Home​ຂ່າວບັນເທິງນາງສາວລາວ 2016 ຮ່ວມເດີນແບບແລກປ່ຽນວັດທະນະທຳ

ນາງສາວລາວ 2016 ຮ່ວມເດີນແບບແລກປ່ຽນວັດທະນະທຳ

Published on

ໃນຄ່ຳຄືນຂອງວັນທີ 5 ພະຈິກ 2016 ທີ່ຜ່ານມາ ບຸດສະບາ ແສງປັນ, ນາງສາວລາວ 2016
ຮ່ວມງານເດີນແບບແລກປ່ຽນວັດທະນະທຳກັບ Ariska Putri Pertiwi, Miss Grand international 2016 ກັບ ສຸພາພອນ ມະລິຊ້ອນ, Miss Grand Thailand 2016 ແລະ ຮອງອັນດັບສອງ Miss Grand International 2016 ໃນງານ “Gala Dinner The 4th Meeting Of Governors/Mayors Of Asean Capital” ທີ່ໂຮງແຮມ ແລນມາກ ແມ່ຂອງ

7888

ໃນຄໍລຳ ບັນເທີງດາລາ ກັບ ລາວໂພສຕ໌ ມື້ນີ້ແອັດມິນກໍ່ບໍ່ພາດເດັດຂາດທີ່ຈະນຳເອົາຂ່າວ ແລະ ພາບ ໃນງານ “Gala Dinner The 4th Meeting Of Governors/Mayors Of Asean Capital” ມາຝາກແຟນເພສໄດ້ຮູ້ນຳກັນ ເພາະທີ່ເປັນຈຸດເດັ່ນໃນງານນີ້ກໍ່ແມ່ນການເດີນແບບແລກປ່ຽນວັດທະນະທຳ ໂດຍໄດ້ຮັບກຽດຈາກນາງແບບກິດຕິມະສັກຫຼາຍທ່ານເຂົ້າຮ່ວມ ແຕ່ທີ່ເປັນໄຮໄລຂອງງານຄືມີການເດີນແບບຂອງ ນາງສາວລາວ 2016 ຮ່ວມກັບ 2 ສາວງາມຈາກເວທີ Miss Grand international 2016 ຕ້ອງຂໍບອກເລີຍວ່າ ງານນີ້ຄວາມງາມຂັບເວທີແທ້ໆ ເພາະເລື່ອງຄວາມງາມແບບວ່າ…ບໍ່ມີໃຜຍອມໃຜເລີຍ ເວົ້າມາລະດຍວສິຫາວ່າແອັດມິນເວົ້າເກີນຄວາມຈິງ ເອົາເປັນວ່າເຮົາມາເບິ່ງພາບ ແລະ ວິດີໂອທາງລຸ່ມນີ້ກັນດີກວ່າ

mie mim min mit miee miet

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...