spot_img
Homeນານາສາລະ“16 ພຶດຕິກໍາ” ຂອງຜູ້ຊາຍແບບນີ້ແຫຼະ ຖ້າພົບຄົນແບບນີ້ໂຊກດີສຸດໆ!!

“16 ພຶດຕິກໍາ” ຂອງຜູ້ຊາຍແບບນີ້ແຫຼະ ຖ້າພົບຄົນແບບນີ້ໂຊກດີສຸດໆ!!

Published on

ໃຜໆກໍບອກວ່າສະໄໝນີ້ຜູ້ຊາຍດີໆຊອກຍາກ ລອງເດົານິໄສແຟນຕົນເອງດ້ວຍພຶດຕິກໍາ 16 ຂໍ້ດັ່ງນີ້:

  1. ເຂົາປ່ຽນຕົວເອງຫຼາຍໆຢ່າງເພື່ອເຈົ້າ ເຖິງເປັນເລື່ອງທີ່ຍາກເຂົາກໍະພຍາຍາມເຕັ້ມທີ່.
  2. ເຂົ້າເຮັດທຸກຢ່າງເພື່ອໃຫ້ເຈົ້າມີຄວາມສຸກ ແລະມີຮອຍຍີ້ມສະເໝີ ບໍ່ວ່າສິ່ງທີ່ເຂົາເຮັດອາດເຮັດໃຫ້ເຂົາເຈັບເອງ.
  3. ເຂົ້າຈະເຫຼົ່າເລື່ອງຊີວິດຂອງເຂົາໃຫ້ຟັງທຸກຢ່າງ ພ້ອມທັງເວົ້າເຖິງອະນາຄົດ ແລະແຜນທີ່ເຂົາຄິດໄວ້ຊຶ່ງມີເຈົ້າຢູ່ນໍາ.
  4. ເຂົາຈະບໍ່ປິດບັງເລື່ອງຫຍັງກັບເຈົ້າເລີຍ ແມ້ແຕ່ເລື່ອງທີ່ບໍ່ມີສາລະ ເລື່ອງເລັກໆນ້ອຍໆເຂົາກໍຈະບອກກັບເຈົ້າສະເໝີ.
  5. ເຂົາຈະເຮັດໃນສິ່ງທີ່ເຂົາເວົ້າຈະເຮັດໂດຍບໍ່ລັງເລ.
  6. ເຂົາຈະຫ່ວງໄຍເຈົ້າຫຼາຍ ຈົນບາງເທື່ອອາດເຮັດໃຫ້ເຈົ້າອຶດອັດ ແຕ່ນັ້ນຄືເຂົາແຄເຈົ້ງແທ້ໆ.
  7. ເຂົາອາດຈື່ວັນສໍາຄັນຕ່າງໆສະລັບສັບປົນໄປໝົດ ແຕ່ເຂົາຈະຈື່ວັນທີ່ເຂົາມີຄວາມສຸກໄດ້ດີ ວັນສໍາຄັນຕ່າງໆເຂົາອາດລືມໄປແດ່ ແຕ່ວັນເກີດເຈົ້າ ແລະວັນຄົບຮອບເຂົາຈື່ບໍ່ລືມ.
  8. ເຂົາຈະພະຍາຍາມເຮັດທຸກຢ່າງ ເພື່ອໃຫ້ເຈົ້າໝັ້ນໃຈ ແລະເຊື່ອໃຈເຂົາ ເຂົາຈະເຮັດໄດ້ດີເມື່ອຮູ້ວ່າເຈົ້າໝັ້ນໃຈໃນຕົວເຂົາແທ້ໆ
  9. ເຂົາຈະຄືເດັກນ້ອຍໃນມຸມມອງເຈົ້າ ແລະມັກຈະເຮັດໃຫ້ເຈົ້າຖີ້ມເວລາທີ່ເຂົາຈິງຈັງ.
  10. ຂໍ້ນີ້ 18+ ເຂົາຈະບໍ່ປ່ຽນໄປຫຼັງຈາກທີ່ມີຫຍັງກັບເຈົ້າແລ້ວ ແຕ່ເຂົາກັບຢາກມີຫຍັງກັບເຈົ້າຫຼາຍຂຶ້ນກວ່າເກົ່າ ( ເໝືອນຕິດໃຈ ).
  11. ເຂົາໃຫ້ໂອກາດເຈົ້າສະເໝີ ບໍ່ວ່າເຈົ້າເຮັດຜິດຫຍັງໄປ ( ແຕ່ຢ່າເຮັດຜິດຊໍ້າໆ )
  12. ເຂົາຈະບໍ່ນອກໃນເຈົ້າ ແລະເຂົາພ້ອມທີ່ຈະເວົ້າກັບທຸກຄົນທີ່ເຂົ້າມາວ່າເຂົາຮັກເຈົ້າຄົນດຽວ.
  13. ເຂົາຈະເຂົ້າຫາພໍ່ແມ່ພີ່ນ້ອງຂອງເຈົ້າໄດ້ດີຄືກັບວ່າເປັນລູກຊາຍຄົນໜຶ່ງ.
  14. ເຂົາຈະຄຽງຂ້າງເຈົ້າໃນວັນທີ່ເຈົ້າອ່ອນແອບໍ່ມີໃຜ ແມ້ໃນວັນທີ່ເຂົາບໍ່ມີໃຜເຊັນກັນ.
  15. ເຂົາຈະເຮັດທຸກຢ່າງເພື່ອໃຫ້ໝູ່ເພື່ອນຂອງເຈົ້າອິດສາເຈົ້າທີ່ມີແຟນຄືເຂົາ ເພື່ອໃຫ້ເຈົ້າຮູ້ສຶກວ່າເຈົ້າໂຊກດີທີ່ໄດ້ຄົບກັບເຂົາ ( ເພາະເຂົາຄິດສະເໝີວ່າເຂົາໂຊກດີທີ່ໄດ້ຄົບກັບເຈົ້າ ).
  16. ເຂົາຈະເວົ້າກັບເຈົ້າຕະຫຼອດເວລາທີ່ເຂົາຫວ່າງ ເພື່ອບໍ່ໃຫ້ເຈົ້າເຫງົາ ບໍ່ວ່າເຂົາຈະເຮັດຫຍັງຢູ່ກໍຕາມ ແລະເຂົາຈະບອກວ່າຫ່ວງໄຍເຈົ້າ ຄິດຮອດເຈົ້າ ແລະຮັກເຈົ້າແທບທຸກນາທີ ທຸກຊົ່ວໂມງ, ທຸກມື້ ແລະທຸກຄືນ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...