spot_img
Homeຂ່າວຕ່າງປະເທດອາເມລິກາຈະລາຈົນ ພາຍຫຼັງ Trump ຊະນະການເລືອກຕັ້ງ

ອາເມລິກາຈະລາຈົນ ພາຍຫຼັງ Trump ຊະນະການເລືອກຕັ້ງ

Published on

ຫຼັງຈາກຊາວອາເມລິກາຮູ້ຜົນວ່າ ປະທານາທິບໍດີຄົນໃໝ່ຂອງພວກເຂົາ ຄື Donald Trump ສົ່ງຜົນໃຫ້ຝຸງຊົນກຸ່ມໜຶ່ງສະແດງຄວາມບໍ່ພໍໃຈ ດ້ວຍການອອກມາປະທ້ວງເທິງທ້ອງຖະໜົນຫຼາຍເສັ້ນ ຂອງສະຫະລັດອາເມລິກາ ພ້ອມທັງຮ້ອງໂຮວ່າ Trump ບໍ່ແມ່ນປະທານາທິບໍດີຂອງພວກເຂົາ ອີກທັງຍັງເຜົາຢາງຕີນລົດ, ຖັງຂີ້ເຫຍື້ອ ແລະທຸບທຳລາຍແກ້ວປ່ອງຢ້ຽມອີກດ້ວຍ.

la-me-ln-protest-trump-20161109

ບັນຍາກາດທີ່ລັດຄາລິຟໍເນຍນັ້ນ ມວນຊົນຫຼາຍຮ້ອຍຄົນ ອອກມາລວມໂຕກັນກາງທາງ ຫຼັງມີການປະກາດວ່າ Trump ຊະນະການເລືອກຕັຫ້ງ ຜູ້ປະທ້ວງບາງກຸ່ມໄປໂຮມຢູ່ມະຫາວິທະຍາໄລຄາລິຟໍເນຍ ພ້ອມຮ້ອງວ່າ “ບໍ່ເອົາ Trump”D

ສ່ວນກຸ່ມທີ່ສະໜັບສະໜຸນ ນາງ ຮິລລາຣີ ຄລິນຕັນ ຖືກບັນທຶກພາບຂະນະທີ່ກຳລັງເຜົາທຸງຊາດສະຫະລັດ ພ້ອມເດິນຂະບວນໄປຍັງເສັ້ນທາງຫຼາຍເສັ້ນໃນເມືອງພອຕແລນ ລັດໂອເຣກອນ ແລະຮ້ອງດ່າ ທ່ານ Trump

ນອກຈາກນີ້ ຍັງມີການບັນທຶກພາບກຸ່ມເຄື່ອນໄຫວຈູດຢາງຕີນລົດ ແລະຖັງຂີ້ເຫຍື້ອ ລວມທັງປິດກັ້ນເສັ້ນທາງສຳຄັນຫຼາຍເສັ້ນ ໂດຍທີ່ຜູ້ຄົນຍັງເຜົາຫຸ່ນຈຳລອງຂອງ Trump ອີກດ້ວຍ.

kntv_000000019736676_1200x675_804579907808

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...