Homeຂ່າວພາຍ​ໃນຂ່າວລື! ສຸອາພອນ ກອງໜ້າທີມລ້ານຊ້າງຢູໄນເຕັດ ກຽມລາແຂ່ງຈາກສະໜາມບານເຕະ

ຂ່າວລື! ສຸອາພອນ ກອງໜ້າທີມລ້ານຊ້າງຢູໄນເຕັດ ກຽມລາແຂ່ງຈາກສະໜາມບານເຕະ

Published on

ສຸກອາພອນ ວົງຈຽງຄຳ ໝາຍເລກ 26 ອະດີີດນັກເຕະແຂ່ງທອງ ທີມ ບູລິລຳ ເອຟຊີ (ໄທລີກ) ເຊິ່ງປັດຈຸບັນເປັນນັກເຕະກອງໜ້າໃນທີມລ້ານຊ້າງ ຢູໄນເຕັດ ຜູ້ທີ່ສ້າງຜົນງານຍິງປະຕູທຳອິດໃຫ້ທີມລ້ານຊ້າງ ຢູໄນເຕັດ ຕີສະເໝີ ທີມ SHB DANANG ໃນນັດການແຂ່ງຂັນ TOYOTA MEKONG CLUB CHAMPIONSHIP 2016 ເມື່ອວັນທີ 5 ພະຈິກທີຜ່ານມາກຽມລາແຂ່ງຈາກສະໜາມໃນນາມນັກເຕະ ແລ້ວຜັນຕົວເອງໄປເປັນໂຄຊ ໃນສະໂມສອນຊື່ດັງ. 

351

ຂໍ້ມນດັ່ງກ່າວນີ້ໄດ້ຖືກເປິດເຜີຍເມື່ອວັນທີ 5 ພະຈິກ 2016 ທີ່ຜ່ານມາຈາກທາງເວັບໄຊ www.goal.com ເປັນເວັບໄຊກິລາຂອງເພື່ອນບ້ານ ວ່າ ສຸອາພອນ ກຽມທີ່ຈະເລີກເຕະບານຢ່າງເປັນທາງການດ້ວຍໄວອາຍຸ 24 ປີ ຫຼັງຈາກຈົບລະດູການແຂ່ງຂັນລາຍການ TOYOTA MEKONG CLUB CHAMPIONSHIP 2016 ນີ້ ເພື່ອຜັນຕົວເອງໄປເປັນໂຄຊໃຫ້ກັບທີມ ເອສຣາ ເອຟຊີ ສະໂມສອນໃນລີກສູງສຸດຂອງລາວ.

ແຕ່ເຖິງຢ່າງໃດກໍ່ຕາມໃນປັດຈຸບັນນີ້ທາງ ສຸອາພອນເອງກໍ່ຍັງບໍ່ໄດ້ອອກມາຢືນຢັນກ່ຽວກັບຂ່າວລືດັ່ງກ່າວ ກັບທາງສະໂມສອນລ້ານຊ້າງ ແລະ ສື່ມວນຊົນໃດໆຂອງລາວເທື່ອ ສະນັ້ນ ແຟນບານກໍ່ຕ້ອງມາລຸ້ນໄປນຳກັນວ່າຂ່າວລືດັ່ງກ່າວນີ້ຈະເປັນຄວາມຈິງ ຫຼື ບໍ່? ແລະ ລາຍການນີ້ຈະເປັນລາຍການສຸດທ້າຍທີ່ສຸອາພອນ ຈະໂຊລີລາແຂ່ງທອງເປັນສະໜາມໃຫ້ແຟນບານໄດ້ເຫັນແທ້ ຫຼື ບໍ່?

 

ຂໍ້ມູນຈາກ:  http://www.goal.com/th/news/4274
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...