spot_img
Homeຂ່າວຕ່າງປະເທດຫວຽດນາມປົດຕຳແໜ່ງຍ້ອນຫລັງ ອະດີດລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຖານຫລິ້ນພັກຫລິ້ນພວກ!

ຫວຽດນາມປົດຕຳແໜ່ງຍ້ອນຫລັງ ອະດີດລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຖານຫລິ້ນພັກຫລິ້ນພວກ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 10 ພະຈິກນີ້ວ່າ ຄະນະເລຂາທິການສູນກາງ ພັກກອມມູນິດຫວຽດນາມ ໄດ້ມີມະຕິຕົກລົງ ໃນວັນທີ 3 ພະຈິກ 2016 ລົງໂທດທາງວິໄນ ສະຫາຍ ຫວູ ຮູຍ ຮວ່າງ (Vũ Huy Hoàng) ອະດີດເລຂາຄະນະພັກກະຊວງ, ອະດີດລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ດ້ວຍການປົດຕຳແໜ່ງຍ້ອນຫລັງ ໃຫ້ພົ້ນຈາກຕຳແໜ່ງເລຂາຄະນະພັກກະຊວງດັ່ງກ່າວ ເນື່ອງຈາກຄວາມຜິດລະເມີດກົດລະບຽບຂອງພັກ ຕາມການກະທຳຜິດທີ່ໄດ້ກໍ່ຂຶ້ນ ນັບຕັ້ງແຕ່ໄລຍະປີ 2011-2016 ຊຶ່ງເປັນໄລຍະທີ່ທ່ານຍັງດຳລົງຕຳແໜ່ງ ເປັນການນຳສູງສຸດຂອງກະຊວງດັ່ງກ່າວຢູ່.

ການປະຕິບັດວິໄນຍ້ອນຫລັງ ໃຫ້ແກ່ການນຳຂັ້ນສູງຂອງພັກ ກໍລະນີດັ່ງກ່າວນີ້ ແມ່ນອີງຕາມຜົນຂອງການກວດກາຂອງ ຄະນະກວດກາສູນກາງພັກກອມມູນິດຫວຽດນາມ ຊຶ່ງພົບວ່າ ໃນໄລຍະທີ່ ສະຫາຍ ຫວູ ຮູຍ ຮວ່າງ ດຳລົງຕຳແໜ່ງ ເປັນເລຂາຄະນະພັກກະຊວງ ແລະ ທັງເປັນລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້ານັ້ນ ໄດ້ມີການກະທຳຜິດຕໍ່ລະບຽບກົດໝາຍ ໃນການແຕ່ງຕັ້ງ, ໂຍກຍ້າຍ ເຈົ້າໜ້າທີ່ລະດັບສູງໃນສັງກັດຫລາຍກໍລະນີ ຊຶ່ງຜິດຕໍ່ກົດລະບຽບຂອງພັກ, ເປັນການໃຊ້ອຳນາດອາຍາສິດ, ແບ່ງພັກແບ່ງພວກ ແລະ ຈຸ້ມເຈື້ອເຊື້ອສາຍ ດ້ວຍການໂຍກຍ້າຍ ທ່ານ ຈິງ ຊວນ ແຖັ່ງ (Trinh Xuan Thanh) ອອກຈາກຕຳແໜ່ງຢ່າງບໍ່ເປັນທຳ ແລ້ວແຕ່ງຕັ້ງ ທ່ານ ຫວູ ກວາງ ຫາຍ (Vu Quang Hai) ລູກຊາຍຂອງຕົນ ຂຶ້ນເປັນຮອງຜູ້ບໍລິຫານ (CEO) ກຸ່ມບໍລິສັດ Saigon Alcohol, Beer and Beverages Corp ຫລື Sabego ຊຶ່ງເປັນລັດວິສາຫະກິດຂະໜາດໃຫຍ່ ໃນສັງກັດກະຊວງຂອງຕົນ, ຄະນະກວດກາສູນກາງພັກກອມມູນິດຫວຽດນາມ ຍັງໄດ້ລະບຸອີກວ່າ ກ່ອນໜ້ານີ້ ລູກຊາຍທ່ານ ຫວູ ຮູຍ ຮວ່າງ ເປັນພຽງປະທານກວດກາ ຢູ່ລັດວິສາຫະກິດຢາສູບ Vianataba ເທົ່ານັ້ນ ກ່ອນທີ່ຈະຖືກພໍ່ຂອງຕົນ ໃຊ້ອຳນາດໂຍກຍ້າຍເຂົ້າໄປດຳລົງຕຳແໜ່ງ ໃນຄະນະກຳມະການບໍລິຫານຂອງ ກຸ່ມບໍລິສັດ Sabego, ຈາກນັ້ນບໍ່ດົນ ກໍຖືກແຕ່ງຕັ້ງໃຫ້ເປັນຮອງ CEO ໃນທີ່ສຸດ.

ທ່ານ ຫວູ ຮູຍ ຮວ່າງ ໄດ້ພົ້ນອອກຈາກຕຳແໜ່ງຂອງຕົນ ແລະ ເຂົ້າຮັບເບ້ຍບຳນານ ໃນເດືອນເມສາ 2016 ທີ່ຜ່ານມານີ້ ພາຍຫລັງທີ່ສະພາແຫ່ງຊາດຫວຽດນາມ ໄດ້ມີການຮັບຮອງເອົາ ຄະນະລັດຖະບານຊຸດໃໝ່ ພາຍໃຕ້ການນຳຂອງ ນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ໃນປັດຈຸບັນ.  ແນວໃດກໍຕາມ, ການຖືກປົດອອກຈາກຕຳແໜ່ງຍ້ອນຫລັງຄືດັ່ງກ່າວ ຈະເຮັດໃຫ້ອະດີດເລຂາຄະນະພັກກະຊວງ ແລະ ອະດີດລັດຖະມົນຕີທ່ານນີ້ ບໍ່ໄດ້ຮັບນະໂຍບາຍໃດໆຈາກລັດ ແລະ ຈະຕ້ອງໄດ້ສົ່ງຄືນເງິນເບ້ຍບຳນານ ລວມທັງຜົນປະໂຫຍດອື່ນໆທີ່ໄດ້ຮັບໄປແລ້ວນັ້ນ ຄືນໃຫ້ແກ່ລັດທັງໝົດ, ພ້ອມດຽວກັນນັ້ນ ພັກກອມມູນິດຫວຽດນາມ ຍັງເປີດໃຫ້ຜູ້ເສຍຫາຍອື່ນໆ ທີ່ສູນເສຍສິດ ແລະ ຜົນປະໂຫຍດ ຈາກການກະທຳຜິດຂອງຜູ້ກ່ຽວ ສາມາດຮ້ອງຟ້ອງດຳເນີນຄະດີທາງແພ່ງ ແລະ ທາງອາຍາໄດ້ ຕາມກົດໝາຍຂອງຫວຽດນາມ.

 

 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...