ ແລະ ນາງເງືອກສາວ ມີນາມວ່າ ຊິມຊາງ ເຊິ່ງທ່ານສາມາດຕິດຕາມຄວາມຮັກແນວໂຣແມນຕິກຂອງທັງຄູ່ໄດ້ທີ່ນີ້: ລິ້ງເບິ່ງຕອນທຳອິດ ຊີຣີເກົາຫຼີ The Legend of the Blue Sea

ອອກອາກາດທາງຊ່ອງ : SBS
ວັນເວລາ ອອກອາກາດ: ວັນພຸດ-ພະຫັດ ເວລາ 22:00 ໂມງ ຕາມເວລາໃນເກົາຫຼີໃຕ້ ກົງກັບເວລາ 20:00ໂມງ ຕາມເວລາບ້ານເຮົາ ເລີ່ມຕອນທຳອິດ 16 ພະຈິກ 2016

https://youtu.be/paF8HUj6vXc

 

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...