Homeຂ່າວຕ່າງປະເທດອີກແລ້ວ ເກີດເຫດ ເຮືອບິນລະເບີດ ຢູ່ປະເທດ ລິເບຍ

ອີກແລ້ວ ເກີດເຫດ ເຮືອບິນລະເບີດ ຢູ່ປະເທດ ລິເບຍ

Published on

555

ເມື່ອຕອນເຊົ້າຂອງວັນທີ 20/07/2014 ເຮືອບິນ A330-200 ຂອງປະເທດລິເບຍ ຖືກມືລະເບີດ(ບໍ່ຮູ້ກຸ່ມ)ຖິ້ມລະເບີດໃສ່ ຈົນເກີດໄຟໄໝ້ໝົດລຳ, ຂະນະທີ່ຈອດຢູ່ທີ່ສະໜາມບິນTripoli capital, ເຊິ່ງອາດຈະຈົງໃຈຫຼືບໍ່ນັ້ນຍັງບໍ່ທັນມີຂໍ້ສະຫຼຸບຈາກເຈົ້າໜ້າທີ່ເທື່ອ.

ເຮືອບິນດັ່ງກ່າວເປັນເຮືອບິນ ໃໝ່ ທີ່ຫາກໍປະຈໍາການພຽງແຕ່ 7 ເດືອນເທົ່ານັ້ນ ນັບຕັ້ງແຕ່ມັນໄດ້ເຂົ້າປະຈຳການໃນວັນທີ 21/11/2013 ຜ່ານມາ.

ເຮືອບິນລໍາດັ່ງກ່າວມີມູນຄ່າເຖິງ225ລ້ານໂດລາສະຫະລັດ. ອີງຕາມຂ່າວ ໂຊກດີ ບໍ່ປະກົດວ່າ ມີຜູ້ໃດໄດ້ຮັບບາດເຈັບຫລືເສຍຊີວິດແຕ່ຢ່າງໃດ !

ຂອບໃຈແຫຼ່ງຂ່າວຈາກ I love Lao Airline

F.mahasonmagazine

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...