spot_img
Home​ຂ່າວບັນເທິງເປ້ ລູກທີມຂອງແອັງເຈີ້ ເລດີ ສາມາດຄ້ວາຕຳແໜ່ງ The Wow Laos Seasion 1 ໄປຄອງ

ເປ້ ລູກທີມຂອງແອັງເຈີ້ ເລດີ ສາມາດຄ້ວາຕຳແໜ່ງ The Wow Laos Seasion 1 ໄປຄອງ

Published on

ໃນວັນທີ 6 ພະຈິກ 2016 ທີ່ຜ່ານມາ ທີ່ວຽງຈັນເຊັນເຕີ້ ໄດ້ມີການຈັດງານຍ່າງແຟຊັ່ນໂຊ ຂອງທັງ 12 ນາງສາວ ຜູ້ເຂົ້າປະກວດໃນລາຍການ The Wow Laos ໃນຮອບ FINAL WALK ເຊິ່ງໃນງານໄດ້ຮັບຄວາມສົນໃຈຈາກສື່ມວນຊົນ ແລະ ປະຊາຊົນເຂົ້າຮ່ວມຊົມເປັນຈຳນວນຫຼາຍ ຜ່ານການຍ່າງຮອບສຸດທ້າຍ ກໍ່ເຫຼືອຜູ້ເຂົ້າປະກວດພຽງ 3 ຄົນສຸດທ້າຍ ຄື: ຕຸກ ຈາກທີມແອັງເຈີເບລ, ເປ້ ຈາກທີມຂອງແອັງເຈີ້ ເລດີ້ ແລະ ປານ້ອຍ ຈາກທີມແອັງເຈີນຸຖາ ແຕ່ງໃນຮອບຕັດສິນມື້ວານນີ້ ແອັງເຈີ້ ນຸຖາ ຕິດພາລະກິດບໍ່ສາມາດມາຮ່ວມງານໄດ້ ແລະ ການຖ່າຍທອດສົດກໍ່ເກີດສັນຍານຂັດຂ້ອງຈິ່ງບໍ່ສາມາດຖ່າຍທອດສົດໄດ້ຄືກັບເທັບທີ່ຜ່ານມາ ສະນັ້ນ ຖ້າທ່ານໃດຕ້ອງການເບິ່ງວິດີໂອຍ້ອນຫຼັງ ກໍ່ສາມາດເຂົ້າໄປເບິ່ງທີ່ເພສ The Wow Laos ໄດ້

ໃນການເດີນແບບຮອບສຸດທ້າຍ ບວກກັບການເຮັດກິດຈະກຳໃນຮອບທີ່ຜ່ານມາ ເຮັດໃຫ້ຄົນທີ່ເໝາະສົມທີ່ສຸດໃນການເປັນ The Wow Laos Seasion 1 ຄົນທຳອິດຂອງປະເທດລາວ ກໍ່ຕົກເປັນຂອງ ນາງ ເປ້ ຈາກທີມແອັງເຈິ້ ເລດີ້ ທາງ ລາວໂພສຕ໌ກໍ່ຂໍສະແດງຄວາມຍິນດີກັບແອັງເຈີ້ ເລດີ້ ແລະ ເປ້ ທີ່ສາມາດຍາດໄຊຊະນະຄັ້ງນີ້ມາຄອງ

%e0%ba%95%e0%ba%b8%e0%ba%81

%e0%bb%80%e0%ba%9b%e0%bb%89

%e0%ba%9b%e0%ba%b2%e0%ba%99%e0%bb%89%e0%ba%ad%e0%ba%8d

ແລະ ເຫລົ່າບັນດາ ແອັງເຈີ ທັງສາມ ເລດີ້, ນຸຖາ ແລະ ເບລ

6653

ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

 

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...