spot_img
Homeຂ່າວເຫດການເປີດນຳໃຊ້ ເວັບໄຊສູນກາງແນວລາວສ້າງຊາດ ຢ່າງເປັນທາງການ

ເປີດນຳໃຊ້ ເວັບໄຊສູນກາງແນວລາວສ້າງຊາດ ຢ່າງເປັນທາງການ

Published on

ພິທີເປີດນຳໃຊ້ເວັບໄຊ ສູນກາງແນວລາວສ້າງຊາດ (ສນຊ) ຢ່າງເປັນທາງການ ໄດ້ມີຂຶ້ນເມື່ອວັນທີ 10 ພະຈິກນີ້ ທີ່ສຳນັກງານສູນກາງແນວລາວສ້າງຊາດ, ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີບັນດາຮອງປະທານ ສນຊ, ແຂກຖືກເຊີນ, ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຈັນທະວົງ ແສນອາມາດມຸນຕີ ຮອງປະທານ ສນຊ ທັງເປັນຜູ້ຮັບຜິດຊອບວຽກງານໄອທີ ໄດ້ກ່າວລາຍງານວ່າ: ຈຸດປະສົງຂອງ ການເປີດນຳໃຊ້ເວັບໄຊດັ່ງກ່າວ ເພື່ອເປັນການເປີດປະຕູ ແຫ່ງການຕິດຕໍ່ພົວພັນ ແລະ ເຊື່ອມໂຍງດ້ານຂໍ້ມູນຂ່າວສານ ລະຫວ່າງສູນກາງແນວລາວສ້າງຊາດ ກັບແນວລາວສ້າງຊາດແຕ່ລະຂັ້ນ, ກັບປະຊາຊົນລາວບັນດາເຜົ່າ, ຊັ້ນຄົນ, ສາສະໜາ, ເພດ-ໄວ, ຄົນລາວທີ່ດຳລົງຊີວິດຢູ່ຕ່າງປະເທດ ກໍຄືພາກສ່ວນກ່ຽວຂ້ອງເພື່ອນມິດໃນພາກພື້ນ ແລະ ສາກົນ.

ເວັບໄຊຂອງສູນກາງແນວລາວສ້າງຊາດ ມີຊື່ວ່າ: WWW.lfnc.gov.la ເປັນເວັບໄຊທີ່ມີສອງພາສາ, ທັງພາສາລາວ ແລະ ພາສາອັງ ກິດ, ປະກອບມີໜ້າສຳຄັນຕົ້ນຕໍຈຳນວນໜຶ່ງຄື: ໜ້າທຳອິດ, ໜ້າຂ່າວສານ, ໜ້າກອງປະຊຸມຕ່າງໆ, ໜ້າຕິດຕໍ່ພົວພັນ ແລະ ໜ້າກວດອີເມວ; ໃນໜ້າທຳອິດແມ່ນໄດ້ນຳສະເໜີກ່ຽວກັບປະຫວັດ ແລະ ມູນເຊື້ອຂອງອົງການແນວລາວສ້າງຊາດ, ທີ່ຕັ້ງ, ພາລະບົດບາດ, ສິດ, ໜ້າທີ່, ໂຄງຮ່າງການຈັດຕັ້ງ, ວິໄສທັດ, ແຜນງານຍຸດທະສາດ, ນິຕິກຳ ແລະ ອື່ນໆ ທີ່ຕິດພັນກັບວຽກງານແນວ ໂຮມທັງຢູ່ສູນກາງ ແລະ ທ້ອງຖິ່ນ. ສ່ວນໜ້າຂ່າວສານ ແມ່ນຈະໄດ້ນຳສະເໜີຂ່າວການເຄື່ອນໄຫວຕ່າງໆ ນັບທັງຂ່າວທົ່ວໄປ ແລະ ຂ່າວສະເພາະຂອງວຽກງານແນວໂຮມ ເປັນຕົ້ນແມ່ນ: ຂ່າວການເຄື່ອນໄຫວຂອງປະທານ, ຮອງປະທານ, ຄະນະປະຈຳ, ບັນດາກົມກອງວິຊາການອ້ອມຂ້າງສູນກາງແນວລາວສ້າງຊາດ ແລະ ແນວລາວສ້າງຊາດຂັ້ນທ້ອງຖິ່ນ.

 

ແຫລ່ງຂ່າວ:

ປຊຊ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...