Homeຂ່າວການສຶກສາເມືອງທ່າແຕງ ເປີດນໍາໃຊ້ອາຄານ ໂຮງຮຽນ ມສ ຈຸນລາ ຫລັງໃໝ່

ເມືອງທ່າແຕງ ເປີດນໍາໃຊ້ອາຄານ ໂຮງຮຽນ ມສ ຈຸນລາ ຫລັງໃໝ່

Published on

ຂປລ. ອາທິດ​ຜ່ານມາ​ນີ້, ພິທີມອບ-ຮັບ ແລະ ເປີດນຳໃຊ້ ໂຮງຮຽນ ມສ ຈຸນລາ ຫລັງໃໝ່ ໄດ້ຈັດຂຶ້ນທີ່ ໂຮງຮຽນບ້ານຈຸນລາ ເມືອງທ່າແຕງ ແຂວງເຊກອງ ໂດຍການເຂົ້າຮ່ວມຂອງ ທ່ານ ຂັນແກ້ວ ໂຮມອິນຕາ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ທ່ານ ພູວົງ ກອງຊັບ ຫົວໜ້າເຂດຈຸດສຸມພັດທະນາທີ 4 ແລະ ຄູ-ອາຈານເຂົ້າຮ່ວມ.

ທ່ານ ສົມປະສິດ ຊາຍດອກສິນ ຕາງໜ້າບໍລິສັດ ສອນກໍ່ສ້າງສ້ອມແປງ ແລະ ເຄຫາສະຖານ ແຂວງເຊກອງ ກ່າວວ່າ: ​ໂຮງຮຽນມັດທະສົມບູນ (ມສ) ບ້ານຈຸນລາ ໄດ້ເລີ່ມລົງມືກໍ່ສ້າງແຕ່ ວັນທີ 4 ກຸມພາ 2014  ​ແລະ ສໍາ​ເລັດ​ສົມບູນ​ໃນ ວັນທີ 12 ກຸມພາ 2016, ມູນຄ່າ 5 ​ເກືອບຕື້ກີບ ໂດຍແມ່ນທຶນຂອງລັດຖະບານລາວ ຊຶ່ງເປັນອາຄານ 2 ຊັ້ນ, ໂຄງສ້າງເສີມເຫລັກ, ມີ 10 ຫ້ອງຮຽນ, ຫ້ອງການຄູ 2 ຫ້ອງຄູ ແລະ ມີ 12 ຫ້ອງນໍ້າ ​ແລະ ສາມາດຮອງຮັບນັກຮຽນ ໄດ້ທັງໝົດ 40 ຄົນຕໍ່ຫ້ອງຮຽນ.

ທ່ານ ຂັນແກ້ວ ໂຮມອິນຕາ ໄດ້​ສະ​ແດງ​ຄວາມ​ຮູ້ສຶກ​ພາກພູມ​ໃຈ​ຢ່າງ​ລົ້ນ​ເຫລື​ອ ມາຍັງການນໍາພັກ-ລັດ ທີ່ເຫັນໄດ້ຄວາມໝາຍສຳຄັນ ແລະ ນຳໃຊ້ທຶນຮອນຈຳນວນດັ່ງກ່າວ ​ກໍ່ສ້າງ​ໂຮງຮຽນ ​ເພື່ອ​ຮັບ​ໃຊ້​ເຂົ້າ​ໃນ​ວຽກງານການສຶກສາ ໃຫ້ໄດ້ຕາມແຜນພັດທະນາວຽກງານ ການສຶກສາແຕ່ນີ້ຮອດປີ 2020.
ແຫລ່ງຂ່າວ:
ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...