Homeຂ່າວການພັດທະນາປີ 2017 ລາວ​ມີ​ແຜນ​ສ້າງ​ກັນ​ຕາ​ຝັ່ງ​ເຈື່ອນ 4 ຈຸດ ຍາວ 3 ພັນ​ກວ່າ​ແມັດ

ປີ 2017 ລາວ​ມີ​ແຜນ​ສ້າງ​ກັນ​ຕາ​ຝັ່ງ​ເຈື່ອນ 4 ຈຸດ ຍາວ 3 ພັນ​ກວ່າ​ແມັດ

Published on

ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ໃຫ້​ຮູ້​ວ່າ: ​ໃນ​ປີ 2017 ນີ້, ຂະ​ແໜງການຂອງ​ຕົນ​ມີ​ແຜນ​ກໍ່ສ້າງ​ປ້ອງ​ກັນ​ຕາ​ຝັ່ງ​ເຈື່ອນ​ທີ່​ເປັນ​ບູລິ​ມະ​ສິດ​ຮີບ​ດ່ວນ​ທັງ​ໝົດ 4 ຈຸດ ຄື​: ບ້ານ​ຍາງ​ຄຳ ​ເມືອງ​ຕົ້ນ​ເຜິ້ງ ​ແຂວງ​ບໍ່​ແກ້ວ ມີ​ຄວາມ​ຍາວ 520 ​ແມັດ ໃນມີ​ມູນ​ຄ່າ 13,83 ຕື້ກີບ, ​ເຂດ​ບ້ານ​ຈອມ​ແກ້ວ ​ເມືອງ​ແກ່ນ​ທ້າວ ​ແຂວງ​ໄຊ​ຍະ​ບູລີ ມີ​ຄວາມ​ຍາວ 1.100 ​ແມັດ ມູນ​ຄ່າ​ກໍ່ສ້າງ​ປະມານ 16 ຕື້ກວ່າ​ກີບ, ບ້ານ​ນາ​ຂ່າ​​ເໜືອ ​ເມືອງ​ທ່າ​ພະ​ບາດ ​ແຂວງ​ບໍລິ​ຄຳ​ໄຊ ມີ​ຄວາມ​ຍາວ 820 ​​ແມັດ ລວມມີ​ມູນ​ຄ່າ​ກໍ່ສ້າງ​ຫລາຍ​ກວ່າ 8,8 ຕື້ກີບ ​ແລະ ​ເຂດ​ບ້ານ​ໂພນ​ສັນ ​ເມືອງ​ທ່າ​ພະ​ບາດ ​ແຂວງ​ບໍລິ​ຄຳ​ໄຊ ​ເຊັ່ນ​ກັນ ມີ​ຄວາມ​ຍາວ 700 ​ແມັດ ​ໃນ​ມູນ​ຄ່າ​ກໍ່ສ້າງ​ປະມານ 24 ຕື້ກວ່າ​ກີບ.
ກະຊວງ​ດັ່ງກ່າວ​ ໃຫ້​ຮູ້​ວ່າ: ປັດຈຸບັນຢູ່​ທົ່ວ​ປະ​ເທດ​ມີ​ຕາ​ຝັ່ງ​ເຈື່ອນ​ທີ່​ຈຳ​ເປັນ​ຕ້ອງກໍ່ສ້າງປ້ອງ ກັນ​ທັງ​ໝົດຫລາຍກວ່າ 289 ກິ​ໂລ​ແມັດ, ​ໃນ​ນີ້​ໄດ້​ກໍ່ສ້າງ​ສຳ​ເລັດ​ແລ້ວ​ປະມານ 120 ກວ່າ​ກິ​ໂລ​ແມັດ ​ເທົ່າ​ກັບ 41%, ຍັງ​ເຫລືອ 168 ກວ່າ​ກິ​ໂລ​ແມັດ ​ແລະ ຕ້ອງການ​ງົບປະມານ​ໃນ​ການ​ກໍ່ສ້າງ​ທັງ​ໝົດ ກວ່າ 4.369 ຕື້ກີບ, ​ເຊິ່ງ​ແບ່ງ​ການ​ກໍ່ສ້າງ​ອອກ​ເປັນ​ໄລຍະ ຄື​ແຕ່ 2016-2020 ມີ​ຄວາມ​ຍາວ​ປະ ມານ 65 ກວ່າ​ກິ​ໂລ​ແມັດ ມີ​ມູນ​ຄ່າ​ກໍ່ສ້າງ​ຫລາຍ​ກວ່າ 1.731 ຕື້ກວ່າ​ກີບ ​ແລະ ​ແຕ່ 2020-2025 ມີ​ຄວາມ​ຍາວ 102 ກວ່າ​ກິ​ໂລ​ແມັດ ມີ​ມູນ​ຄ່າ​ການ​ກໍ່ສ້າງ​ຫລາຍ​ກວ່າ 2.636 ຕື້ກີບ. ສ່ວນ​ການ​ກໍ່ສ້າງ​ຕາ​ຝັ່ງ​ເຈື່ອນ​ຢູ່​ເບື້ອງ​ໄທ​ທີ່​ມີ​ຄວາມ​ຍາວ​ປະມານ 220 ກິ​ໂລ​ແມັດ ​ແມ່ນ​ສຳ​ເລັດ​ແລ້ວ 200 ກິ​ໂລ​ແມັດ ​ເທົ່າ​ກັບ 90%.

ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...