Homeນານາສາລະວິທີຕັດໃຈຈາກຄົນຮັກ

ວິທີຕັດໃຈຈາກຄົນຮັກ

Published on

ເມື່ອຮັກບໍ່ໄດ້ແຕ່ຈະໃຫ້ຊັງເຂົາກໍຊັງບໍ່ລົງ ມອບໃຫ້ໄດ້ແມ້ແຕ່ ອິດສະລະ ຂອງເຂົາທີ່ເຂົາຕ້ອງການ ເຈົ້າລອງໃຊ້ຄວາມຮັກທີ່ມີຢູ່ເບິ່ງຫົວໃຈຂອງເຈົ້າ ກໍຄືເດັກນ້ອຍຄົນໜຶ່ງທີ່ກໍາລັງຮ້ອງຂໍບາງຢ່າງຈາກເຈົ້າ ເຖິງແມ້ວ່າເລື່ອງທີ່ເຂົາຕ້ອງການຄືການຈາກລາຈາກເຮົາກໍຕາມ ຖ້າເຈົ້າມີຮັກແທ້ກໍຕ້ອງກ້າທີ່ຈະໃຫ້.

ແນວໃດກໍຕ້ອງຂອບໃຈເຂົາ ຢ່າຢ້ານທີ່ຈະຕ້ອງເກັບເລື່ອງລາວເກົ່າ ທີ່ເຮັດໃຫ້ຄິດຮອດກັນ ຈົ່ງໃຊ້ສິ່ງເຫຼົ່ານັ້ນໃຫ້ເປັນປະໂຫຍດ ພະຍາມຍາມນຶກເຖິງວັນຄືນເກົ່າໆທີ່ດີ ແລ້ວມີຄວາມສຸກກັບພາບນັ້ນ ຍີ້ມໃຫ້ກັບເວລາທີ່ຜ່ານມາ ເຖິງແມ້ຈະຕ້ອງຍີ້ມທັ້ງນໍ້າຕາ ກໍຢ່າລືມຂອບໃຈເຂົາ ກັບທຸກສິ່ງທີ່ເຄີຍໄດ້ຮັບ ບົດຮຽນອັນມີຄ່າລາຄາແພງນັ້ນຄືຄວາມອົກຫັກ.

ຟັງເລື່ອງເສົ້າຂອງຄົນອື່ນແດ່ ຄົນເຮົາທຸກຄົນທີ່ເສີຍໃຈກໍມັກຈະຮູ້ສຶກວ່າຕົນເອງເປັນຄົນທີ່ໂຊກຮ້າຍທີ່ສຸດແລ້ວ ແມ່ນຄິດຜິດ ຊຶ່ງຄວາມຈິງແລ້ວທຸກຄົນຕ່າງກໍພົບເລື່ອງເສົ້າໃນຊີວິດບໍ່ຫຼາຍກໍນ້ອຍ ຖ້າລອງໄດ້ຟັງເລື່ອງເສົ້າໆຂອງຄົນອື່ນ ເຈົ້າເອງກໍອາດຈະຮູ້ສຶກດີ

ຫາແຟນໃຫມ່ ອາດຈະເປັນເລື່ອງທີ່ເຮັດໄດ້ຍາກ ແລະມີໂອກາດພາດສູງເນື່ອງຈາກຈິດໃຈຍັງບໍ່ພ້ອມ ແຕ່ຫຼາຍຄົນຢືນຢັນວ່າ ການຫາແຟນໃຫມ່ດີກວ່າ ດັ່ງນັ້ນຄົງຈະບໍ່ເສຍຫາຍ ຖ້າເຈົ້າຈະເປີດໃຈຮັບໃຜຄົນໜຶ່ງມາປອບໃຈເຈົ້າ ເຖິງຈະຄົບກັນໄດ້ບໍ່ດົນແລ້ວເລີກແຕ່ກໍຊິບໍ່ເຈັບເທົ່າກັບຮັກຄັ້ງກ່ອນ ແຕ່ວິທີນີ້ບໍ່ເໝາະສົມສໍາຫຼັບຄົນທີ່ຈິດໃຈອ່ອນໄຫວໄດ້ງ່າຍ.

ລົມກັບຜູ້ທີ່ເຄີຍພົບມາກ່ອນເຊັ່ນ ໝູ່, ເພື່ອນ ຫຼືຄົນອື່ນໆ ຈະຊ່ວຍເຮັດໃຫ້ເຈົ້າເຂົ້າໃຈຊີວິດຫຼາຍຂຶ້ນ ແລະຜ່ານບົດຮຽນທີ່ເຂົາເຄີຍຜ່ານມາ.

ໃຫ້ຂອງຂວັນກັບຕົນເອງເຊັ່ນ: ເສື້ອຜ້າ ຫຼືສິ່ງທີ່ເຈົ້າຢາກໄດ້ ແລະເລືອກສິ່ງທີດີໃຫ້ກັບຕົນເອງ ຫຼືປ່ຽນຊົງຜົມ ຫຼັງຈາກຜ່ານເລື່ອງຮ້າຍໆມາໄດ້ ແລະບອກກັບຕົນເອງສະເໝີວ່າ “ ຊີວິດໃຫມ່ເກີດຂຶ້ນໄດ້ສະເໝີ ”.

ສະຫງົບຈິດໃຈດ້ວຍທໍາມະ ຈິດໃຈທີ່ມີສະມາທິຈະບອກກັບຕົວເຈົ້າເອງວ່າ ຄວນຈະເຮັດແນວໃດຕໍ່ໄປ ແລະກຸສົນທີ່ເກີດຂຶ້ນກໍຈະນໍາແຕ່ສິ່ງດີໆເຂົ້າມາໃນຊີວິດ.

ອະໂຫຊິກໍາ ການໃຫ້ອະໄພກັບທຸກຄົນ ແລະທຸກສິ່ງ ຈະເຮັດໃຫ້ກາຍ ແລະຈິດໃຈມີຊີວິດຊີວາຫຼາຍຂຶ້ນຈົນຮູ້ສຶກໄດ້ ເມື່ອໃດທີ່ກໍຕາມທີ່ເຮົາລະງັບຄວາມຊັງຄວາມເສຍໃຈນັ້ນໄດ້ດ້ວຍຄວາມເຂົ້າໃຈໃນຕົນຂອງຄົນອື່ນ “ນີ້ແຫຼະຄົນ” ທຸກຢ່າງກໍຈະຈົບລົງ ຊີວິດ ແລະສິ່ງໆໃຫມ່ໆກໍຈະເລີ່ມຕົ້ນຂຶ້ນ.

ກັບໄປຫາຄົນທີ່ເຈົ້າຮັກ ແລະລໍເຈົ້າຢູ່ຄື:ພໍ່ ແລະແມ່ ພີ່ນ້ອງ, ໝູ່ເພື່ອນ ເພາະທຸກຄົນເຫຼົ່ານີ້ຈະມອບຄວາມຮັກທີ່ບໍສິສຸດກັບຄືນມາໃຫ້ເຈົ້າ ແລະຄົນທີ່ບໍ່ເຄີຍຄິດທໍາຮ້າຍເຈົ້າ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...