spot_img
Homeຂ່າວພາຍ​ໃນດື່ມນ້ຳຊາໃສ່ຖ້ວຍນີ້ ລາຄາ 297 ຕື້ກ່ວາກີບ

ດື່ມນ້ຳຊາໃສ່ຖ້ວຍນີ້ ລາຄາ 297 ຕື້ກ່ວາກີບ

Published on

557000008501003

 

ທ່ານ ຫລິວ ອີ້ ສວຽນ ເສດຖີນັກສະສົມຂອງເກົ່າຊາວຈີນ ຊະນະການປະມູນ ຖ້ວຍນ້ຳຊາກາໄກ່ ຍຸກລາຊະວົງໝິງ

ອາຍຸ 500 ກ່ວາປີ  ໃນລາຄາ  297 ຕື້ກ່ວາກີບ.

 

ຫຼັງຈາກຕົກເປັນຂ່າວໂດ່ງດັງໄປທົ່ວໂລກ ເມື່ອເດືອນເມສາ 2014 ຜ່ານມາ ກັບການຊະນະການປະມູນ ຖ້ວຍນ້ຳ

ຊາກາໄກ່ຍຸກລາຊະວົງໝິງ ທີ່ບໍລິສັດປະມູນໂຊເທບີ້ ນຳອອກປະມານມື້ວັນທີ 8 ເມສາ 2014 ທີ່ເກາະຮົ່ງກົງ ໂດຍ

ລາຄາໄດ້ສູງເຖິງ 281.24 ລ້ານໂດລາຮົ່ງກົງ ຫຼື ປະມານ 297 ຕື້ກ່ວາກີບ ໂດຍຜູ້ປະມູນຖ້ວຍກາໄກ່ໃບນີ້ ຄືທ່ານ

ຫລິວ ອີ້ ສວຽນ ເຊິ່ງເປັນມະຫາເສດຖີລ່ຳລວຍຕິດອັນດັບ 200 ຂອງວາລະສານຟັອບໃນປີ 2013 ເຊິ່ງມີສິນຊັບ

ມູນຄ່າປະມານ 900 ລ້ານໂດລາສະຫະລັດ, ນອກຈາກນັ້ນ ໂຕເຂົາ ແລະ ພັນລະຍາ ຈັດເປັນນັກສະສົມຂອງເກົ່າ

ໃນລະດັບແຖວໜ້າຂອງຈີນອີກດ້ວຍ.

 

557000008501001
ທ່ານ ຫລິວ ອີ້ ສວຽນ ມະຫາເສດຖີຜູ້ຊະນະການປະມູນຖ້ວຍນ້ຳຊາກາໄກ່ ອາຍຸ 500 ກ່ວາປີ ຢູ່ເກາະຮົ່ງກົງ ສປ ຈີນ

 

ລ່າສຸດເມື່ອວັນສຸກ 18 ກໍລະກົດຜ່ານມາ ທ່ານ ຫລິວ ອີ້ ສວຽນ ໄດ້ທຳການຈ່າຍເງິນຄ່າປະມູນຖ້ວຍກາໄກ່ດັ່ງກ່າວ

ຄົບເປັນທີ່ຮຽບຮ້ອຍ ໂດຍລາຍງານຈາກ ພີເພີລ ໄດລີ ອອນລາຍ ໄດ້ລະບຸວ່າ ທ່ານຫຼິວຕ້ອງໄດ້ຮູດບັດເຄຣດິດຂອງ

ເຂົາເຖິງ 24 ຄັ້ງ ເພື່ອຈ່າຍເງິນຈຳນວນ 281 ລ້ານໂດລາຮົ່ງກົງ ເນື່ອງຈາກວົງເງິນບັດເຄຣດິດກຳນົດໄວ້ສູງສຸດທີ່

12 ລ້ານໂດລາຮົງກົງ ຕໍ່ການກົດ 1 ຄັ້ງ.

 

ຫຼັງຈາກໄດ້ເປັນເຈົ້າຂອງ ຖ້ວຍກາໄກ່ຍຸກລາຊະວົງໝິງ ອາຍຸກ່ວາ 500 ປີ ທີ່ເຊື່ອກັນວ່າຍັງຫຼົງເຫຼືອຢູ່ໃນໂລກນີ້

ພຽງແຕ່ 7 ໃບເທົ່ານັ້ນ, ທ່ານ ຫລິວ ໄດ້ຊົງນ້ຳຊາໃສ່ຖ້ວຍລາຄາເກືອບ 3 ຮ້ອຍຕື້ກີບ ແລ້ວດື່ມໃຫ້ຜູ້ສື່ຂ່າວເບິ່ງ.

 

 

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...