spot_img
Home​ຂ່າວບັນເທິງMiss Grand International 2016 ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກພີ່ນ້ອງຊາວລາວ

Miss Grand International 2016 ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ ຈາກພີ່ນ້ອງຊາວລາວ

Published on

ບັນເທີງກັບລາວໂພສຕ໌ ມື້ນີ້ເຮົາຈະພາທຸກທ່ານມາເກາະກະແສຂ່າວດັງໄປທົ່ວໂລກ ເມື່ອສອງສາວງາມຈາກເວທີລະດັບໂລກ Miss Grand International 2016 ໄດ້ມາປະຕິບັດພາລະກິດທີ່ ສປປ ລາວ ຫຼັງຈາກໄດ້ຮັບຕຳແໜ່ງ ເມື່ອໄລຍະວັນທີ 13-16 ພະຈິກ 2016

ເມື່ອເວລາ 10:58 ໂມງ ຂອງວັນທີ 13 ພະຈິກ 2016 ຄະນະ ມິສແກຣນອິນເຕີເນຊັນເນລ 2016 ນຳທີມໂດຍ ທ່ານ ນະວັດແລະ ອາລິດກາ ປຸຕີ ເປີຕີວີ ມິສແກຣນອິນເຕີເນຊັນເນລ 2016 ພ້ອມດ້ວຍ ຝ້າຍ ສຸພາພອນ ມະລິຊ້ອນ ຮອງອັນດັບສອງ ໄດ້ເດີນທາງມາຮອດ ສະໜາມບິນສາກົນ ວັດໄຕ ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກບັນດາພີ່ນ້ອງຊາວລາວທີ່ໄປຕ້ອນຮັບ

ຫຼັງຈາກນັ້ນທາງຄະນະຂອງ ມິສແກຣນອິນເຕີເນຊັ່ນເນລ 2016 ເດີນທາງໄປທີ່ ບໍລິສັດ ກາເຟ ສີນຸກ ກາເຟລາວ

8034

ຫຼັງຈາກນັ້ນຄະນະຂອງ ມິສອິນເຕີເນຊັນເນລ 2016 ກໍ່ເດີນທາງໄປໄຫວ້ພະທາດຫຼວງໃນຄ່ຳຄືນດັ່ງກ່າວກໍ່ເຂົ້າຂຳນັບ ອາດີດ ປະທານ ປະເທດ ເເຫ່ງ ສປປ ລາວ ພະນະທ່ານ ຈູມມະລີ ໄຊຍະສອນ ພ້ອມ ພັນລະຍາ ທ່ານນາງ ດຣ. ເເກ້ວສາຍໃຈ ໄຊຍະສອນ ພ້ອມຮັບປະທານອາຫານຄ່ຳຮ່ວມກັນ

124

774

ເມື່ອຕອນເຊົ້າຂອງວັນທີ 14 ພະຈິກ 2016 Miss Grand International 2016 ກໍ່ໄດ້ເດີນທາງມາທີ່ເດີ່ນພະທາດຫຼວງ ເພື່ອເຂົ້າຮ່ວມຕັກບາດໃນງານບູນພະທາດຫຼວງ ເມື່ອສຳເລັດການຕັກບາດທີ່ເດີນພະທາດຫຼວງ ທາງຄະນະນາງງາມ ກໍ່ໄດ້ເດີນໄປມອບເຄື່ອງຊ່ວຍເຫຼືອໃຫ້ກັບເດັກນ້ອຍດອຍໂອກາດ ໃຫ້ແກ່ເດັກນ້ອຍພິການ ຫູຫນວກ ຕາບອດ

ກິດຈະກຳທີ່ມິສແກຣນອິນເຕິເນຊັນເນລ 2016 ຈະມາປະຕິບັດພາລະກິດໃນ ສປປລາວ ເມື່ອວັນທີ 13-16 ພະຈິກ 2016 ຈະມີດັ່ງລຸ່ມນີ້:

1.ຮ່ວມກິດຈະກຳວັດທະນະທຳຂອງລາວ
-ຕັກບາດ
-ວຽນທຽນພະທາດຫລວງວຽງຈັນ
-ຖ່າຍຮູບກັບປະຕູໄຊ
-ຮ່ວມກິດຈະກຳການສະແດງປະເພນີຂອງລາວ
-ນັ່ງເບີ່ງມວຍລາວ

2.ມາບໍລິຈາກມອບສິ່ງຂອງຊ່ວຍເຫລືອເດັກນ້ອຍດອຍໂອກາດ ໃຫ້ແກ່ເດັກນ້ອຍພິການ ຫູຫນວກ ຕາບອດ

3.ໂປຣໂມດມິດສະແກຣນໃນລາວ
-ຫ້າງວຽງຈັນເຊັນເຕີ້
-ເຮັດກິດຈະກຳລູກຄ້າຜູ້ສະຫນັບສະຫນູນ

ການມາຂອງສອງສາວງາມຈາກເວທີລະດັບໂລກໃນຄັ້ງນີ້ ທາງທີມງານ ມິສແກຣນອິນເຕີເນຊັນເນລ 2016 ເປີດໂອກາດໃຫ້ຊ່າງພາບເຂົ້າໄປຖ່າຍທຳ ເກັບຂ່າວ໌ ຖ່າຍຮູບພາບໄດ້ ຫາກພາກສ່ວນໃດສົນໃຈກໍ່ສາມາດຕິດຕໍ່ ຫຼື ອິນບັລອກໄປທີ່ ເພສ: ISS GRAND LAOS ເພື່ອແຈ້ງເຈດຈຳນົງໄດ້

479 142

884 123 1234 3 4

ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...