Homeຂ່າວຕ່າງປະເທດປະຊາຊົນຫຼາຍກວ່າ 100,000 ຄົນຮວມກັນຊຸມນຸມຄັ້ງໃຫຍ່ກາງກຸງໂຊລເພື່ອຂັບໄລ່ຜູ້ນນຳເກົາຫຼີໃຕ້

ປະຊາຊົນຫຼາຍກວ່າ 100,000 ຄົນຮວມກັນຊຸມນຸມຄັ້ງໃຫຍ່ກາງກຸງໂຊລເພື່ອຂັບໄລ່ຜູ້ນນຳເກົາຫຼີໃຕ້

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກກຸງໂຊລ ປະເທດເກົາຫຼີໃຕ້ ເມື່ອວັນທີ 6 ພະຈິກ 2016 ວ່າສານກຸງໂຊລກາງອະນຸມັດຄຳຮ້ອງຂອງໄອຍະການໃນການອອກໝາຍຈັບສອງຄົນສະໜິດຂອງຜູ້ນຳດເກົາຫຼີ ຢ່າງ ອັນຈອງບອມ ອະດີດທີ່ປຶກສາອາວຸໂສປະຈຳທຳນຽບປະທານາທິບໍດີ ຫຼື ບລູເຮົາສ໌ ແລະ ຍັງເປັນເພື່ອນສະໜິດຂອງປະທານາທິບໍດີ ປ່ຣ໌ ກີນເຮ ຜູ້ນຳປະເທດຄົນປັດຈຸບັນ ໃນຂໍ້ຫາໃຊ້ອຳນາດໂດຍບໍ່ຊອບທຳ ແລະ ພະຍາຍາມຂົ່ມຂູ່ກັນໂຊກເພື່ອປະສົງຕໍ່ຊັບ ຫຼັງພະນັກງານສືບສວນໃຊ້ອຳນາດຕາມກົດໝາຍໃນການຄວບຄຸມຕົວ ທ້າວ ອັນຈອງບອມ ໄວອາຍຸ 57 ປີ ຕັ້ງແຕ່ວັນພຸດທີ່ຜ່ານມາ

ນອກຈາກນີ້ສານຍັງອະນຸມັດອີກສະບັບຕໍ່ທ້າວ ຈອງໂຮຊອງ ອະດີດເລຂາທິການດ້ານກິດຈະການປະທານາທິບໍດີຂອງ ບລູເຮົາສ໌ ໃນຂໍ້ຫາເຜີຍແຜ່ຄວາມລັບຂອງທາງການຕໍ່ນາງຊະເວ ຫຼັງຈາກທີ່ ທ້າວ ອັນ ແລະ ທ້າວ ຈອງ ລາອອກຈາກຕຳແໜ່ງພ້ອມກັນເມື່ອວັນທີ 30 ຕຸລາ ທີ່ຜ່ານມາ

ຄວາມຄືບໜ້າດັ່ງກ່ານໃນການສືບສວນສອບສວນຂອງໄອຍະການມີຂຶ້ນພຽງ 1 ມື້ຫຼັງປະຊາຊົນຫຼາຍກວ່າ 100,000 ຄົນຮວມຕົວກັນຊຸມນຸມປະທ້ວງຄັ້ງໃຫຍ່ເຕັມພື້ນທີ່ໃຈກາງກຸງໂຊລ ເພື່ອຮຽກຮ້ອງໃຫ້ ທ່ານ ນາງ ພັກກຶນຮະເຢ ໄວອາຍຸ 64 ປີ ປະທານາທິບໍດີຂອງເກົາຫຼີໃຕ້ຄົນປັດຈຸບັນລາອອກຈາກຕຳແໜ່ງ ແລະ ເຂົ້າຮັບການສືບສວນສອບສວນຕາມກົດໝາຍຈາກກໍລະນີຕົກເປັນຂ່າວໃນຄັ້ງນີ້

ຂ່າວຈາກ: ເດລີເມລ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...