Homeຂ່າວເຫດການກອງປະຊຸມໃຫຍ່ ຄັ້ງທີ VIII ອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ ຄັ້ງທີ VIII ອົງຄະນະພັກ ຄະນະຈັດຕັ້ງສູນກາງພັກ ໄຂຂຶ້ນຢ່າງເປັນທາງການ

Published on

ໃນ​ວັນ​ທີ 10 ພະຈິກ  2016 ນີ້ ກອງ​ປະຊຸມ​ໃຫຍ່​ ຄັ້ງ​ທີ VIII ຂອງ​ອົງຄະ​ນະ​ພັກ​ ຄະນະ​ຈັດ​ຄັ້ງ​ສູນ​ກາງ​ພັກ ໄດ້​​ໄຂຂຶ້ນ​ຢ່າງ​ເປັນ​ທາງ​ການ ໂດຍ​ການ​ເປັນ​ປະທານ​ຂອງ​ ສະຫາຍ ຈັນ​ສີ  ໂພ​ສີ​ຄໍາ ​ກໍາມະການ ​ກົມ​ການ​ເມືອງ​ສູນ​ກາງພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ​​ໃຫ້​ກຽດ​ເຂົ້າ​ຮ່ວມ​ໂດຍ ​ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ສູນ​ກາງ​ ພັກປະຊາຊົນ​ປະຕິວັດ​ລາວ, ປະທານ​ປະ​ເທດ​,  ມີ​ບັນດາ​ຄະນະ​ພັກ ​ແລະ ສະມາຊິກ​ພັກ​ສົມບູນ, ສໍາຮອງ​ຈໍານວນ 107 ສະຫາຍ.

ກອງ​ປະຊຸມ​ໄດ້​ຮັບ​ຟັງ ​ແລະ ປະກອບ​ຄໍາ​ຄິດ​ຄໍາ​ເຫັນ ​ຕໍ່​ບົດ​ລາຍ​ງານ​ ການ​ເມືອງ​ຂອງ​ຄະນະ​ພັກ​, ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ແລະ ໄດ້​ພ້ອມ​ກັນ​ໃຊ້​ສິດ​ປະຊາທິປະ​ໄຕ ​ເລືອກ​ເອົາ​ຄະນະ​ບໍລິຫານ​ງານ​ພັກ​ຊຸດ​​ໃໝ່ ຈໍານວນ 9 ສະຫາຍ ຈາກ​ຜູ້​ຮັບ​ສະໝັກ​ເລືອກ​ຕັ້ງ 12 ສະຫາຍ, ​ໂດຍ​ໄດ້​ເປັນ​ເອກະສັນ​ເລືອກ​ເອົາ​ ສະຫາຍ ຈັນ​ສີ ​ໂພ​ສີ​ຄໍາ ​ເປັນ​ເລຂາ​ຄະນະ​ພັກ ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກຊຸດ​ໃໝ່, ສະຫາຍ ວັນ​ໄຊ ພອງ​ສະຫວັນ ​ເປັນ​ຮອງ​ເລຂາ ​ແລະ ​​ເລືອກ​ເອົາ​ ສະຫາຍ ທອງ​ຈັນ ​ໂຂງ​ພູມ​ຄໍາ ​ເປັນ​ປະທານ​ກວດກາ, ​ສະຫາຍ ​ແສງ​ຄໍາ​ຢອງ ພົມມະ​ປັນຍາ ​ເປັນ​ຮອງປະທານ ​ແລະ ສະຫາຍ ​ນາງ ສີ​ບານ ສີສະ​ອາດ ​ເປັນ​ຮອງ​ປະທານ.

ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ, ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ເລຂາທິການ​ໃຫຍ່​ ຄະນະ​ບໍລິຫານ​ງານ​ສູນ​ກາງ​ ພັກ​ປະຊາຊົນ​ປະຕິວັດ​ລາວ ປະທານ​ປະ​ເທດ ​ໄດ້​ໃຫ້​ກຽດ​ໂອ້ລົມ ​ເຊິ່ງສະຫາຍ ​ໄດ້​ຕາງ​ໜ້າ​ກົມ​ການ​ເມືອງ​ ສະ​ແດງ​ຄວາມ​ຍ້ອງຍໍ​ຊົມ​ເຊີຍ​​ຜົນງານ ​ທີ່​ຄະນະ​ພັກ​ຍາດ​ມາ​ໄດ້​ໃນ​ໄລຍະ 5 ປີຜ່ານມາ ແລະ ​ເຊື່ອ​ໝັ້ນ​ວ່າ ​ບັນດາ​ທິດ​ທາງ​ ທີ່​ຄະນະ​ພັກ​ວາງ​ອອກ​ສໍາລັບ​ຊຸມ​ປີ​ຕໍ່​ໜ້າ​ນັ້ນ​​ ແມ່ນ​ເພື່ອ​ສ້າງ​ບາດກ້າວ​ບຸກທະລຸ​ ໃນ​ການ​ເຄື່ອນ​ໄຫວ​ວຽກ​ງານ​ຂອງ​ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...