Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ເມືອງໂພນໂຮງ ຈັບແກ້ງລັກລົດຈັກ ໄດ້ທັງໝົດ 6 ຄົນ

ປກສ ເມືອງໂພນໂຮງ ຈັບແກ້ງລັກລົດຈັກ ໄດ້ທັງໝົດ 6 ຄົນ

Published on

ໃນລະຫວ່າງທ້າຍເດືອນກັນຍາ 2016 ໜ່ວຍງານຄະດີພະແນກຕຳຫຼວດ ປກສ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ລົງເລີກຮື້ເປົ້າໝາຍລັກຊັບພົນລະເມືອງ ໂດຍສະເພາະແມ່ນລັກລົດຈັກຢູ່ຂອບເຂດເມືອງໂພນໂຮງ ສາມາດກັກຕົວເປົ້າໝາຍໄດ້ 6 ຄົນຄື: ທ້າວ ອານິສັກ ຫຼື ນີ່ ອາຍຸ 23 ປີ ວ່າງງານ ຢູ່ບ້ານໂພນສີໃຕ້ ຖືກກັກຕົວໃນວັນທີ 26 ກັນຍາ 2016, ທ້າວ ຕູ່ນີ່ ອາຍຸ 22 ປີ ວ່າງງານຢູ່ບ້ານ ໂພນງາມເໜືອ ກັກຕົວ ໃນວັນທີ 27 ກັນຍາ 2016 ທ້າວ ໂທບີ່ ອາຍຸ 23 ປີ ວ່າງງານຢູ່ບ້ານໂພນສີໃຕ້ ທັງສາມຂຶ້ນກັບ ເມືອງໂພນໂຮງ ທ້າວ ສັງເວດ ຫຼື ໂກ້ ອາຍຸ 23 ປີ ວ່າງງານ ຢູ່ບ້ານນ້ຳຮີ້ ເມືອງໝື່ນ ກັກຕົວໃນວັນທີ 6 ຕຸລາ 2016, ທ້າວ ເສັນ ອາຍຸ 30 ປີ ອາຊີບເຮັດໄຮ່ ຢູ່ບ້ານປາກຈັນ ເມືອງໝື່ນ ກັກຕົວໃນວັນທີ 5 ຕຸລາ 2016, ທ້າວ ອຳພອນ ອາຍຸ 40 ປີ ອາຊີບເຮັດໄຮ່ ຢູ່ບ້ານ ປາກຈັນ ເມືອງໝື່ນ ແຂວງວຽງຈັນ ກັກຕົວໃນວັນທີ 5 ຕຸລາ 2016 ພ້ອມທັງເກັບ ກູ້ເຄືອງຂອງກາງມາໄດ້ມີລົດຈັກ 11 ຄັນ ມາສືບສວນ-ສອບສວນ.

ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ ປກສ ເມືອງໂພນໂຮງ ທ້າວ ອານິສັກ, ທ້າວ ຕູນີ ແລະທ້າວ ໂທບີ່ ໄດ້ຮັບສາລະພາບຕໍ່ເຈົ້າໜ້າທີ ປກສ ເມືອງໂພນໂຮງວ່າ: ພວກຕົນໄດ້ພາກັນລັກລົດຈັກຈຳນວນ 13 ຄັນ ຕາມສະຖານທີ່ຕ່າງໆເຊັ່ນ:ຊ່ວງເດືອນມິຖຸນາ 2016 ລັກລົດຈັກເວບສີຂຽວ, ເວບໄທສີປອນດຳ ແລະລົດຈັກເອັມເອັກເອັກ ຢູ່ນະຄອນຫຼວງວຽງຈັນ, ຊ່ວງເດືອນກໍລະກົດ 2016 ໄດ້ ລັກລົດຈັກຢາມາຮາມີໂອ ຢູ່ບ້ານໂພນສະຫວາດ, ລັກລົດຈັກຮອນດາຄິກໄອຢູ່ບ້ານໂພນສະຫວ່າງ ເມືອງໂພນໂຮງ ແລະລັກລົດຈັກ ຊຸມໂມເອັກ ຢູ່ບ້ານໜອງບົວທອງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ຊ່ວງເດືອນສິງຫາ 2016 ໄດ້ລັກລົດຈັກຮອນດາເວັບໄທ ສີແດງດຳຢູ່ບ້ານໂພນຫໍ, ລັກລົດຈັກຮອນດາຄິກໄອສີຟ້າດຳ ຢູ່ບ້ານໂພນທາ ເມືອງໂພນໂຮງ, ລັກລົດຈັກຮອນດາເວບໄທ ສີຟ້າດຳ ຢູ່ບ້ານສະນ໋ອດ ເມືອງສັງທອງ ນະຄອນຫຼວງວຽງຈັນ, ລັກລົດຈັກທີທີເອັກສີດຳຢູ່ບ້ານວັງ ເມືອງໝື່ນ, ຊ່ວງເດືອນກັນຍາ 2016 ໄດ້ລັກລົດຈັກຢູ່ບ້ານໂພນໂຮງ ເມືອງໂພນໂຮງ ແຂວງວຽງຈັນ, ລົດຈັກເວບໂຄລາວ ຢູ່ບ້ານນາຊາຍໃຕ້ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ລົດຈັກເວບຈີນ ຢູ່ບ້ານປາກຈັນ ເມືອງໝື່ນ.

ພາຍຫຼັງພວກກ່ຽວທັງສາມລັກມາ ແລ້ວກໍພາກັນເອົາລົດຈັກຈຳນວນດັ່ງ ກ່າວໄປໃຫ້ທ້າວເສັນ, ທ້າວ ອຳພອນ ຢູ່ ບ້ານປາກຈັນ ແລະທ້າວສັງເວດ ຢູ່ບ້ານນໍ້າຮີ້ ເມືອງໝື່ນ ແຂວງວຽງຈັນ ເປັນຜູ້ເອົາໄປຂາຍໃຫ້ປະຊາຊົນບ້ານປາກຈັນ ເມືອງໝື່ນ, ປະຊາຊົນບ້ານຫ້ວຍຫາງ ເມືອງສັງທອງ ນະຄອນຫຼວງ, ປະຊາຊົນບ້ານນ້ຳລີນ ເມືອງໂພນໂຮງ ແລະຂາຍຢູ່ນະຄອນຫຼວງ,

ສ່ວນລົດຈັກຈຳນວນ 13 ຄັນທີ່ພວກກ່ຽວລັກໄປຂາຍນັ້ນເຈົ້າໜ້າທີ່ ປກສ ເມືອງໂພນໂຮງ ເກັບກູ້ຄືນມາໄດ້ 11 ຄັນ ແລະລົດຈັກອີກ 2 ຄັນ ເຈົ້າໜ້າທີ່ ຍັງສືບຕໍ່ເກັບກູ້ຄືນ ສ່ວນຜູ້ຖືກຫາ ຈຳນວນ 6 ຄົນ ພ້ອມດ້ວຍລົດຈັກ 8 ຄັນ ທີ່ບໍ່ທັນມີເຈົ້າຂອງເດີມເອົາເອກະສານມາຢັ້ງຢືນເອົາເຈົ້າໜ້າທີ່ ປກສ ເມືອງໂພນໂຮງ ຍັງສືບຕໍ່ສືບສວນ-ສອບສວນ ເພື່ອສະຫຼຸບສັງລວມຂໍ້ມູນຫຼັກຖານສົ່ງໃຫ້ກອງບັນຊາການ ປກສ ແຂວງວຽງຈັນດຳເນີນຕາມຂັ້ນຕອນຂອງກົດໝາຍ.

ລົດຈັກທີ່ເກັບກູ້ຄືນມາໄດ້ນັ້ນເຈົ້າໜ້າທີ່ ປກສ ເມືອງໂພນໂຮງ ໄດ້ມອບຄືນໃຫ້ເຈົ້າຂອງເດີມແລ້ວ ຈຳນວນ 3 ຄັນ ໃຫ້ກຽດກ່າວມອບໂດຍທ່ານ ພັຕ ສົມສະນິດ ວໍລະວົງ ຫົວໜ້າພະແນກຕຳຫຼວດກອງບັນຊາການ ປກສ ເມືອງໂພນໂຮງ ແລະຕາງໜ້າຮັບແມ່ນ ທ່ານ ໂຄລ່າ ບ້ານເພຍລາດ ເມືອງສັງທອງ, ທ່ານນາງ ມະນີພອນ ບ້ານໂພນຫໍ ເມືອງໂພນໂຮງ ແລະທ່ານ ສີພອນ ບ້ານໜອງບົວທອງເໜືອ ເມືອງສີໂຄດ ນະຄອນຫຼວງວຽງຈັນ ໂດຍຊ້ອງໜ້າທ່ານພັທ ສຸກສະຫວັດ ໄຊຍະສອນ ຮອງຫົວໜ້າກອງບັນຊາການ ປກສ ເມືອງໂພນໂຮງ ແລະພະນັກງານຈຳນວນໜຶ່ງ.

ຂ່າວ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...