spot_img
Homeຂ່າວພາຍ​ໃນລາວວາງ 8 ນະໂຍບາຍກະຕຸ້ນເສດຖະກິດປີ 2017

ລາວວາງ 8 ນະໂຍບາຍກະຕຸ້ນເສດຖະກິດປີ 2017

Published on

ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ໃນປີ 2017 ນີ້, ລັດຖະ ບານຈະດໍາເນີນ 8 ນະໂຍບາຍເພື່ອກະຕຸ້ນເສດຖະກິດຂອງປະເທດໃຫ້ກັບຄືນສູ່ສະພາບປົກກະຕິເທື່ອລະກ້າວຄື:

1. ຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບໝັ້ນທ່ຽງໂດຍດໍາເນີນມາດຕະການການເງິນ-ເງິນຕາໃຫ້ກົມກຽວ ເພື່ອຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວບໍ່ຫລຸດ 7%, ພ້ອມທັງເພີ່ມທະວີເອົາໃຈໃສ່ຕິດຕາມການເຄື່ອນໄຫວວຽກງານພາສີ-ອາກອນຢ່າງໃກ້ຊິດ, ສົ່ງເສີມການລົງທຶນ ແລະ ດໍາເນີນທຸລະກິດ, ແກ້ໄຂການຊໍາລະສະສາງໃຫ້ມີສະພາບຄ່ອງ, ຊອກວິທີແກ້ໄຂການຊໍາລະໜີ້ ແລະ ພັນທະບັດໃຫ້ໄດ້ຈໍານວນໜຶ່ງ, ສືບຕໍ່ປະຕິບັດນະໂຍບາຍດອກເບັ້ຍເງິນຝາກ ແລະ ເງິນກູ້ຂອງທະນາຄານທຸລະກິດໃຫ້ເໝາະສົມ ເພື່ອອໍານວຍໃຫ້ແກ່ການສົ່ງເສີມການຜະລິດ ແລະ ເຄື່ອນໄຫວທຸລະກິດຂະໜາດນ້ອຍ ແລະ ກາງໃຫ້ແຂງແຮງ.

2. ຄຸ້ມຄອງການເກັບລາຍຮັບງົບປະມານໃຫ້ມີປະສິດທິຜົນ ໂດຍປະຕິຮູບກົນໄກເກັບລາຍຮັບໃຫ້ເປັນລະບົບ, ນໍາໃຊ້ເຄື່ອງມືຮັບປະກັນດ້ານຄວາມໂປ່ງໃສ, ປັບປຸງກົນໄກງົບປະມານ ແລະ ແຜນລາຍຈ່າຍໃຫ້ມີປະສິດທິຜົນ, ໄປຄຽງຄູ່ກັບການປະຕິບັດມາດຕະການຕ້ານການຟູມເຟືອຍຢ່າງແຂງແຮງໃນທົ່ວປະເທດ ແລະ ອັດຊ່ອງຫວ່າງຮົ່ວໄຫລຂອງງົບປະມານ.

3. ຊຸກຍູ້ບັນດາຂະແໜງການ ແລະ ທ້ອງຖິ່ນເປັນເຈົ້າການຄົ້ນຄວ້ານໍາໃຊ້ທ່າແຮງຂອງຕົນເພື່ອສ້າງເປັນໂຄງການລະອຽດ ແນໃສ່ການແກ້ໄຂຄວາມທຸກຍາກຂອງປະຊາຊົນ, ໂດຍສະເພາະຢູ່ເຂດຊົນນະບົດຫ່າງໄກສອກຫລີກ, ທັງປັບປຸງການຈັດຕັ້ງປະຕິບັດວຽກງານສາມສ້າງໃຫ້ມີປະສິດທິຜົນ ແລະ ບໍ່ໃຫ້ມີຊ່ອງຫວ່າງລະເມີດລະບຽບກົດໝາຍ.

4. ປັບປຸງສະພາບແວດລ້ອມ ແລະ ບັນຍາກາດຂອງການລົງທຶນ, ການດໍາເນີນທຸລະກິດ, ໂດຍແກ້ໄຂຂັ້ນຕອນ ແລະ ນິຕິກໍາຕ່າງໆທີ່ບໍ່ສະດວກ, ກົດໜ່ວງທ່ວງດຶງ ແລະ ສ້າງຄວາມຫຍຸ້ງຍາກໃຫ້ແກ່ການດໍາເນີນທຸລະກິດ, ເພື່ອໃຫ້ການພິຈາລະນາອະນຸມັດລົງທຶນມີຄວາມວ່ອງໄວ, ໂປ່ງໃສ ບົນພື້ນຖານປະຕິບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ.

5. ຊຸກຍູ້ສົ່ງເສີມການຜະລິດເປັນສີນຄ້າ ແລະ ບໍລິການຕາມທ່າແຮງຂອງຂະແໜງ ການ ແລະ ທ້ອງຖິ່ນເພື່ອໃຫ້ມີຄວາມຫລາກຫລາຍ ເປັນຕົ້ນ: ຜະລິດກະສິກໍາສະອາດ ແລະ ປອດສານ ພິດ, ອຸດສະຫະກໍາປຸງແຕ່ງ, ການທ່ອງທ່ຽວທໍາມະຊາດ, ປະຫວັດສາດ ແລະ ວັດທະນາທໍາ, ການບໍລິ ການທາງຜ່ານ ແລະ ໂລຈີສຕິກ, ຊຸກຍູ້ສົ່ງເສີມການຄົ້ນຄວ້າວິໄຈ, ການຖ່າຍທອດເຕັກໂນໂລຊີ ເພື່ອຍົກສະມັດຕະພາບ, ຜະລິດຕະພາບ ແລະ ຄຸນນະພາບຂອງຜະລິດຕະພັນພາຍໃນໃຫ້ສູງ ເພື່ອແນໃສ່ສ້າງຄວາມອາດສາມາດຂອງສີນຄ້າ ແລະ ການບໍລິການໃຫ້ສາມາດແຂ່ງຂັນໃນຕະຫລາດພາກພື້ນ ແລະ ສາກົນ.

6. ຊຸກຍູ້ຊ່ວຍເຫລືອບັນດາໂຄງການລົງທຶນທີ່ໄດ້ອະນຸມັດໃຫ້ສາມາດເຄື່ອນໄຫວຜະລິດທຸລະກິດຢ່າງມີປະສິດທິຜົນ, ໂດຍການກວດກາ ແລະ ສະໜັບສະໜູນຊ່ວຍເຫລືອຜູ້ລົງທຶນບົນພື້ນຖານລະບຽບກົດໝາຍ ເພື່ອໃຫ້ການລົງທຶນທີ່ໄດ້ຮັບອະນຸມັດແລ້ວນັ້ນ ໂດຍສະເພາະໂຄງການລົງທຶນຂະໜາດໃຫຍ່ໃນຂົງເຂດພະລັງງານ, ບໍ່ແຮ່, ອຸດສະຫະກໍາ ແລະ ກະສິກໍາ ທີ່ມີຜົນກະທົບສູງຕໍ່ເສດຖະກິດ ໃຫ້ສາມາດເຄື່ອນໄຫວເປັນປົກກະຕິ, ຮັບປະກັນແກ້ໄຂຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ, ປະຕິບັດຕາມສັນຍາ ແລະ ເຂົ້າສູ່ຂະບວນການຜະລິດໂດຍໄວ ເພື່ອເປັນກໍາລັງແຮງຊຸກຍູ້ການເຕີບໂຕຂອງເສດຖະກິດ.

7. ປັບປຸງວິສາຫະກິດລັດໃຫ້ສາມາດເຄື່ອນໄຫວຢ່າງມີປະສິດທິຜົນ, ສາ ມາດປະກອບສ່ວນຢ່າງໜັກແໜ້ນໃຫ້ແກ່ເສດຖະກິດແຫ່ງຊາດ, ໂດຍການກວດຄືນເປົ້າໝາຍການເຄື່ອນ ໄຫວທຸລະກິດໃນໄລຍະໃໝ່, ຄວາມອາດສາມາດແຂ່ງຂັນໃນການດໍາເນີນທຸລະກິດຕາມກົນໄກເສດຖະກິດຕະຫລາດບົນພື້ນຖານປະຕິບັດລະບຽບກົດໝາຍ

8. ສືບຕໍ່ປັບປຸງກົງຈັກ, ກົນໄກການບໍລິຫານລັດໃຫ້ຮັດກຸ່ມ, ໂປ່ງໃສ, ວ່ອງໄວ, ມີປະສິດທິພາບ ແລະ ປະສິດທິຜົນ ໂດຍການສືບຕໍ່ສັບຊ້ອນພາລະບົດບາດຂອງບາງຂະແໜງການທີ່ເຫັນວ່າຍັງມີການທັບຊ້ອນ ແລະ ແບ່ງຄວາມຮັບ
ພິຊອບບໍ່ຈະແຈ້ງ, ອັນສໍາຄັນແມ່ນລັດຖະບານຈະເນັ້ນໃສ່ການບໍລິຫານລັດດ້ວຍກົດໝາຍໃຫ້ເຂັ້ມງວດກວ່າເກົ່າ ແລະ ມີປະສິດທິຜົນສູງ, ຊຶ່ງຜ່ານມາສັງເກດເຫັນວ່າພາກເອກະຊົນຍັງມີຄວາມອາດສາມາດ ແລະ ທ່າແຮງຫລາຍດ້ານໃນການຂະຫຍາຍການຜະລິດ, ດໍາເນີນທຸລະກິດຕ່າງໆ, ຖ້າປັບປຸງບັນດາກົນໄກຂອງລັດໄດ້ດີ, ມີນໍ້າໃຈຮັບໃຊ້ປະຊາຊົນ, ໂປ່ງໃສ ກໍຈະເປັນກໍາລັງແຮງໃຫ້ແກ່ເສດຖະກິດແຫ່ງຊາດໄດ້ເປັນຢ່າງດີ.

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...