Homeນານາສາລະສູດຢາສະໝູນໄພຮັກສາເບົາຫວານ...ຕໍາລາແຜນບູຮານໂດຍວິທີທໍາມະຊາດ

ສູດຢາສະໝູນໄພຮັກສາເບົາຫວານ…ຕໍາລາແຜນບູຮານໂດຍວິທີທໍາມະຊາດ

Published on

 ພະຍາດເບົາຫວານ ເປັນພະຍາດທີ່ຮັກສາບໍ່ດີ ແລະມີຄວາມຮຸນແຮງສາມາດຂ້າຊີວິດຜູ້ຄົນຈໍານວນຫຼາຍ ທັ້ງຍັງເປັນໄພຮຸກຮານຕໍ່ຜູ້ທີ່ີສຸຂະພາບບໍ່ແຂງແຮງ ເມື່ອເປັນແລ້ວກໍຈະຮຸນແຮງນໍາມາເຊິ່ງພະຍາດຕ່າງໆອີກ. ແຕ່ພໍມີວິທີຄວບຄຸມ ແລະຮັກສາໃຫ້ຢູ່ໃນຂັ້ນປົກກະຕິ ແລະຫຼຸດອາການເບົາຫວານລົງພໍຊ່ວຍໃຫ້ເຮັດວຽກເຮັດງານໄດ້ ໂດຍໃຊ້ການຮັກສາດ້ວຍຕໍາລາແຜນບູຮານໂດຍວິທີທໍາມະຊາດ.

ສ່ວນປະກອບ ແລະວິທີເຮັດ: ນໍ້າໝາກນາວສົດ 6 ໜ່ວຍ, ຜັກເຊີນາລີຝຣັ່ງ 300 g ລ້າງໃຫ້ະອາດ ( ຖ້າມີຮາກໃຫ້ໃສ່ທັງຮາກ ) ຕັດເປັນຕ້ອນຂະໜາດພໍດີ ກະໃຫ້ໄດ້ຈໍານວນ 300 g ແລະໃສ່ໃນໝໍ້ ໃສ່ນໍ້າໝາກນາວແລ້ວປິດຝາ ຫຼັງຈາກນັ້ນໃຫ້ເອົາໝໍ້ທີ່ມີນໍ້າໝາກນາວ ແລະຜັກເຊີນາລີ ໃສ່ໃນໝໍ້ອີກໜ່ວຍໜຶ່ງ ແລ້ວເອົາໄປຄ້າງໃສ່ເຕົາໄຟບໍ່ເຮັດໄຟອ່ອນໆ ແລະປະໄວ້ 2 ຊົ່ວໂມງ ແລ້ວປະໃຫ້ນໍ້າເຢັນ ໃສ່ຕຸກເກັບໄວ້ໃນຕູ້ເຢັນເພື່ອບໍ່ໃຫ້ບູດ ແລະໃຫ້ດື່ມ 1 ບ່ວງທຸກເຊົ້າຕອນທ້ອງຫວ່າງ ກ່ອນອາຫານເຊົ້າເຄິ່ງຊົ່ວໂມງ ແລະໃຫ້ກິນເປັນເວລາ 2 ເດືອນ ຫຼັງຈາກນັ້ນນໍ້າຕານໃນເລືອດຈະຫຼຸດຢູ່ໃນລະດັບົກກະຕິ.

ບົດຄວາມຫຼ້າສຸດ

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ແລະ ທິດທາງແຜນໃນຕໍ່ໜ້າ.

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ປິດລົງດ້ວຍຜົນສຳເລັດ ໃນວັນທີ 23 ກັນຍາ 2026 ໂດຍການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນ...

ອັດຕະປືພົບຄວາມຜິດດ່ຽງດ້ານເອກະສານລາຍຮັບ-ລາຍຈ່າຍ ຫຼາຍກວ່າ 21,85 ຕື້ກີບ ໃນການກວດກາການຊົດເຊີຍ ເຫດການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍແຕກ

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານກວດກາທົ່ວແຂວງອັດຕະປື ໄລຍະ 5 ປີ (2021-2025) ແລະ ວາງທິດທາງແຜນການ 5 ປີ (2026-2030) ໄດ້ຈັດຂຶ້ນໃນວັນທີ 22 ກັນຍາ 2026...

ຮອງນາຍົກລັດຖະມົນຕີພ້ອມດ້ວຍຄະນະ ເຂົ້າຮ່ວມພິທີໄຂກອງປະຊຸມສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 81

ໃນວັນທີ 22 ກັນຍາ 2026, ທີ່ ນະຄອນ ນິວຢອກ, ສ.ອາເມຣິກາ, ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນຂັ້ນສູງຂອງ...

ຈັດກອງປະຊຸມປຶກສາຫາລືເພື່ອແກ້ໄຂບັນຫາສູນປະຕິບັດທໍາ ຫຼັກ 38 ເມືອງປາກງື່ມ ນະຄອນຫຼວງວຽງຈັນ

ໃນຕອນເຊົ້າຂອງວັນທີ 16 ກັນຍາ 2026 ຢູ່ທີ່ຫ້ອງປະຊຸມນ້ອຍ 207 ຂອງສູນກາງແນວລາວສ້າງຊາດ ໄດ້ຈັດ ກອງປະຊຸມປຶກສາຫາລືເພື່ອແກ້ໄຂ ບັນຫາສູນປະຕິບັດທໍາ ຫຼັກ 38 ຕັ້ງຢູ່ບ້ານສ້າງໄຜ່ ເມືອງປາກງື່ມ...