Homeຂ່າວຕ່າງປະເທດຫວຽດນາມຈະທົດລອງ ອອກວີຊາຜ່ານລະບົບອອນລາຍ ຫວັງດຶງດູດການລົງທຶນ-ທອ່ງທ່ຽວ ເລີ່ມຕົ້ນປີໜ້ານີ້

ຫວຽດນາມຈະທົດລອງ ອອກວີຊາຜ່ານລະບົບອອນລາຍ ຫວັງດຶງດູດການລົງທຶນ-ທອ່ງທ່ຽວ ເລີ່ມຕົ້ນປີໜ້ານີ້

Published on

ສຳນັກຂ່າວ vovworld ຂອງຫວຽດນາມ ລາຍງານໃນວັນທີ 9 ພະຈິກຜ່ານມານນີ້ວ່າ ທ່ານ ໂຕ​ເລີມ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຕຳຫລວດຫວຽດນາມ ໄດ້​ສະ​ເໜີຕໍ່ກອງປະຊຸມສະພາແຫ່ງຊາດ ເພື່ອຂໍອະນຸມັດໃຫ້ລັດຖະບານ ດຳເນີນການ​ທົດ​ລອງ​ການ​​ອອກ​​ວີ​ຊາໃຫ້​ຊາວ​ຕ່າງ​ປະ​ເທດ ທີ່​ມີ​ຄວາມ​ຕ້ອງ​ການ​ເດີນທາງເຂົ້າປະເທດຫວຽດ​ນາມ ຜ່ານ​ລະ​ບົບ​ເອ​ເລັກ​ໂຕ​ນິກ ໂດຍກຳ​ນົດການຂໍ​ວີ​ຊາ​ເອ​ເລັກ​ໂຕ​ນິກ 1 ຄັ້ງ ບໍ່​ເກີນ 30 ວັນ ຊຶ່ງຈະດຳເນີນການ​ທົດ​ລອງເປັນ​ເວ​ລາ 2 ປີ ເລີ່ມ​ແຕ່ວັນທີ 1 ມັງກອນ 2017 ເປັນຕົ້ນໄປ.

ທ່ານ ໂຕເລິມ ໄດ້ລະບຸວ່າ ການ​​ອອກ​ວີ​ຊາ​ເອ​ເລັກ​ໂຕ​ນິກ​ໃຫ້​ແກ່​ຊາວ​ຕ່າງ​ປະ​ເທດ ທີ່ຕ້ອງການ​ເຂົ້າ​ເມືອງຫວຽດ​ນາມ ແມ່ນເພື່ອຕອບ​ສະ​ໜອງ​ຄວາມ​ຮ​ຽກ​ຮ້ອງ​ຕ້ອງ​ການ​ ໃນເງື່ອນ​ໄຂ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງປະ​ເທດ​, ຮັບ​ໃຊ້​ໃຫ້​ພາ​ລະ​ກິດ​ແຫ່ງ​ການ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກ້​ວາງ​ຂວາງ, ຮອບ​ດ້ານ​ຂອງຫວຽດ​ນາມ. ພ້ອມ​ກັນ​ນັ້ນ ກໍເປັນການສ້າງ​ເງື່ອນ​ໄຂ​ສະ​ດວກ ​ເພື່ອ​ແນ​ໃສ່​ດຶງ​ດູດຊາວ​ຕ່າງ​ປະ​ເທດ ໃຫ້​ເຂົ້າ​ມາລົງທຶນ ແລະ ທ່ອງທ່ຽວຢູ່ຫວຽດນາມ.

 

 
 
ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...