Homeຂ່າວເຫດການສະມາຊິກສະພາແຫ່ງຊາດ ສະເໜີລັດຖະບານ ເອົາໃຈໃສ່ຄຸ້ມຄອງການນຳໃຊ້ສານເຄມີ

ສະມາຊິກສະພາແຫ່ງຊາດ ສະເໜີລັດຖະບານ ເອົາໃຈໃສ່ຄຸ້ມຄອງການນຳໃຊ້ສານເຄມີ

Published on

ຂປລ. ພາຍຫລັງ​ລັດຖະມົນຕີ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ນຳ​ສະ​ເໜີກ່ຽວກັບ​ ການ​ປັບປຸງ​ຮ່າງກົດໝາຍ ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ສານ​ເຄມີ, ອັນ​ໄດ້​ສ້າງ​ຄວາມ​ສົນ​ໃຈ​ໃຫ້ບັນດາ​ສະມາຊິກສະພາ​ແຫ່ງ​ຊາດ ສສຊ ​ໄດ້​ສຸມ​ໃສ່​ປະກອບ​ຄຳ​ຄິດ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ ​ແລະ ລົງ​ເລິກ​ ​ໃນ​ຫລາຍໝວດຫລາຍ​ມາດຕາ ​ເຊິ່ງສ່ວນຫລາຍ​ແມ່ນ​ສະ​ເໜີ​ໃຫ້​ພາກ​ລັດຖະບານ ​ເອົາ​ໃຈ​ໃສ່​ຢ່າງ​ຈິງ​ຈັງ ໃນ​ການ​ຄຸ້ມ​ຄອງ​ຕິດຕາມກວດກາ ການ​ນຳ​ເຂົ້າ ​ແລະ ການ​ນຳ​ໃຊ້ຕະຫລອດ​ເຖິງ​ ການ​ຮັກສາ​ຄວາມ​ປອດ​ໄພ​ ຂອງ​ສານ​ເຄມີ.

ຮ່າງກົດໝາຍສະບັບ​ນີ້, ສະ​ເໜີ​ໂດຍ ​ທ່ານ ນາງ​ ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ໄດ້ລາຍງານຕໍ່ກອງ​ປະຊຸມ​ສະ​ໄໝສາມັນ​ ເທື່ອ​ທີ 2ຂອງ​ສະພາ​ແຫ່ງ​ຊາດ​ ຊຸດ​ທີ VIII ​ໃນ​ວັນ​ທີ 10 ພະຈິກ 2016, ​ເຊິ່ງ​ເປັນ​ກົດໝາຍສ້າງ​ໃໝ່ ປະກອບ​ມີ IX ພາກ 81 ມາດຕາ. ຈຸດປະສົງ​ສຳຄັນ​ແມ່ນ ​ເພື່ອ​ຄຸ້ມ​ຄອງ​ຕິດຕາມກວດກາ​ ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ວຽກງານ​ເຄມີ ​ເພື່ອ​ໃຫ້​ໄດ້​ຄຸນ​ນະພາ​ບ ​ແລະ ມາດຕະຖານ ​ແນ​ໃສ່​ເຮັດ​ໃຫ້ການ​ດຳ​ເນີນ​ທຸລະ​ກິດ ​ແລະ ນຳ​ໃຊ້​ເຄມີ ຮັບປະກັນ​ຕໍ່ສຸຂະພາບ, ຊັບສິນ ​ແລະ ສິ່ງ​ແວດ​ລ້ອມ.


ທ່ານນາງ
​ ເຂັມ​ມະນີ ພົນ​ເສນາ ກ່າວ​ວ່າ: ປັດຈຸບັນ​ປະ​ເທດ​ລາວ ​ມີ​ການ​ຂະຫຍາຍຕົວ​ທີ່​ໄວວາ​ ທາງ​ດ້ານ​ເສດຖະກິດ-​ສັງຄົມ ​ເຊິ່ງມີ​ການ​ນຳ​ໃຊ້​ສານ​ເຄມີ​ ເຂົ້າ​ໃນ​ວຽກງານ​ຕ່າງໆ​ ແຕ່​ສານ​ເຄມີ​ເຫລົ່າ​ນີ້ ນອກຈາກ​ມີ​ຄວາມ​ອັນຕະລາຍຕໍ່ຊີວິດ, ຊັບສິນ ແລະ ສິ່ງ​ແວດ​ລ້ອມ​ແລ້ວ​ ຍັງ​ເປັນ​ອັນຕະລາຍຕໍ່ຄວາມໝັ້ນຄົງ​ຂອງ​ຊາດ. ​ໂດຍ​ໃນ​ໄລຍະ​ຜ່ານ​ມາ​ຍັງ​ບໍ່ທັນ​ມີ​ນິຕິ​ກຳ​ໃດ​ມາ​ຄຸ້ມ​ຄອງ ຈຶ່ງ​ເຮັດ​ໃຫ້ການ​ນຳ​ໃຊ້​ເຄມີ​ແບບ​ຊະຊາຍ, ​ໃນ​ຂະນະ​ທີ່ການ​ປະຕິບັດ​ວຽກງານຂອງ​ຂະ​ແໜງການດັ່ງກ່າວນັ້ນ, ​ແມ່ນຍັງບໍ່ທັນ​ເປັນ​ເອກະ​ພາບ, ​ໂຍນ​ຄວາມ​ຮັບຜິດຊອບ​ເຊິ່ງກັນ ​ແລະ ກັນ. ສະ​ນັ້ນ ຈຶ່ງ​ໄດ້​ສ້າງ​ກົດໝາຍສະບັບ​ນີ້ ​ເພື່ອ​ຄຸ້ມ​ຄອງ​ວຽກງານ​ເຄມີ​ໃນ​ທົ່ວ​ປະ​ເທດ ​ໃຫ້​ມີ​ປະສິດທິ​ຜົນ​ໃນຕໍ່ໜ້າ.

ການ​ປະກອບ​ຄຳ​ຄິດ​ເຫັນ ​ຂອງ​ບັນດາ ສສຊ ທຸກ​ເຂດ​ເລືອກ​ຕັ້ງຕໍ່ຮ່າງ​ກົດໝາຍສະບັບ​ນີ້ ​ໄດ້​ດຳ​ເນີນ​ໄປ​ຢ່າງ​ຟົດຟື້ນ ຫລາຍ​ປະ​ໂຫຍ​ກຫລາຍ​ມາດຕາ ​ໄດ້​ຮັບ​ການສະ​ເໜີໃຫ້​ປັບປຸງ​ແກ້​ໄຂ ​ແລະ ​ເພີ່ມ​ເຕີມ​ສິ່ງ​ທີ່​ຈຳ​ເປັນ ​ເຮັດ​ໃຫ້​ຮ່າງ​ກົດໝາຍມີ​​ເນື້ອຄວາມຄົບຖ້ວນ​ສົມບູນ ທັງ​ສາມາດ​ຮັບຮອງເພື່ອ​ນຳ​ໃຊ້​ໄດ້​ຢ່າງ​ສັກສິດ. ພ້ອມ​ດຽວກັນ​ນີ້, ສສຊ ຫລາຍ​ເຂດ​ ກໍ​ໄດ້​ສະ​ເໜີສະພາບ​ການນຳ​ໃຊ້​ເຄມີ​ ແບບ​ຊະຊາຍ ​ແລະ ບໍ່​ໄດ້​ຮັບ​ການ​ຄຸ້ມ​ຄອງ​ເທົ່າ​ທີ່​ຄວນ​ໃນ​ໄລຍະ​ຜ່ານ​ມາ ​ອັນ​ໄດ້​ສ້າງ​ຄວາມ​ເສຍຫາຍ​ຕໍ່ສຸຂະພາບ ​ແລະ ສິ່ງ​ແວດ​ລ້ອ​ມ ຢູ່​ໃນ​ຫລາຍ​ແຂວງ ​ເປັນ​ຕົ້ນການ​ຂຸດ​ຄົ້ນ​ເກືອ​ກາລີຢູ່​ແຂວງ​ພາກ​ກາງ, ການ​ປູກ​ກ້ວຍ​ຫອມ​ຢູ່​ແຂວງ​ພາກ​ເໜືອ ​ແລະ ພືດ​ກະສິກຳ​ອື່ນ ​ເຊິ່ງໜ້າ​ເປັນ​ຫ່ວງຫລາຍ, ຫາກ​ກົດໝາຍສະບັບ​ນີ້ຖືກ​ຮັບຮອງ ​ແລະ ປະກາດ​ໃຊ້ ຂໍ​ໃຫ້​ພາກ​ລັດ​ດຳ​ເນີນ​ການ​ຢ່າງ​ຈິງ​ຈັງ​ໃນ​ອະນາຄົດ.
ແຫລ່ງຂ່າວ:
ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...