spot_img
Homeໜັງໃໝ່ສາດສະດາຈານ ດັມເບິລດໍຣ ຈະກັບມາໃນຮູບເງົາເລື່ອງ Fantastic Beasts 2 (2018)

ສາດສະດາຈານ ດັມເບິລດໍຣ ຈະກັບມາໃນຮູບເງົາເລື່ອງ Fantastic Beasts 2 (2018)

Published on

ກຽມຕົວພົບກັບຮູບເງົາພາກຕໍ່ຂອງພໍ່ມົດ Harry Potter ຢ່າງ Fantastic Beasts and Where to Find Them ພາກ 1 ທີ່ມີກຳນົດອອກສາຍໃນວັນທີ 17 ພະຈິກ 2016 ນີ້ ເຊິ່ງ ເຈເຄ ໂຣລິ່ງ ອອກມາເປີດເຜີຍວ່າ ຮູບເງົາເລື່ອງນີ້ ອາດຈະມີຮອດ 5 ພາກ ແລະ ຂ່າວວ່າພາກ 2 ນັ້ນ ເຮົາຈະເຫັນສາດສະດາຈານ ດັມເບີລດໍຣ ກັບມາປະກົດຕົວອີກຄັ້ງ

ໂດຍ ເດວິດ ເຍດສ໌ ອອກມາຢືນຢັນເປັນທີ່ຮຽບຮ້ອຍແລ້ວວ່າ ສາດສະດາຈານ ດັມເບີລດໍຣ ຈະກັບມາໃນ Fantastic Beasts 2 ຢ່າງແນ່ນອນ ເຊິ່ງພາກສອງນີ້ຄາດວ່າຈະອອກສາຍໃນປີ 2018

ເນື້ອເລື່ອງ Fantastic Beasts and Where to Find Them ນັ້ນເປັນເລື່ອງລາວທີ່ເລົ່າຍ້ອນກັບໄປເມື່ອ 70 ປີກ່ອນທີ່ຈະເກີດເລື່ອງລາວຂອງ Harry Potter ທີ່ໃນຂະນະນັ້ນ ສາດສະດາ ຈານ ດັມເບິລດໍຣ ຍັງບໍ່ໄດ້ເປັນອາຈານທີ່ ຮອກວອດສ໌ ແລະ ຍັງມີຂ່າວມາວ່າໃນພາກນີ້ ຈະໄດ້ເຈົ້າພໍ່ຮູບເງົາແຟນຕາຊີ ຢ່າງ ຈອນນີ່ ເດບ ມາຮ່ວມສະແດງນຳ ແຕ່ຈະເປັນຕົວລະຄອນໃດນັ້ນຍັງບໍ່ໄດ້ຮັບການເປີດເຜີຍ

ນັກສະແດງນຳ Fantastic Beasts and Where to Find Them ພາກທຳອິດນຳໂດຍ: ເອັດດີ້ ເຣດເມຍ໌ ຈະຮັບບົດເປັນ ນິວທ໌ ຮ່ວມດ້ວຍນັກສະແດງມືອາຊີບຢ່າງ: ເຄທເທີຣິນ, ວໍເຕີຕັນ, ອາລີສັນ ຊູດໍລ, ແດນ ຟັອກເລຮ, ຊາແມນທາ ມໍຕັນ, ຄາຣເມນ ອີໂຈໂກ, ເອຊຣ່າ ມິລເລີ, ຣອນ ເພີລແມນ ແລະ ພະເອກ ໂຄລິນ ຟາຣເຣລ

ຕອນນີ້ເຮົາມີຕົວຢ່າງຮູບເງົາ Fantastic Beasts and Where to Find Them ພາກ 1 ທີ່ມີກຳນົດອອກສາຍໃນວັນທີ 17 ພະຈິກ 2016 ນີ້ ມາໃຫ້ເບິ່ງອຸ່ນເຄື່ອງກັນກ່ອນ

https://youtu.be/lbdLF5aurAo

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...